วันพุธที่ 6 สิงหาคม พ.ศ. 2551

ບົດສູຕ ຫລັງສູຕສົມໂພດຂອງອຸປາສົກ-ອຸປາສິກາ

ບົດສູຕ
ຫລັງສູຕສົມໂພດຂອງອຸປາສົກ-ອຸປາສິກາ
ຊໍາຮະ​ໂດຍ
ພຣະຄຣູ​ເນືອ​ງພິລັກ ​ໂຊ​ຕິ​ທອນ
----
ບົດສູຕພຸດທະຄຸນ
ອິຕິປິໂສ ພະຄະວາ ອະຣະຫັງສັມມາສັມພຸດໂທ ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສະຣະຖີ ສັຕຖາ-ເທວະມະນຸສສານັງ ພຸດໂທ ພະຄະວາ ຕິ ຯ
(ສູດ 9 ຫົນ)
ບົດສູຕມະຫະກາ
(ຕໍ່ທ້າຍພຸດທະຄຸນ 1 ຫົນ)
ມະຫາກາ ຣຸນິໂກ ນາໂຖ ຫິຕາຍະ ສັພພະປານິນັງ
ປຸເຣຕະວາ ປາຣະມີ ສັພພະ ປັຕໂຕ ສັມໂພທິມຸຕຕະມັງ
ເອເຕນະ ສັຈຈະວັຊເຊນະ ໂຫຕຸ(ເຕ)ເມ ຊະຍະມັງຄະລັງ ຯ
ຊະຍັນໂຕ ໂພທິຍາ ມູເລ ສັກກະຍານັງ ນັນທິວັຕຕະໂນ
ເອວັງ ຕະວັງ ວິຊະໂຍ ໂຫຫິ ຊະຍັສສຸ ຊະຍະມັງຄະເລ
ອະປະຣາ ຊິຕະປັລລັງເກ ສິເສ ປະຖະວິໂປກຂາເຣ
ອະພິເສເກ ສັພພະພຸທທານັງ ອັຄຄັປປັຕໂຕ ປະໂມທະຕິ ຯ
ສຸນັກຂັຕຕັງ ສຸມັງຄະລັງ ສຸປະພາຕັງ ສຸຫຸຕຖິຕັງ
ສຸຂະໂນ ສຸມຸຫຸຕໂຕ ຈະ ສຸຍິຕຖັງ ພຣົມມະຈະຣິສຸ
ປະທັກຂິນັງ ກາຍະກັມມັງ ວາຈາກັມມັງ ປະທັກຂິນັງ
ປະທັກຂິນັງ ມະໂນກັມມັງ ປະນິທິ ເຕ ປະທັກຂິນາ
ປະທັກຂິນາ ນິກັຕຕະວາ ນະ ລະພັນຕັຕເຖ ປາທັກຂິເນ ຯ
ບົດສູຕທັມມະຄຸນ
ສ໌ວາກຂາໂຕ ພະຄະວະຕາ ທັມໂມ ສັນທິຕຖິໂກ ອະກາຣິໂກ ເອຫິ ປັສສິໂກ ໂອປະນະຍິໂກ ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ ຕິຯ
(ສູດ 9 ຫົນ)
ບົດສູຕມະຫະກາ
(ຕໍ່ທ້າຍພຣະທັມມະຄຸນ 1 ຫົນ)
ມະຫາກາ ຣຸນິໂກ ນາໂຖ ຫິຕາຍະ ສັພພະປານິນັງ
ປຸເຣຕະວາ ປາຣະມີ ສັພພະ ປັຕໂຕ ສັມໂພທິມຸຕຕະມັງ
ເອເຕນະ ສັຈຈະວັຊເຊນະ ໂຫຕຸ(ເຕ)ເມ ຊະຍະມັງຄະລັງ ຯ
ຊະຍັນໂຕ ໂພທິຍາ ມູເລ ສັກກະຍານັງ ນັນທິວັຕຕະໂນ
ເອວັງ ຕະວັງ ວິຊະໂຍ ໂຫຫິ ຊະຍັສສຸ ຊະຍະມັງຄະເລ
ອະປະຣາ ຊິຕະປັລລັງເກ ສິເສ ປະຖະວິໂປກຂາເຣ
ອະພິເສເກ ສັພພະພຸທທານັງ ອັຄຄັປປັຕໂຕ ປະໂມທະຕິ ຯ
ສຸນັກຂັຕຕັງ ສຸມັງຄະລັງ ສຸປະພາຕັງ ສຸຫຸຕຖິຕັງ
ສຸຂະໂນ ສຸມຸຫຸຕໂຕ ຈະ ສຸຍິຕຖັງ ພຣົມມະຈະຣິສຸ
ປະທັກຂິນັງ ກາຍະກັມມັງ ວາຈາກັມມັງ ປະທັກຂິນັງ
ປະທັກຂິນັງ ມະໂນກັມມັງ ປະນິທິ ເຕ ປະທັກຂິນາ
ປະທັກຂິນາ ນິກັຕຕະວາ ນະ ລະພັນຕັຕເຖ ປາທັກຂິເນ ຯ
ບົດສູຕສັງຄະຄຸນ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ອຸຊຸປະຕິປັນໂນ ພະຄະວະໂຕ, ຍາຍະປະຕິປັນໂນ ສາວະກະສັງໂຄ, ສາມິຈິປະຕິປັນໂນ ສາວະກະສັງໂຄ, ຍະທິທັງຈັຕຕາຣິ ປຸຣິສາຍຸຄານິ ອັຕຖະປຸຣິສະ ປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີ ກະຣະນິໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ ຕິຯ
(ສູດ 9 ຫົນ)
ບົດສູຕມະຫະກາ
(ຕໍ່ທ້າຍພຸດທະຄຸນ 1 ຫົນ)
ມະຫາກາ ຣຸນິໂກ ນາໂຖ ຫິຕາຍະ ສັພພະປານິນັງ
ປຸເຣຕະວາ ປາຣະມີ ສັພພະ ປັຕໂຕ ສັມໂພທິມຸຕຕະມັງ
ເອເຕນະ ສັຈຈະວັຊເຊນະ ໂຫຕຸ(ເຕ)ເມ ຊະຍະມັງຄະລັງ ຯ
ຊະຍັນໂຕ ໂພທິຍາ ມູເລ ສັກກະຍານັງ ນັນທິວັຕຕະໂນ
ເອວັງ ຕະວັງ ວິຊະໂຍ ໂຫຫິ ຊະຍັສສຸ ຊະຍະມັງຄະເລ
ອະປະຣາ ຊິຕະປັລລັງເກ ສິເສ ປະຖະວິໂປກຂາເຣ
ອະພິເສເກ ສັພພະພຸທທານັງ ອັຄຄັປປັຕໂຕ ປະໂມທະຕິ ຯ
ສຸນັກຂັຕຕັງ ສຸມັງຄະລັງ ສຸປະພາຕັງ ສຸຫຸຕຖິຕັງ
ສຸຂະໂນ ສຸມຸຫຸຕໂຕ ຈະ ສຸຍິຕຖັງ ພຣົມມະຈະຣິສຸ
ປະທັກຂິນັງ ກາຍະກັມມັງ ວາຈາກັມມັງ ປະທັກຂິນັງ
ປະທັກຂິນັງ ມະໂນກັມມັງ ປະນິທິ ເຕ ປະທັກຂິນາ
ປະທັກຂິນາ ນິກັຕຕະວາ ນະ ລະພັນຕັຕເຖ ປາທັກຂິເນ ຯ
--------------------
- ພຣະພຸດທະຄຸນມີກໍາລັງ 38
- ພຣະທັມມະຄຸນມີກໍາລັງ 56
- ພຣະສັງຄະຄຸນມີກໍາລັງ 14
ຣວມ 180
ວິທີນັ່ງສະມາທິ(ຫຍໍ້)
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼ ວງຫຼາຍ ສົມຕາມມະໂນເຈຕະນາຂອງ
ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.
ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
- ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
- ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ.
- ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
- ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
- ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
- ເປົ້າໝາຍຂອງການສົມໂພດພຣະ ກໍຄື
1. ເປັນການທໍາບຸນຊະນິດໜຶ່ງ,
2. ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ).
- ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
1. ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ.
2. ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
3. ຂະຈັດບາບກັມເລັກໆນ້ອຍໆ ແລະສະເດາະເຄາະກັມສະເພາະຊາດນີ້ລົງໄດ້.
4. ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້).
5. ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ສຽງມາປະດັບຊີວິຕ.
6. ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
7. ແລະອື່ນໆ.

ໄຫວ້ພຣະ-ສູຕມົນຕ໌

ໄຫວ້ພຣະ-ສູຕມົນຕ໌
(ສຳລັບພຣະສົງ-ສາມະເນນລາວ ແລະຜູ້ສົນໃຈທົ່ວໄປ)

ໄຫວ້ພຣະເຊົ້າ
ຄຳນະມັສສະການ
- ອິມິນາ ສັກກາເຣນິ ຕັງ ພຸທທັງ ອະພິປູຊະຍາມະ ຯ
ອະຣະຫັງສັມມາສັມພຸດໂທ ພະຄະວາ ຕັງ ພະຄະວັນຕັງ ອະພິວາເທມິ ຯ (ຂາບລົງ 1 ຫົນ).
- ອິມິນາ ສັກກາເຣນິ ຕັງ ທັມມັງ ອະພິປູຊະຍາມະຯ
ສວ໌າກຂາໂຕ ພະຄະວະຕາ ທັມໂມ ທັມມັງ ນະມັສສະມິ ຯ (ຂາບລົງ 1 ຫົນ).
- ອິມິນາ ສັກກາເລນະ ຕັງ ສັງຄັງ ອະພິປູຊະຍາມະ ຯ
ຕັງສັງ ອະພິປູຊະຍາມະ ຯ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມັສສາມິ ຯ
(ຂາບລົງ 1 ຫົນ).
(ຕັ້ງ) ຫັນທະ ມະຍັງ ພຸດທະທັສສະ ພະຄະວະໂຕ ປຸພພະພາຄະນະມະກາຣັງ ກະໂຣມະ ເສ ຯ
(ຮັບ) ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ຫົນ)

(ຕັ້ງ) ຫັນທະ ມະຍັງ ພຸທທາພິຖຸຕິງ ກະໂຣມະ ເສ ຯ
(ຮັບ) ໂຍ ໂສ ຕະຖາຄະໂຕ ອະຣະຫັງ ສັມມາສັມພຸທໂທ, ວິຊຊາຈາຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສະຣະຖິ ສັຕຖາເທວະມະນຸສສະນັງ ພຸດໂທ ພະຄະວາ ຯ
ໂຍ ອິມັງ ໂລກັງ ສະເທວະກັງ ສະມາຣະກັງ ສະພຣັຫ໌ມະກັງ, ສັສສະມະນະພາຣ໌ມະນິງ ປະຊັງ ສະເທວະມະນຸສສັງ ສະຍັງ ອະພິນຍາ ສັສສິກັຕ໌ວາ ປະເວເທສິ, ໂຍທັມມັງ ເທເສສິ ອາທິກັລ໌ຍານັງ ມັຊເຊກັລ໌ຍານັງ ປະຣິໂຍສາກັລ໌ຍານັງ, ສາຕຖັງ ສະພ໌ຍັນຊະນັງ ເກວະປະຣິປຸນນັງ ປະຣິສຸທທັງ ພຣັມ໌ຈະຣິຍັງ ປະກາເສສິ, ຕະມະຫັງ ພະຄະວັນຕັງ ອະພິປູຊະຍາມິ ຕະມະຫັງພະຄະວັນຕັງ ສິຣະສາ ນະມາມິ ຯ
(ຂາບ 1 ຫົນ)
(ຕັ້ງ) ຫັນທະ ມະຍັງ ທັມມາພິຖຸຕິງ ກະໂຣມະ ເສ ຯ
(ຮັບ) ໂຍ ໂສ ສ໌ວາກຂາໂຕ ພະຄະວະຕາ ທັມໂມ, ສັນທິຕຖິໂກ ອະກາຣິໂກ ເອຫິປັສສິໂກ, ໂອປະນະຍິໂກ ປັຈຈັຕ ເວທິຕັພເພ ວິນຍູຫິ ຯ
ຕະມະຫັງ ທັມມັງ ອະພິປູຊະຍາມະ ຕະມະຫັງ ທັມມັງ ສິຣະສາ ນະມາມິ ຯ
(ຂາບ 1 ຫົນ)
(ຕັ້ງ) ຫັນທະ ມະຍັງ ສັງຄາພິຖຸຕິງ ກະໂຣມະ ເສ ຯ
(ຮັບ) ໂຍ ໂສ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍາຍະ ປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍະທິທັງ ຈັຕຕາຣິ ປະຣິສາຍຸຄານິ ອັຕຖະ ປະຣິສະປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີກະຣະນີໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ ຯ
ຕະມະຫັງ ສັງຄັງ ອະພິປູຊະຍາມະ ຕະມະຫັງສັງຄັງ ສີຣະສານະມາມິ ຯ
(ຂາບ 1 ຫົນ)
(ຕັ້ງ) ຫັນທະ ມະຍັງ ຣະຕະນັຕຕະຍັປປະນາມະຄາຖາໂຍ ເຈວະ ສັງເວຄະ ປະຣິກິຕ-ຕະນະ ປາຖັນຈະ ພະນາມະ ເສ ຯ
(ຮັບ) ພຸດໂທ ສຸສຸທໂທ ກະຣຸນາມະຫັນນະໂວ
ໂຈຈັນຕະສຸທັພພຣພຍານະໂລຈະໂນ
ໂລກັສສະ ປາປູປະກິເລສຄາຕະໂກ
ວັນທາມິ ພຸທທັງ ອະຫະມາທະເຣນະ ຕັງ
ທັມໂມ ປະທີໂປ ວິຍະ ຕັສສະ ສັຕຖຸໂນ
ໂຍ ມັຄຄະປາກາມະຕະເພທະພິນນະໂກ
ໂລກຸຕຕະໂຣ ໂຍ ຈະ ຕະທັຕຖະທີປະໂນ
ວັນທາມິ ທັມມັງ ອະຫະມາທະເຣນະ ຕັງ
ສັງໂຄ ສຸເຂຕຕາພ໌ຍະຕິເຕຕະສັນຍິໂຕ
ໂຍ ທິຕຖະສັນໂຕ ສຸຄະຕານຸໂພທະໂກ
ໂລລັປປະຫີໂນ ອະຣິໂຍ ສຸເມທະໂສ
ວັນທາມິ ສັງຄັງ ອະຫະມາທະເຣນະ ຕັງ
ອິຈເຈວະເມກັນຕະພິປູຊະເນຍຍະກັງ
ວັຕຖຸຕຕະຍັງ ວັນທະຍະຕາພິສັງຂະຕັງ
ປຸນຍັງ ມະຍາ ຍັງ ມະມະ ສັພພຸປັທທະວາ
ມາ ໂຫນຕຸ ເວ ຕັສສະ ປະພາວະສິທທິຍາ ຯ
ອິທະ ຕະຖາຄະໂຕ ໂລເກ ອຸປປັນໂນ ອະຣະຫັງ ສັມມາສັມພຸທໂທ, ທັມໂມ ຈະ ເທສິໂຕ ນິຍ໌ຍານິໂກ ອຸປະສະມິໂກ ປະຣະນິພພານິໂກ ຊານາມະ, ຊາຕິປິ ທຸກຂາ ຊະຣາປິ ທຸກຂາ ມະຣະນັມປິ ທຸກຂັງ, ໂສກະປະຣິເທວະທຸກຂະໂທມະນັສສຸປາຍາສາປິ ທຸກຂາ, ອັປປິເຍຫິ ສັມປະໂຍໂຄ ທຸກໂຂ ປິເຍຫິ ວິປປະໂຍໂຄ ທຸກໂຂ ຍັມປິຈສັງ ນະ ລະພະຕິ ຕັມປິ ທຸກຂັງ, ສັງຂິຕເຕນະ ປັນຈຸປາທານັກຂັນທາ ທຸກຂາ, ເສຍຍະຖີທັງ, ຣູປູປາທານັກຂັນໂທ, ເວທະນູປາທານັກຂັນໂທ, ສັນຍູປາທານັກຂັນໂທ, ສັງຂາຣູປາ-ທານັກຂັນໂທ, ວິນຍານູປາທາ-ນັກຂັນໂນ, ເຍສັງ ປະຣິນຍາຍະ, ທະຣະມາໂນ ໂສ ພະຄະວາ, ເອວັງ ພະຫູລັງ ສາວະເກ ວິເນຕິ, ເອວັງ ພາຄາ ຈະ ປະນັສສະ ພະຄະວະໂຕ ສາວະເກສຸ ອະນຸສາສະນີ ພະຫຸລາ ປະວັຕຕະຕິ, ຣູປັງ ອະນິຈຈັງ, ເວທະນາ ອະນິຈຈາ, ສັນຍາ ອະນິຈຈາ, ສັງຂາຣາ ອະນິຈຈາ, ວິນຍານັງ ອະນິຈຈັງ, ຣູປັງ ອະນິຈຈັງ, ເວທະນາ ອະນິຈຈາ, ສັນຍາ ອະນິຈຈາ, ສັງຂາຣາ ອະນິຈຈາ ວິນຍານັງ ອະນິຈຈັງ, ຣູປັງ ອະນັຕຕາ, ເວທະນາ ອະນັຕຕາ, ສັນຍາ ອະນັຕຕາ, ສັງຂາຣາ ອະນັຕຕາ, ວິນຍານັງ ອະນັຕຕາ, ສັພເພ ສັງຂາຣາ ອະນິຈຈາ, ສັພເພ ທັມມາ ອະນັຕຕາຕິ, ເຕ ມະຍັງ ໂອຕິນນາມະຫະ ຊາຕິຍາ ຊະຣາມະຣະເນນະ, ໂສເກຫິ ປະຣິເທເວຫິ ທຸກເຂຫິ ໂທມະນັສເສຫິ ອຸປາຍາເສຫິ, ທຸກໂຂ ຕິນນາ ທຸກຂາປະເຣຕາ, ອັປເປວິນາມິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາ ປັນຍາ ເຍຖາຕິ, ຈິຣິປະຣິນິພພຸຕັມປິ ຕັງ ພະຄະວັນຕັງ ອຸທທິສສະ ອະຣະຫັນຕັງ ສັມມາສັມພຸທທັງ, ສັທທາ ອາຄາຣັສ໌ມາ ອະນະຄາຣິຍັງ ປັພພະຊິຕາ, ຕັສ໌ມິງ ພະຄະວະຕິ ພຣັຫ໌ມະຈະຣິຍັງ ຈະຣາມະ, ພິກຂຸນັງສິກຂາສາຊີວະສະມາປັນນາ, ຕັງ ໂນ ພຣັຫ໌ມະ-ຈາຣິຍັງ ອິມັສສະ ເກວະລັສສະ ທຸກຂັກຂັນທັສ-ສະ ອັນຕະກິຣິຍາ ສັງວັຕຕະຕູຕິ ຯ
(ສາມະເນນສູຕ ຈົ່ງຢຸດຄຳວ່າ ພິກຂຸນັງ ສິກຂາສາຊີວະສະມາປັນນາ ທີ່ຂີດເສັ້ນກ້ອງນັ້ນສາ ໃຫ້ສູຕຕໍ່ ຯຕັງ ໂນຯ ໄປຈົນຈົບ, ສ່ວນຄະຣືຫັສໃຫ້ສູຕແຕ່ ອິທະ ຕະຖາ-ຄະໂຕ ຈົນເຖິງ ປັນຍາເຍຖາຕິ ແລ້ວສູຕດ່ັງນີ້ ຈິຣະປະຣິນິພພຸຕັມປິ ຕັງ ພະຄະວັນຕັງ ສະຣະນັງ ຄະຕາ ທັມມັນຈະ ພິກຂຸສັງຄັນຈະ ຕັສສະ ພະຄະວະໂຕ ສາສະນັງ ຍະຖາສະຕິ ຍະຖາພະລັງ ມະນະສິກະໂລມະ ອະນຸປະຕິປັຊຊາມະ ສາ ສາ ໂມ ປະຕິປັຕຕິ ອິມັສສະ ເກວະລັສສະ ທຸກຂັກຂັນທັສສະ ອັນຕະກິຣິຍາຍະ ສັງວັຕຕະຕຸ ຯ ອັນໜຶ່ງ ຖ້າສະຕີສູຕ ເຕ ມະຍັງ ນັ້ນໃຫ້ແປງເປັນ ຕາ ມະຍັງ ບົດວ່າ ປະຣິນິພພານິໂກ ນັ້ນ ໃຫ່ປ່ຽນເປັນ ປະຣິນິພພາຍິໂກ ທຸກແຫ່ງ)

ຕັງຂະນິກະປັຈຈະເວກຂະນະວິທີ
(ຕັ້ງ) ຫັນທະ ມະຍັງ ຕັງຂະນິກະປັຈຈະເວກຂະນະປາຖັງ ພະນາມະ ເສ ຯ
(ຮັບ) ປະຕິສັງຂາ ໂຍນິໂສ ຈີວະຣັງ ປະຕິເສວາມິ, ຍາວະເທວະ ສີຕັສສະ ປະຕິຄາ-ຕາຍະ, ອຸນຫັສສະ ປະຕິຄາຕາຍະ, ດັງສະມະກະສາວາຕາຕະປະສິຣິງ-ສະປະສັມຜັສສານັງ ປະຕິຄາຕາຍະ, ຍາວະເທວະ ຫິຣິໂກປິນະປະຕິຈສະທະນັຕຖັງ ຯ
ປະຕິສັງຂາ ໂຍນິໂສ ບິນດະປາຕັງ ປະຕິເສວາມິ, ເນວະ ທ໌ວາຍະ ນະ ມະທາຍະ ນະ ມັນດະນາຍະ ນະ ວິພູສະນາຍະ, ຍາວະເທວະ ອິມັສສະ ກາຍັສສະ ຖິຕິຍາ ຍາປະນາຍະ ວິຫິງສຸປະຣະຕິຍາ ພຣັຫ໌ມະຈະຣິຍານຸຄຄະຫາຍະ, ອິຕິ ປຸຣານັນຈະ ເວທະນັງ ປະຕິຫັງຂາມິ ເນວັນຈະ ເວທະນັງ ນະ ອຸປປາເທສສາມິ, ຍາຕ໌ຣາ ຈະ ເມ ພະວິສສະຕິ ອະນະວັຊຊະຕາ ຈະ ຜາສຸວິຫາໂຣ ຈາຕິ ຯ
ປະຕິສັງຂາ ໂຍນິໂສ ເສນາສະນັງ ປະຕິເສວາມິ, ຍາວະເທວະ ສີຕັສສະປະ-ຕິຄາຕາຍະ, ອັນຫັສສະ ປະຕິຄາຕາຍະ, ດັງສະມະກະສະວັງວາຕາຕະປະສິຣິງສະປະ- ສັມຜັສສານັງ ປະຕິຄາຕາຍະ, ຍາວະເທວະ ອຸຕຸປະຣິສສະຍະວິນທະນັງ ປະຕິສັລລານາ-ຣາມັຕຖັງ ຯ
ປະຕິສັງຂາ ໂຍນິໂສ ຄິລານະປັຈຈະຍະເພສັຊຊະປະຣິກຂາຣັງ ປະຕິເສວາມິ, ຍາວະ-ເທວະ ອຸປປັນນານັງ ເວຍຍາພາທິການັງ ເວທະນານັງ ປະຕິຄາຕາຍະ, ອັພ໌ຍາປັຊຊະ-ປະຣະມະຕາຍາຕິ ຯ

ທາຕຸປັຈຈະເວກຂະນະວິທີ
(ຕັ້ງ) ຫັນທະ ມະຍັງ ທາຕຸປະຕິກູລະປັຈຈະເວກຂະນະ ປາຖັງ ພະນາມະເສ ຯ
(ຮັບ) ຍະຖາ ປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມເວຕັງ ຍະທິທັງ ຈີວະຣັງ ຯ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ ທານຕຸມັຕຕະໂກ ນິສສັຕໂຕ ນິຊຊີໂວ ສູນໂຍ ຯ ສັພພານິ ປະນະ ອິມານິ ຈີວະຣານິ ອະຊິຄຸຈສະນິຍານິ ອິມັງ ປູຕິກາຍັງ ປັຕ໌ວາ ອະຕິວິຍະ ຊິຄຸຈສະນິຍານິ ຊາຍັນຕິ ຯ
ຍະຖາປັຈຈະຍັງ ປະວັຕຕມານັງ ທາຕຸມັຕຕະເມເວຕັງ ຍະທິທັງ ປິນດະປາໂຕ ຯ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ ທາຕຸມັຕຕະໂກ ນິສສັຕໂຕ ນິຊຊີໂວ ສູນໂຍ ຯ ສັພໂພ ປະນາຍັງ ປິນດາປາໂຕ ອະຊິຄຸຊຊະນີໂຍ ອິມັງ ປູຕິກາຍັງ ປັຕ໌ວາ ອະຕິວິຍະ ຊິຄຸຈສະນີໂຍ ຊາຍະຕິ ຯ
ຍະຖາປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມເວຕັງ ຍະທິທັງ ເສນາສະນັງ ຯ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ ທາຕຸມັຕຕະໂກ ນິສສັຕໂຕ ນິຊຊີໂວ ສຸນໂຍ ຯ ສັພພານິ ປະ-ນະ ອິມານິ ເສນາສະນານິ ອະຊິຄຸຈສະນິຍານິ ອິມັງ ປູຕິກາຍັງ ປັຕ໌ວາ ອະຕິວິຍະ ຊິຄຸຈສະນີຍາ ຊາຍັນຕິ ຯ
ຍະຖາປັຈຈະຍັງ ປະວັຕຕະມານັງ ທາຕຸມັຕຕະເມເວຕັງ ຍະທິທັງ ຄິລານະປັຈຈະຍະ-ເພສັຊຊະປະຣິຂາໂຣ ຯ ຕະທຸປະພຸນຊະໂກ ຈະ ປຸຄຄະໂລ ທາຕຸມັຕຕະໂກ ນິສສັຕໂຕ ນິຊຊີໂວ ສຸນໂຍ ຯ ສັພໂພປະນາຍັງ ຄິລານະປັຈຈະຍະ-ເພສັຊຊະປະຣິຂາໂຣ ອະຊິຄຸຈສະນີໂຍ ອິມັງ ປູຕິກາຍັງ ປັຕ໌ວາ ອະຕິວິຍະ ຊິຄຸຈສະນີໂຍ ຊາຍະຕິ ຯ
(ເມື່ອ ຈົບບົດນີ້ແລ້ວ ໃຫ້ສູຕມົນບົດອື່ນໆ ເທ່ົາໃດບົດກໍໄດ້ ໝູນວຽນກັນໄປຕາມຄວາມພໍໃຈ ຫຼືກະຕິກາຂອງວັດທີ່ໄດ້ປະຕິບັດກັນມາຈົນເປັນຮີດ ສຸດແລ້ວແຕ່ໃຈປາຖະໜາເທີ້ນ)
-------------------

ຄາຖາມຸງກຸດພຣະເຈົ້າ: ອິ ສວາ ສຸ ສຸ ສວາ ອິ ຈະເຣີນທຸກວັນຈະເກີດອຳນາຈວາສນາ.
ໄຫວ້ພຣະແລງ
- ອິມິນາ ສັກກາເຣນິ ຕັງ ພຸທທັງ ອະພິປູຊະຍາມະ ຯ
ອະຣະຫັງສັມມາສັມພຸດໂທ ພະຄະວາ ຕັງ ພະຄະວັນຕັງ ອະພິວາເທມິ ຯ (ຂາບລົງ 1 ຫົນ).
- ອິມິນາ ສັກກາເຣນິ ຕັງ ທັມມັງ ອະພິປູຊະຍາມະຯ
ສວ໌າກຂາໂຕ ພະຄະວະຕາ ທັມໂມ ທັມມັງ ນະມັສສະມິ ຯ (ຂາບລົງ 1 ຫົນ).
- ອິມິນາ ສັກກາເລນະ ຕັງ ສັງຄັງ ອະພິປູຊະຍາມະ ຯ
ຕັງສັງ ອະພິປູຊະຍາມະ ຯ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມັສສາມິ ຯ (ຂາບລົງ 1 ຫົນ).
- ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ 3 ຫົນ)
ໂຍ ສັນນິສິນໂນ ວະຣະໂພທິມຸເລ ມາຣັງ ສະເສນັງ ມະຫາຕິງ ວະເຊຍຍະ ສັມໂພທິມາຄັສສິ ອະນັນຕະຍາໂນ ໂລກຸຕຕະໂມ ຕັງ ປະນະມາມິ ພຸທທັງ ເຍຈະ ພຸທທາ ອະຕຕຕາ ຈະ ເຍຈະ ພຸທທາ ອະນາຕະຕາ ປັຈຈຸປັນນາ ຈະ ເຍ ພຸທທາ ອະຫັງ ວັນທາມິ ສັພພະທາ ຯ
ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສະຣະຖິ ສັຕຖາເທວະມະນຸສສານັງ ພຸທໂທ ພະຄະວາຕິ ຯ
ພຸທທັງ ຊີວິຕຕັງ ຍາວະນິພພານັງ ສະຣະນັງ ຄັສສະມິ ນັຕຖິ ເມ ສະຣະນັງ ອັນຍັງ ພຸທໂທ ເມ ສະຣະນັງ ວະຣັງ ເອເຕນະ ສັຈຈະວັຊເຊນະ ໂຫຕຸ ເມ ຊະຍະມັງຄະລັງ ອຸຕຕະມັງເຄນະ ວັນເທຫັງ ປາທະປັງສຸງ ວະຣຸຕຕະມັງ ພຸທເທ ໂຍ ຂະຣິໂຕ ໂທໂສ ພຸທໂທ ຂະມະຕຸ ຕັງ ມະມັງ ຯ
(ໝອບລົງ)
ກາເຍນະ ວາຈາຍະ ວະ ເຈຕະສາ ວາ
ພຸທເທ ກຸກັມມັງ ປະກະຕັງ ມະຍາ ຍັງ
ພຸທໂທ ປະຕິຄຄັນຫາຕຸ ອັຈຈະຍັນຕັງ
ກາຣັນຕະເຣ ສັງວະຣິຕຸງ ວະ ພຸທເທ ຯ
(ເງີຍຂຶ້ນ)

ອັຕຖັງຄິໂກ ອະຣິຍະປະໂຖ ຊະນານັງ ໂມກຂັປປະເວສາຍະ ອຸຊຸ ຈະ ມັຄໂຄ ທັມໂມ ອະຍັງ ສັນຕິກະໂຣ ປະນີໂຕ ນິຍ໌ຍານິໂກ ຕັງ ປະນະມາມິ ທັມມັງ ເຍ ຈະ ທັມມາ ອະຕີຕາ ຈະ ເຍ ຈະ ທັມມາ ອະນາຄະຕາ ປັຈຈຸປັນນາ ຈະ ເຍ ທັມມາ ອະຫັງ ວັນທາມິ ສັພພະທາ ຯ
ສ໌ວາກຂາໂຕ ພະຄະວະຕາ ທັມໂມ ສັນທິຕຖິໂກ ອະກາຣິໂກ ເອຫິປັສສິໂກ ໂອປະນະຍິໂກ ປັຈຈັຕຕັງ ເວທິຕັພໂພ ວິນຍູຫິຕິ ຯ
ທັມມັງ ຊິວິຕຕັງ ຍາວະນິພພານັງ ສະຣະນັງ ຄັສສະມິ ນັຕຖິ ເມ ສະຣະນັງ ອັນຍັງ ທັມໂມ ເມ ສະຣະນັງ ວະຣັງ ທັມເມໂຍ ຂະຣິໂຕ ໂທໂສ ສັງໂຄ ຂະມະຕຸ ຕັງ ມະມັງ ຯ
(ໝອບລົງ)
ກາເຍນະ ວາຈາຍະ ວະ ເຈຕະສາ ວາ
ທັມເມ ກຸກັມມັງ ປະກະຕັງ ມະຍາ ຍັງ
ທັມໂມ ປະຕິຄຄັນຫາຕຸ ອັຈຈະຍັນຕັງ
ກາຣັນຕະເຣ ສັງວະຣິຕຸງ ວະ ພຸທເທ ຯ
(ເງີຍຂຶ້ນ)
ສັງໂຄ ວິສຸໂທ ວະຣະທັກຂິເນຍໂຍ ສັນຕິຣທ໌ຣິໂຍ ສັພພະມະລັປປະຫິໂນ ຄຸເນຫິ ເນເກຫິ ສະມິທທິປັຕໂຕ ອະນາສະໂວ ຕັງ ປະນະມາມິ ສັງຄັງ ເຍ ຈະ ສັງຄາ ອະຕີຕາ ຈະ ເຍ ຈະ ສັງຄາ ອະນາຄະຕາ ປັຈຈຸປັນນາ ຈະ ເຍ ສັງຄາ ອະຫັງວັນທາ ມິ ສັພພະທາ ຯ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຯ ອຸຊຸປະຕິປັນໂນ ພະຄະວະໂຕ ສາວະ- ກະສັງໂຄ ຯ ຍາຍະ ປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຯ ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ຯ ຍະທິທັງ ຈັຕຕາຣິ ປະຣິສາຍຸຄານິ ອັຕຖະ ປະຣິສະປຸຄຄະ- ລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີກະຣະນີໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສາຕິ ຯ
ສັງຄັງ ຊີວິຕຕັງ ຍາວິນິພພານັງ ສະຣະນັງ ຄັສສະມິ ນັຕຖິ ເມ ສະຣະນັງ ອັນຍັງ ສັງໂຄ ເມ ສະຣະນັງ ວະຣັງ ເອເຕນະ ສັຈຈະວັຊເຊນະ ໂຫຕຸ ເມ ຊະຍະມັງຄະລັງ ອຸຕຕະມັງເຕນະ ວັນເທຫັງ ສັງຄັນຈະ ທຸວິທຸຕຕະມັງ ສັງເຄ ໂຍ ຂະລິໂຕ ໂທໂສ ສັງໂຄ ຂະມະຕຸ ຕັງ ມະມັງ
(ໝອບລົງ)

ກາເຍນະ ວາຈາຍະ ວະ ເຈຕະສາ ວາ
ສັງເຄ ກຸກັມມັງ ປະກະຕັງ ມະຍາ ຍັງ
ສັງໂຄ ປະຕິຄຄັນຫາຕຸ ອັຈຈະຍັນຕັງ
ກາຣັນຕະເຣ ສັງວະຣິຕຸງ ວະ ພຸທເທ ຯ
(ເງີຍຂຶ້ນ)



ອັງເຊີນເທວະດາ
(ສັກເຄເທວະດາ)
ສະຣັຖຊັງ ສະເສນັງ ສະພັນທຸງ ນະຣິນທັງ
ປະຣິຕຕາ ນຸພາໂວ ສະທາ ຣັກຂາຕູຕິ
ຜຣິຕຕ໌ວານະເມຕຕັງ ສະເມຕຕາ ພະທັນຕາ
ອະວິກຂິຕຕະຈິຕຕາ ປະຣິຕຕັງ ພະນັນຕຸ ຯ
ສັກເຄ ກາເມ ຈະ ຣູເປ ຄິຣິສິຂະຣະຕະເຕ ຈັນທະຣິກເຂ ວິມາເນ ທີເປ ຣັຖເຖ ຈະ ຄາເມ ຕະຣຸວະນະຄະຫະເນ ເຄຫະວັຕຖຸມຫິ ເຂຕເຕ ພຸມມາ ຈາຍັນຕຸ ເທວາ ຊະຣະຖະ ລະວິສະເມ ຍັກຂະ ຄັນທັພພະນາຄາ ຕິດຖັນຕາ ສັນຕິເກ ຍັງ ມຸນິວະຣະວະ ຈະນັງ ສາທະໂວ ເມ ສຸນັນຕຸ ຯ
ທັມມັສສະ ວະນະກາໂລ ອະຍັມພະທັນຕາ ຯ
ທັມມັສສະ ວະນະກາໂລ ອະຍັມພະທັນຕາ ຯ
ທັມມັສສະ ວະນະກາໂລ ອະຍັມພະທັນຕາ ຯ

ຕຣັຍສະຣະນະຄົມ
ພຸທທັງ ສະຣະນັງ ຄັສສະມິ
ທັມມັງ ສະຣະນັງ ຄັສສະມິ
ສັງຄັງ ສະຣະນັງ ຄັສສະມິ ຯ
ທຸຕິ ຍັມປິ ພຸທທັງ ສະຣະນັງ ຄັສສະມິ
ທຸຕິ ຍັມປິ ທັມມັງ ສະຣະນັງ ຄັສສະມິ
ທຸຕິ ຍັມປິ ສັງຄັງ ສະຣະນັງ ຄັສສະມິ ຯ
ຕະຕິ ຍັມປິ ພຸທທັງ ສະຣະນັງ ຄັສສະມິ
ຕະຕິ ຍັມປິ ທັມມັງ ສະຣະນັງ ຄັສສະມິ
ຕະຕິ ຍັມປິ ສັງຄັງ ສະຣະນັງ ຄັສສະມິ ຯ

ໂມຣະປະຣິຕຕັງ
ອຸເທ ຕະ ຍັນຈັກຂຸມາ ເອກະຣາຊາ ຫະຣິສສະວັນໂນ ປະຖະວິປປະພາໂສ ຕັງ ຕັງ ນະມັສສາມິ ຫະຣິສສະວັນນັງ ປະຖະວິປປະພາສັງ ຕະຍັຕຊະ ຄຸຕຕາ ວິຫະເຣມຸ ທິວະສັງ ເຍ ພຣາຫ໌ມະນາ ເວທະຄຸ ສັພພະທັມເມເຕ ເມ ນະໂມ ເຕ ຈະ ມັງ ປະລະຍັນຕຸ ນະມັຕຖຸ ພຸທທານັງ ນະມັຕຖຸ ໂພທິຍາ ນະໂມ ວິມຸຕຕານັງ ນະໂມ ວິມຸຕຕິຍາ ອິມັງ ໂສ ປະຣິຕຕັງ ກັຕຕະວາ ໂມໂຣ ຈະຣະຕິ ເອສະນາ ຯ
ອະເປ ຕະ ຍັນຈັກຂຸມາ ເອກະຣາຊາ ຫະຣິສສະວັນໂນ ປະຖະວິປປະພາໂສ ຕັງ ຕັງ ນະມັສສາມິ ຫະຣິສສະວັນນັງ ປະຖະວິປປະພາສັງ ຕະຍັຕຊະ ຄຸຕຕາ ວິຫະເຣມຸ ຣັຕຕິງ ເຍ ພຣາຫ໌ມະນາ ເວທະຄຸ ສັພພະທັມເມເຕ ເມ ນະໂມ ເຕ ຈະ ມັງ ປະລະຍັນຕຸ ນະມັຕຖຸ ພຸທທານັງ ນະມັຕຖຸ ໂພທິຍາ ນະໂມ ວິມຸຕຕານັງ ນະໂມ ວິມຸຕຕິຍາ ອິມັງ ໂສ ປະຣິຕຕັງ ກັຕຕະວາ ໂມໂຣ ວາສະມະກັປປາ ຍີຕິ ຯ

ບົທຂັດທັມມະຈັກກັປປະວັຕຕະນະສູຕ
ອະນຸຕຕະຣັງ ອະພິສັມໂພທິງ ສັມພຸຊຊິຕະວາ ຕະຖາຄະໂຕ
ປະຖະມັງ ຍັງ ອະເທເສສິ ທັມມະຈັກກັງ ອະນຸຕຕະຣັງ
ສັມມະເທວະ ປະວັຕເຕນະໂຕ ໂລເກ ອັປປະຕິວັຕຕິຍັງ
ຍັຕຖາກຂາຕາ ອຸໂພ ອັນຕາ ປັຕຕິປັຕຕິ ຈະ ມັຊຊິມາ
ຈະຕູສະວາຣິຍະສັຕເຈສຸ ວິສຸທທັງ ຍານະທັສສະນັງ
ເທສິຕັງ ທັມມະຣາເຊນະ ສັມມາສັມໂພທິກິຕຕະນັງ
ນາເມນະ ວິສສຸຕັງ ສຸຕຕັງ ທັມມະຈັກກັປປະວັຕຕະນັງ
ເວຍຍາກະຣະນະປາເຖນະ ສັງຄິຕັນຕັມພະນາມະ ເສ ຯ

ວັນທາຫຼວງ
ວັນທາມິ ພຸທທັງ ພະວະປາຣະຕິນນັງ ຕິໂລກະເກຕຸງ ຕິພະເວກະນາຖັງ ໂຍ ໂລກະ-ເສຕໂຖ ສະກະລັງ ກິເລສັງ ເຊຕວານະ ໂພເທສິ ຊະນັງ ອະນັນຕັງ ຍັງ ນັມມະທາຍະ ນະທິຍາ ປຸລິເນ ຈະ ຕີເຣ ຍັງ ສັຈຈະພັນທະຄິຣິເກ ສຸມະນາ ຈະ ລັກເຄ ຍັງ ຕັຕຖະ ໂຍນະກະປຸເຣ ມຸນິໂນ ຈະ ປາທັງ ຕັງ ປາທະວະ ລັນຊະນະມະຫັງ ສິຣະສາ ນະມາມິ ສຸວັນນະມາຣິເກ ສຸວັນນະ- ປັພພະເຕ ສຸມະນະກູເຕ ໂຍນະກະປຸເຣ ນັມມະທາຍະ ນະທິຍາ ປັນຈະປາທະວະຣັງ ອະຫັງ ວັນທາມິ ທູຣະໂຕ ຯ
ອິຈເຈ ວະມັຈຈັນຕະ ນະມັສສະເນຍຍັງ ນະມັສສະມາໂນ ຣະຕະນັຕຕະຍັງ ປຸນຍາ ພິສັນທັງ ວິປຸລັງ ອະຣັຕຖັງ ຕັສສາ ນຸພາເວນະ ຫະຕັນຕຣາໂຍ ຯ
ອະມັນຕະຍາມິ ໂວ ພິກຂາເວ ປະຕິເວທະຍາມິ ໂວ ພິກຂະເວ ຂະຍະວະຍະ ທັມມາ ສັງຂາຣາ ອັປປະມາເທນະ ສັມປະເທຖາ ຕິ ຯ

ນະມັສສະກາຣພຣະອໍຣະຫັນ 8 ທິສ
(ຕັ້ງ) ຫັນທະ ມະຍັງ ສະຣະພັນເຍນະ ພຸທທະມັງຄະລະຄາຖາໂຍ ພະນາມະ ເສ ຯ
(ຮັບ) ສັມພຸທໂທ ທິປະທັງ ເສຕໂຖ ນິສິນໂນ ເຈວະ ມັຊຊິເມ
ໂກນທັນໂຍ ປຸພພະພາເຄ ຈະ ອາຄະເນຍເຍ ຈະ ກັສສະໂປ
ສາຣິປຸຕໂຕ ຈະ ທັກຂີເນ ຫະຣະຕິເຍ ອຸປາລີ ຈະ
ປັຈສິມເມປິ ຈະ ອານັນໂທ ພາຍັບເພ ຈະ ຄະວັມປັຕຕິ
ໂມຄຄັລລາໂນ ຈະ ອຸຕຕະເຣ ອິສາເນປິ ຈະ ຣາຫຸໂຣ
ອິເມ ໂຂ ມັງຄະລາ ພຸທທາ ສັພເພ ອິທະ ປະຕິຕຖິຕາ
ວັນທິຕາ ເຕ ຈະ ອັມເຫຫິ ສັກກາເຣຫິ ຈະ ປູຊິຕາ
ເອເຕສັງ ອານຸພາເວນະ ສັພພະໂສຕຖີ ພະວັນຕຸ ໂນ ຯ
ອິຈເຈວະມັຈຈັນຕະນະມັສສະເນຍຍັງ
ນະມັສສະມາໂນ ຣະຕະນັຕຕະຍັງ ຍັງ
ປຸນຍາພິສັນທັງ ວິປຸລັງ ອະລັຕຖັງ
ຕັສສານຸພາເວນະ ຫະຕັນຕະຣາໂຍ ຯ

ອະຕີຕາປັຈຈະເວກຂະນະ
(ຕັ້ງ) ຫັນທະ ມະຍັງ ອະຕີຕາປັຈຈະເວກຂະນະ ປາຖັງ ພະນາມະ ເສ ຯ
(ຮັບ) ອັຊຊະ ມະຍາ ອະປັຈຈະເວກຂິຕ໌ວາ ຍັງ ຈີວະຣັງ ປະຣິພຸຕຕັງ, ຕັງ ຍາວະ ເທວະ ສີຕັສສະ ປະຕິຄາຕາຍະ, ອຸນຫັສສະ ປະຕິຄາຕາຍະ ທັງສາມະກະສາວາບ ຕາຕະປະສິຣິງສະປະສັມຜັສສະນັງ ປະຕິຄາຕາຍະ, ຍາວະເທວະ ຫິຮິໂກປິນະປະຕິຈສາທະນັຕຖັງ ຯ
ອັຊຊ ມະຍາ ອະປັຈຈເວກຂິຕ໌ວາ ໂຍ ບິນດະປາໂຕ ປະຣິຕພຸຕໂຕ, ໂສ ເນວະ ທ໌ວາຍ ນະ ມະທາຍະ ນະ ມັນດະນາຍະ ນະ ວິພູສະນາຍະ, ຍາວະເທວະ ອະມັສສະ ຖິຕິຍາ ຍາປະນາຍະ ວິຫິງສຸປະຣະຕິຍາ ພຣັມຫ໌ມະຈະຣິຍານຸຄຄະຫາຍະ, ອິຕິ ປຸຣານັນຈະ ເວທະນັງ ປະຕິຫັງຂາມິ ນະວັນຈະ ເວທະນັງ ນະ ອຸປະເທສສະມິ, ຍາຕ໌ຣາ ຈະ ເມ ພະວິສສະຕິ ອະນະວັຊຊະຕາ ຈະ ຜາສຸວິຫາໂຣ ຈາຕິ ຯ
ອັຊຊະ ມະຍາ ອະປັຈຈະເວກຂິຕ໌ວາ ຍັງ ເສນາສະນັງ ປະຣິພຸຕຕັງ, ຕັງ ຍາວະເທວະ ສີຕັສສະ ປະຕິຄາຕາະ, ອຸນຫັສສະ ປະຕິຄາຕາຍະ, ຍາວະເທວະ ອຸຕຸປະຣິສສະຍະວິໂນທະນັງ ປະຕິສັລລານາຣາມັຕຖັງ ຯ
ອັຊຊະ ມາຍາ ອະປັຈຈະເວກຂິຕ໌ວາ ໂຍ ຄິລານະປັຈຈະຍະເພສັຊຊະປະຣິກຂາໂຣ ປະຣິພຸຕໂຕ, ໂສ ຍາວະເທວະ ອຸປັນນານັງ ເວຍຍາພາທິການັງ ເວທະນານັງ ປະຕິຄາຕາຍະ, ອັພ໌ຍາປັຊຊະປະຣະມະຕາຍາຕິ ຯ

ຢາດນ້ຳອິມິນາ
(ຕັ້ງ) ຫັນທະ ມະຍັງ ອຸທທິສະນາທິຕຖານະຄາຖາໂຍ ພະນາມະ ເສ ຯ
(ຮັບ) ອິມິນາ ປຸນຍະກາເມນະ ອຸປັຊຊາຍາ ຄຸນຸຕຕະຣາ
ອາຈາຣິຍູປະກາຣາ ຈະ ມາຕາປິຕາ ຈະ ຍາຕະກາ ປິຍາ ມະມັງ
ສຸຣິໂຍ ຈັນທິມາ ຣາຊາ ຄຸນຸວັນຕາ ນະຣາປິ ຈະ
ພຣັຫ໌ມາຣາ ຈະ ອິນທາ ຈະ ໂລກະປາລາ ຈະ ເທວະຕາ
ຍະໂມ ມິຕຕາ ມະນຸສສາ ຈະ ມັຊຊັຕຕາ ເວຣິກາປິ ຈະ
ສັບພເພ ສັຕຕາ ສຸຂີ ໂຫນຕຸ ປຸນຍານິ ປະກະຕານິ ເມ
ສຸຂັງ ຈະ ຕິວິທັງ ເທນຕຸ ຂິປປັງ ປາເປຖະ ໂວ ມະຕັງ ຯ
ອິມິນາ ປຸນຍະກັມເມນະ ອິມິນາ ອຸທທິເສນະ ຈະ
ຂິປປາຫັງ ສຸລະເພ ເຈວະ ຕັນຫຸປາທານະເສທະນັງ
ເຍ ສັນຕາເນ ຫິນາ ທັມມາ ຍາວະ ນິພພານະໂຕ ມະມັງ
ນັສສັນຕຸ ສັພພະທາ ເຍວະ ຍັຕຖະ ຊາໂຕ ພະເວ ພະເວ
ອຸຊຸຈິຕຕັງ ສະຕິປັນຍາ ສັລເລໂຂ ວິຣິຍັມຫິນາ
ມາຣາ ລະພັນຕຸ ໂນກາສັງ ກາຕຸນຈະ ວິຣິເຍສຸ ເມ
ພຸທທາທິປະວະໂຣ ນາໂຖ ທັມໂມ ນາໂຖ ວະຣຸຕຕະໂມ
ນາໂຖ ປັຈເຈກກະພຸທໂທ ຈະ ສັງໂຄ ນາໂຖຕຕະໂຣ ມະມັງ
ເຕໂສຕຕະມານຸພາເວນະ ມາໂຣກາສັງ ລະພັນຕຸ ມາ ຯ

ຕິໂລກະວິຊະຍະຣາຊະປັຕຕິທານະຄາຖາ
ຍັງກິນຈິ ກຸສະລັງ ກັມມັງ ກັຕຕັພພັງ ກິຣິຍາ ມະມະ
ກາເຍນະ ວາຈາມະນະສາ ຕິທະເສ ສຸຄະຕັງ ກະຕັງ
ເຍ ສັນຕາ ສັນຍິໂນ ອັຕຖິ ເຍ ຈະ ສັຕຕາ ອະສັນຍິໂນ
ກະຕັງ ປຸນຍະຜະລັງ ມັຍຫັງ ສັພເພ ພາຄີ ພະວັນຕຸ ເຕ
ເຍ ຕັງ ກະຕັງ ສຸວິທິຕັງ ທິນນັງ ປຸນຍະຜະລັງ ມະຍາ
ເຍ ຈະ ຕັຕຖະ ນະ ຊານັນຕິ ເທວາ ຄັນຕ໌ວາ ນິເວທະຍຸງ
ສັພເພ ໂລກັມຫິ ເຍ ສັຕຕາ ຊີວັນຕາຫາຣະເຫຕຸກາ
ມະນຸນຍັງ ໂພຊະນັງ ສັພເພ ລະພັນຕຸ ມະມະ ເຈຕະສາຕິ ຯ

ຄາຖາບູຊາດວງຊະຕາ
ນະໂມ ເມ ສັພພະເທວານັງ ສັພພະຄະຣະຫະ ຈະ ເທວານັງ
ສຸຣິຍັນຈະ ປະມຸນຈະຖະ ສະສິ ພຸມໂມ ຈະ ເທວານັງ
ວຸໂທ ລາພັງ ພະວິສສະຕິ ຊີໂວ ສຸກະໂຣ ຈະ ມະຫາລາພັງ
ໂສໂຣ ຣາຫຸເກຕຸ ຈະ ມະຫາລາພັງ ສັພພະ ພະຍັງ ວິນາສສັນຕິ
ສັພພະທຸກຂັງ ວິນາສສັນຕິ ສັພພະໂຣຄັງ ວິນາສສັນຕິ
ລັກຂະນາ ອະຫັງ ວັນທາມິ ສັພພະທາ ສັພເພເທວາ ມັງ ປະລະຍັນຕຸ ສັພພະທາ ເອເຕນະ ມັງຄະລະເຕເຊນະ ສັພພະໂສຕຖີ ພະວັນຕຸ ເມ ຯ
ປັຈຈຸບັນ ມີການິຍົມສະເດາະເຄາະດວງຊາຕາ ຜູກດວງຂອງຕົນ ເມື່ອຂຽນດວງແລ້ວມັກເອົາໄປໄວຖານພຣະ ເມື່ອຈະບູຊາດວງຊາຕາ ເພິ່ງວ່າຄາຖານີ້ ທຸກວັນ ເພື່ອໃຫ້ເກີດໂຊກລາບ ເປັນສຸຂະສວັສດີ ພິພັທທະນະມຸງຄຸລອັນເລີສ ປະເສີດດີແລ.

ເມຕຕານິສັງສະສຸຕຕະປາໂຖ
ເອວັມເມ ສຸຕັງ ຯ ເອກັງ ສະມະຍັງ ພະຄະວາ ສາວັຕຖີຍັງ ວິຫາຣະຕິ ເຊຕະວະເນ ອະນາຖະບິນດິກັສສະ ອາຣາເມ ຯ ຕັຕ໌ຣະ ໂຂ ພະຄະວາ ພິກຂູ ອາມັນເຕສິ ພິກຂະໂວຕິ ຯ ພະທັນເຕຕິ ເຕ ພິກຂູ ພະຄະວະໂຕ ປັຈຈັສໂສສຸງ ພະຄະວາ ເອຕະໂວຈະ ຯ
ເມຕຕາຍະ ພິກຂະເວ ເຈໂຕວິມຸຕຕິຍາ ອາເສວິຕາຍະ ພະວິຕາຍະ ພະຫຸລີກະຕາຍະ ຍານີກະຕາຍະ ວັຕຖຸກະຕາຍະ ອະນຸຕຖິຕາຍະ ປະຣິຈິຕາຍະ ສຸສະມາຣັທທາຍະ ເອກາທະ-ສານິສັງສາ ປະຕິກັງຂາ ຯ ກະຕະເມ ເອກາທະສະ ຯ ສຸຂັງ ສຸປະຕິ ສຸຂັງ ປະຕິພຸຊຊະຕິ ຯ ນະ ປາປະກັງ ສຸປີນັງ ປັສສະຕິ ຯ ມະນຸສສະນັງ ປິໂຍ ໂຫຕິ ຯ ອະມະນຸສສານັງ ປິໂຍ ໂຫຕິ ຯ ເທວະຕາ ຣັກຂັນຕິ ຯ ນາສສະ ອັຄຄິ ວາ ວິສັງ ວາ ສັຕຖັງ ວາ ກະມະຕິ ຯ ຕຸວະຕັງ ຈິຕຕັງ ສະມາທິຍະຕິ ຯ ມຸຂະວັນໂນ ວິປປະສີທະຕິ ຯ ອະສັມມຸລ໌ໂຫ ກາລັງ ກະໂຣຕິ ຯ ອຸຕຕະຣິງ ອັປປະຕິວິຊຊັນໂຕ ພຣັຫ໌ມພໂລກູປະໂຄ ໂຫຕິ ຯ
ເມຕຕາຍະ ພິກຂະເວ ເຈໂຕວິມຸຕຕິຍາ ອາເສວິຕາຍະ ພາວິຕາຍະ ພະຫູລີກະຕາຍະ ຍານີກະຕາຍະ ວັຕຖຸກະຕາຍະ ອະນຸຕຖິຕາຍະ ປະຣິຈິຕາຍະ ສຸສະມາຣັທທາຍະ ອິເມ ເອກາ-ທະສານິສັງສາ ປະຕິກັງຂາຕິ ຯ ອິທະມະໂວຈະ ພະຄະວາ ຯ ອັຕຕະມະນາ ເຕ ພິກຂູ ພະຄະວະໂຕ ພາສິຕັງ ອະພິນັນທຸນຕິ ຯ

ໂຄຕະມະກະເຈຕິຍະທັມມະປະຣິຍາໂຍ
ອະພິນຍາຍະ ໂຂ ໂສ ພະຄະວາ ທັມມັງ ເທເສຕິ ໂນ ອະນະພິນຍາຍະ ສະນິທານັງ ທັມມັງ ເທເສຕິ ໂນ ອະນິທານັງ ສັປປາຕິຫາຣິຍັງ ທັມມັງ ເທເສຕິ ໂນ ອັປປາຕິຫາຣິຍັງ ຕັສສະ ໂຂ ປະນະ ພະຄະວະໂຕ ອະພິນຍາຍະ ທັມມັງ ເທສະຍະໂຕ ໂນ ອະນະພິນຍາຍະ ສະນິທາ-ນັງ ທັມມັງ ເທສະຍະໂຕ ໂນ ອັປປະຕິຫາຣິຍັງ ກະຣະນີໂຍ ໂອວາໂທ ກະຣະນີຍາ ອະນຸສາສະນີ ອະລັນຈະ ປະນະ ໂນ ຕຸຕຖິຍາ ອະລັງ ອັຕຕະມະນະຕາຍະ ອະລັງ ໂສມະ-ນັສສາຍະ ສັມມາສັມພຸທໂທ ພະຄະວາ ສ໌ວາກຂາໂຕ ພະຄະວະຕາ ທັມໂມ ສຸປະຕິປັນໂນ ສັງໂຄຕິ ຯ

ວັນທາແລງ
ວັນທາມິ ເຈຕິຍັງ ສັພພັງ ສັພພັຕຖາເນ ສຸປະຕິຕຖິຕັງ ສາຣີຣິກະທາຕຸ ມະຫາໂພທິງ ພຸທທະຣູປັງ ສະກະລັງ ສະທາ ຯ
ວັນທາມິ ພຸທທັງ ພະວະປາຣະຕິນນັງ ຕິໂລກະເກຕຸງ ຕິພະເວກະນາຖັງ ໂຍ ໂລກະ-ເສຕໂຖ ສະກະລັງ ກິເລສັງ ເສຕ໌ວານະ ໂພເທສິ ຊະນັງ ອະນັນຕັງ ຯ ຍັງ ນັມມະທາຍະ ນະທິຍາ ປຸລິເນ ຈະ ຕີເຣ ຍັງ ສັຈຈະພັນທະຄິລິເກ ສຸມະນາຈະລັຄເຄ ຍັງ ຕັຕຖະ ໂຍນະ-ກະປຸເຣ ມຸນິໂນ ຈະ ປາທັງ ຕັງ ປາທະລັນຊະນະມະຫັງ ສີຣະສາ ນະມາມິ ສຸວັນນະມາຣິເກ ສຸວັນນະປັພພະເຕ ສຸມະນະກູເຕ ໂຍນະກະປຸເຣ ນັມມະທາຍະ ນະທິຍາ ປັນຈະປາທະວະຣັງ ຖານັງ ອະຫັງ ວັນທາມິ ທູຣະໂຕ ຯ ອະຫັງ ວັນທາມິ ທາຕຸໂຍ ອະຫັງ ວັນທາມິ ສັພພະໂສ ສີສັງ ເມ ປະທຸມັງ ກັຕ໌ວາ ທີປັນຈະນະຍະນາ ທະວະຍັງ ວະຈະ ສາທູປະກາເຣນະ ມະນະສາຈະ ສຸຄັນທະຄາ ຯ
ພຸທທະຄາຣະວະຕາ ທັມມະຄາຣະວະຕາ ສັງຄະຄາຣະວະຕາ ສິກຂາຄາຣະວະຕາ ສະມາທິຄາຣະວະຕາ ອັປປະມາທະຄາຣະວະຕາ ປະຕິສັນຖາຄາຣະວະຕາ ກັລ໌ຍານະມິ-ຕຕະຕາ ໂສວະຈັສສະຕາ ອະຫັງ ພັນເຕ ພຸທທະຣັກຂິໂຕ ຍາວະຊີວັງ ພຸທທັງສະຣະນັງ ຄັຈສາມິ ອະຫັງ ພັນເຕ ທັມມະຣັກຂິໂຕ ຍາວະຊີວັງ ທັມມັງ ສະຣະນັງ ຄັຈສາມິ ອະຫັງ ພັນເຕ ສັງຂະຣັກຂິໂຕ ຍາວະຊີວັງ ສັງຄັງສະຣະນັງ ຄັຈສາມິ ຯ
ວັນທາມິ ພຸທທັງ ສັພພະເມໂທສັງ ຂະມະຖະ ເມ ພັນເຕ ວັນທາມິ ທັມມັງ ສັພພະເມ-ໂທສັງ ຂະມະຖະ ເມ ພັນເຕ ວັນທາມິ ສັງຄັງ ສັພພະເມໂທສັງ ຂະມະຖະ ເມ ພັນເຕ ວັນທາມິ ອາຣາເມ ພັທທະເສມາຍັງ ໂພທິຣຸກຂັງ ເຈຕິຍັງ ສັພພະເມໂທສັງ ຂະມະຖະ ເມ ພັນເຕ ວັນທາມິ ຄຣູອຸປັຊຊາຍະ ອາຈາຣິຍະຄຸນັງ ສັພພະເມໂທສັງ ຂະມະຖະ ເມ ພັນເຕ ວັນທາມິ ກັມມັຕຖານັງ ສັພພະເມໂທສັງ ຂະມະຖະ ເມ ພັນເຕ ຯ
ວັນທາມິ ພັນເຕ ພະຄະວາ ໂລກະນາຖັງ ອະຕີຕັງ ເມໂທສັງ ອະນາຄະຕັງ ເມ ໂທສັງ ປັຈຈຸປັນນັງ ເມ ໂທສັງ ຂະມະຖະ ເມ ພັນເຕ ວັນທາມິ ພຸທທັງ ປຸນນະສາກະລັນຕັງ ສັຕຕາ ສະທາ ໂຫນຕຸ ສຸຂີ ອະເວຣາ ກາໂຍ ຊິຄັນໂຍ ສະກະໂລ ທຸຄັນໂທ ຄັຈສັນຕິ ສັພເພ ມະຣະນັງ ອະຫັງ ຈະ ນະມາມິ ທັມມັງ ສຸຄະເຕ ນະເຕສິຕັງ ສັຕຕາ ສະທາ ໂຫນຕຸ ສຸຂີ ອະເວຣາ ກາໂຍ ຊິຄັນໂຍ ສະກະໂລ ສຸຄັນໂທ ຄັຈສັນຕິ ສັພເພ ມະຣະນັງ ອະຫັງ ຈະ ນະມາມິ ສັງຄັງ ມຸນິລາ ຈະສະວະກັງ ສັຕຕາ ສະທາ ໂຫນຕຸ ສຸຂີ ອະເວຣາ ກາໂຍ ຊິຄັນໂຍ ສະກະໂລ ສຸຄັນໂທ ຄັຈສັນຕິ ສັພເພ ມະຣະນັງ ອະຫັງ ຈະ ຯ
ອະມັນຕະຍາມິ ໂວ ພິກຂະເວ ປະຕິເວທະຍາມິ ໂວ ພິກຂະເວ ຂະຍະວະຍະ ທັມມາ ສັງຂາຣາ ອັປປະມາເທນະ ສັມປະເທຖາຕິ ຯ
ອິຈເຈວະມັຈຈັນຕະນະມັສສະເນຍຍັງ ນະມັສສະມາໂນ ຣະຕະນັຕຕະຍັງ ຍັງ ປຸນຍາພິສັນທັງ ວິປຸລັງ ອະລັຕຖັງ ຕັສສານຸພາເວນະ ຫະຕັນຕະຣາໂຍ ຯ
ເທວະທັມ
ຫິຣິໂອຕຕັປປະສັມປັນນາ ສຸກກະທັມມະສະມາຫິຕາ
ສັນຕັງ ສັປປຸຣິສາ ໂລເກ ເທວະທັມມາ ວຸຈຈະເຣ ຯ
ວັນທາເດີກ
ວັນທາມິ ເຈຕິຍັງ ສັພພັງ ສັພພັຕຖາຖາເນ ສຸປະຕິຕຖິຕັງ ສາຣີຣິກະທາຕຸ ມະຫາໂພທິງ ພຸທະຣູປັງ ສະກະລັງ ສະທາ ວັນທາມິ ພຸທທັງ ພະວະປາຣະ ຕິນນັງ ຕີໂລກະເກຕຸງ ຕິ ກະນາຖັງ ໂຍໂລກະເສຕໂຖ ສະກະລັງ ກິເລສັງ ເສຕະວານະ ໂພເທສິ ຊະນັງ ອະນັນຕັງ ຍັງນັມມະທາຍະນະທິຍາ ປຸຣິເນ ຈະ ຕີເຣ ຍັງ ສັຈຈະພັນທະຄິຣິເກ ສຸມະນາຈະລັຄເຄ ັຍງຕັຕຖະ ໂຍນະກະປຸເຣ ນຸນິໂນ ຈະ ປາທັງ ຕັງ ປາທະລັນຊະນະມະຫັງ ສິຣະສາ ນະມາມິ ນັມມະທາ-ຍະ ນະທິຍາ ປັນຈະປາທະວະຣັງ ຖານັງ ອະຫັນ ວັນທາມິ ທູຣະໂຕ ອະຫັງວັນທາມິ ທາຕຸໂຍ ອະຫັງວັນທາມິ ສັພພະໂສ ສີສັງປະທຸມັງ ກັຕ໌ວາ ທີປັນຈະ ນະຍະນາທະວະຍັງ ວະຈະສາທູ ປະກາເຣນະມະນະສາ ຈະສຸຄັນທະຄາ ຯ
ພຸທທະຄາຣະວະຕາ ທັມມະຄາຣະວະຕາ ສັງຄະຄາຣະວະຕາ ສິກຂາຄາຣະວະຕາ ສະມາທິຄາຣະວະຕາ ອັປປະມາທະຄາຣະວະຕາ ປະຕິສັນຖາຄາຣະວະຕາ ກັລ໌ຍານະມິ-ຕຕະຕາ ໂສວະຈັສສະຕາ ອະຫັງ ພັນເຕ ພຸທທະຣັກຂິໂຕ ຍາວະຊີວັງ ພຸທທັງສະຣະນັງ ຄັຈສາມິ ອະຫັງ ພັນເຕ ທັມມະຣັກຂິໂຕ ຍາວະຊີວັງ ທັມມັງ ສະຣະນັງ ຄັຈສາມິ ອະຫັງ ພັນເຕ ສັງຂະຣັກຂິໂຕ ຍາວະຊີວັງ ສັງຄັງສະຣະນັງ ຄັຈສາມິ ຯ
ໂຍ ໂທໂສ ໂມຫະ ຈິຕເຕນະ ພຸທທັສ໌ມິງ ປະກະໂຕມະຍາ ຂະມະຖະ ເມ ກະຕັງ ໂທສັງ ສັພພະ ປາປັງ ວິນັສສະຕຸ ຯ
ໂຍ ໂທໂສ ໂມຫະ ຈິຕເຕນະ ທັມມັສ໌ມິງ ປະກະໂຕມະຍາ ຂະມະຖະ ເມ ກະຕັງ ໂທສັງ ສັພພະ ປາປັງ ວິນັສສະຕຸ
ໂຍ ໂທໂສ ໂມຫະ ຈິຕເຕນະ ສັງຄັສ໌ມິງ ປະກະໂຕມະຍາ ຂະມະຖະ ເມ ກະຕັງ ໂທສັງ ສັພພະ ປາປັງ ວິນັສສະຕຸ
ອິຈເຈວະມັຈຈັນຕະນະມັສສະເນຍຍັງ ນະມັສສະມາໂນ ຣະຕະນັຕຕະຍັງ ຍັງ ປຸນຍາພິສັນທັງ ວິປຸລັງ ອະລັຕຖັງ ຕັສສານຸພາເວນະ ຫະຕັນຕະຣາໂຍ ຯ
ອະມັນຕະຍາມິ ໂວ ພິກຂະເວ ປະຕິເວທະຍາມິ ໂວ ພິກຂະເວ ຂະຍະວະຍະ ທັມມາ ສັງຂາຣາ ອັປປະມາເທນະ ສັມປະເທຖາຕິ ຯ

ຄາຖາມະຫາທາດ

ຄາຖາ​ມະ​ທາຕຸ 1
1. ຄາຖາມະຫາ​ທາຕຸ ຄື ຄາຖາ​ທາດ​ 4 ​ໄດ້​ແດ່
1.1. ດິນ ຄື ​ປະຖະວີ​ທາຕຸ 21
1.2. ນ້ຳ ຄື ອາ​ໂປ​ທາຕຸ 12
1.3. ລົມ ຄື ວາ​ໂຍທາ​ຕຸ 7
1.4. ໄຟ ຄື ​ເຕ​ໂຊ​ທາຕຸ 6
- ​ແລະ ອາກາດທາຕຸ 10
2. ມະຫາທາຕຸທັງ 4 ນັ້ນເປັນຈັ່ງໃດ ?
ນະ ຄື ທາຕຸນ້ຳ
ໂມ ຄື ທາຕຸດິນ
ພຸທ ຄື ທາຕຸໄຟ
ທາ ຄື ທາຕຸລົມ
ຍະ ຄື ອາກາສທາຕຸ
- ຣວມເຂົ້າກັນ​ເປັນ ນະ ​ໂມ ພຸ​ທ ທາ ຍະ
ທາຕຸ​ທັງ 4 ນີ້ສຳຄັນ​ຢ່າງ​ໃດ ?
​ ໃນ​ສິ່ງ​ທີ​່ມີ​ຊີວິຕ ​ເຊັ່ນ​ມະນຸ​ສຍ໌​ເຮົາ​ນີ້​ທີ່​ມີ​ຕົນ​ຕົວ ກໍ​ຈະ​ຕ້ອງ​ປະກອບ​ໄປ້ດ້ວຍ​ທາຕຸ 4 ຄື ດິນ, ນ້ຳ, ລົມ, ​ໄຟ ສິ່ງ​ທີ່​ມີ​ຊີວິຕຫາກ​ຂາດ​ທາຕຸ​ທັງ 4 ນີ້​ແລ້ວ ຈະ​ເປັນ​ຮ່າງກາຍ​ບໍ່​ໄດ້ ຈະ​ມີ​ຊີວິຕບໍ່​ໄດ້ ດັ່ງນັ້ນ ການ​ຮຽນຄາຖາ​ອາຄົມທີ່​ຈະ​ໃຫ້​​ເຂັດຂັງ ກໍ​ຈະ​ຕ້ອງ​ມີ​ຄາຖາ​ມະຫາ​ທາຕຸ ປະກອບ​ຢູ່​ດ້ວຍ ຖື​ວ່າ​ເປັນ​ແມ່​ທາຕຸ ຄື ນະ​ ​ໂມ ທຸ​ທ ທາ ຍະ ນັ້ນ​ເອງ.
​ທ່ານ​ຜູ້​ມຣອາຄົມ ​ເວລາ​​ເສກ​ວັຕຖຸມຸງ​ຄຸລ ​ເຊັ່ນ​ພຣະ, ຂອງ, ​ກະຕຸດ ​ແລະ​ຍັນຕ໌ສຳ​ເຣັຈ​ແລ້ວ ​ເພີ່ນ​ຈຶ່ງ​ບັນຈຸ​ແມ່​ທາຕຸ​ລົງ​ໄປ ຈຶ່ງ​ຈະ​ສຳ​ເຣັຈຢ່າງ​ສົມບູນຍ໌ຍິ່ງ​ຂຶ້ນ.
ກາຣເສກ​ວັຕຖຸມຸງ​ຄຸລ ທີ່​ເປັນ​ສ​ເນ​ຫ໌ ຫາກ​ບັນຈຸ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ເພີ​່ມຄວາມ​ມີ​ສ​ເນ​ຫ໌ຍິ່ງ​ຂຶ້ນ.
ກາຣ​ເສກວັຕຖຸມຸງ​ຄຸລ ​ໃນ​ດ້ານ​​ແຄ້ວ​ຄົງ ຫາກ​ບັນຈຸຄາຖາ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ບັງ​ເກີດ​ຄວາມ​ສັກສິທ ​ໃນ​ເຣື່ອງຂອງ​ແຄ້ວ​ວຄົງຍິ່ງ​ຂຶ້ນ
ກາຣປຸກ ​ເສກ​ທາງ​ໄລ່​ພູຕຜີ​ປີສາ​ຈ ສະ​ເດາະ​ເຄາະ​ຫຼື​ຂັບ​ໄລ່​ສນຽຈ ຈັງ​ໄຮ ຫາກ​ບັນຈຸ​ຄາຖາ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ສັກສິທ​ໃນ​ດ້ານ​ຂອງ​ພູດ​ຜີ​ເກງ​ກົວ ​ແລະ​ສະ​ເດາະ​ເຄາະ​ຕ່າງ​ກໍ​ຈະ​ຕົກ​ລົ່ນ.
ຫຼື​ຈະ​ປຸກ​ເສກ​ໃນ​ດ້ານ​ກັ້ງບັງ , ກັນ, ສະກົດ​ຈິຕ, ​ເຫາະ​ເຫີ​ນ, ​ເດີນ​ອາ​ກາສ ​ແລະ​ອື່ນໆ​ຫາກ​ບັນຈຸ​ຄຖາ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ເພີ່ມ​ອິທທິຣິທ​ໃນ​ດ້ານນັ້ນໆ​ຍິ່ງ​ຂຶ້ນ ​ເປັນກາຣ​ເສີມ​ສ້າງ​ພະລັງ​ໃຫ້​ເຂັ້ມ​ແຂງ ​ເພີ່ມ​ອິທທິຣີທ​ໃຫ້​ແກ່​ກ້າ ​ເຂັດ​ຢຳ.
​ແມ່ນ​ແຕການ​ປຸກ​ເສກ ປະຈຳ​ວັນ​ກ່ອນ​ທີ່​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ຮັກສາ​​ເຫຼົ່ານັ້ນມາ​ແຂວຄໍ ຖ້າ​ຫາກ​ໄດ້​ອາຣາທນາຄາຖາ​ແມ່​ທາຕຸ​ໃຫ້​ແລ້ວ ຄື ນະ​ ໂມ ພຸ​ທ ທາ ຍະ ຈະ​ບັງ​ເກີດ​ຜົລ​ໃນ​ດ້ານ​ຕ່າງໆ​ເຫຼົ່ານັ້ນ ດັ່ງ​ທີ່​ຈະ​ກ່າວ​ໃນ​ບົທຕໍ່​ໄປ​ນັ້ນ​ແລ.

ວິທີຖວາຍພາເຂົ້າທິບ

ວິທິຖວາຍພາເຂົ້າທິບ
---------------------
- ຄົນລາວຊາວພຸດເຮົາ ເຂົ້າໃຈເຮັດບຸນດ້ວຍການທານຫຼາຍແບບ ຫຼາຍວິທີ ເຊັ່ນບຸນຕັກບາດ, ສັນເພນເຮືອນ, ຕັ້ງກອງບຸນ, ກອງອັດຖະ, ກອງບວດ, ກອງຮົດ ບຸນໃນວັດ ແລະເທດສະການອື່ນໆ ແຕ່ວິທີທີ່ເຮັດໄດ້ທຸກເວລາ ທຸກໂອກາດນັ້ນ (ສະເພາະແຕ່ຍາມເຊົ້າກັບເພນ) ໝາຍຄວາມວ່າ ບໍ່ເລືອກລະດູ ແລະສະຖານທີ່ ໃດໆນັ້ນ ແມ່ນເຮັດທານພາເຂົ້າທິບ, ການເຮັດພາເຂົ້າທິບ ເຮັດໄດ້ທຸກວັນ ບໍ່ເລືອກສະຖານທີ່ ບໍ່ເລືອກບຸກຄົນ ເລືອກແຕ່ເວລາເທົ່ານັ້ນ (ຄືເຊົ້າກັບເພນ ເວລາແລງເຮັດ ພາເຂົ້າທິບບໍ່ໄດ້) ວິທີເຮັດ ດັ່ງນີ້:

- ຫ້າງຫາຂອງທານຕ່າງໆ ທີ່ທ່ານຢາກທານນັ້ນແນວໃດກໍໄດ້ (ໝາຍເອົາສິ່ງທີ່ທ່ານມັກທ່ານຊອບທີ່ສຸດ) ເມື່ອສົງເຄາະແລ້ວ ລວມລົງໃນປັດໄຈ ໔ ອັນເປັນປັດໄຈສຳຄັນຂອງສົງ(ເວັ້ນແຕ່ອາວຸດ ແລະຢາເບື້ອ ຢາເສບຕິດ) ແຕ່ສິ່ງສຳຄັນ ຄຳວ່າ "ພາເຂົ້າທິບ" ນັ້ນໝາຍເອົາພາເຂົ້າທີ່ມີອາຫານຄົບເຍື່ອງ (ບໍ່ກຳນົດວ່າຈັກເຍື່ອງ) ພຽງແຕ່ວ່າ ສິ່ງທີ່ມທຳເປັນພາເຂົ້າທິບນັ້ນ ຕ້ອງສາມາດໃຫ້ພຣະສົງສັນຂອງເຮົາໄດ້ ຖືວ່າໃຊ້ໄດ້ແລ້ວ.

- ຕາມຄະຕິບູຮານ ພາເຂົ້າທິບນັ້ນຕ້ອງແຕ່ງດັ່ງນີ້ ຄື:
໑. ພາເຂົ້າ ໑ ພາ(ໃໝ່)
໒. ຖ້ວຍ, ຊາມໃສ່ອາຫານຫວານ-ຄາວຄົບ.
໓. ບ່ວງ, ສ້ອມ.
໔. ເຕົ້າ ຫຼືກະຕິກນຳ້.
໕. ຈອກ.
໖. ທຽນ ໒ ເຫຼັ້ມ.
໗. ຄຳໝາກ ກອກຢາ.
໘. ຜ້າເຊັດສົບ ເຊັດມື.
໙. ດອກໄມ້ ໑ ຄູ່
໑໐. ທະນະປັດປັດໄຈ(ເງິນ) ຕາມສົມຄວນ.

- ເຄື່ອງບູຊາພຣະ
໑. ທຽນຂັນ ໕ (ມີດອກໄມ້ ໕ ຄູ່, ທຽນ ໕ ຄູ່) ຫາກມີຜູ້ນຳພາເຮັດແຕ່ງໃຫ້ຜູ້ນຳພາເຮັດດ້ວຍ.

- ເຄື່ອງທານເສີມພາເຂົ້າທິບ
໑. ຊິເປັນຫຍັງກໍໄດ້ ບໍ່ມີຫຍັງກໍໄດ້ອັນນີ້ເປັນເລື່ອງຂອງສັດທາຢາກຈະເຮັດ ບໍ່ເຮັດກະໄດ້ ເພາະເປົ້າໝາຍແມ່ນເຮັດພາເຂົ້າທິບ ແຕ່ຍາດໂຍມຜູ້ມີສັດທາ ແລະປັນຍາແລ້ວ ເພີ່ນຄຳນຶງເຖິງກາລະເວລາ ເຊັ່ນ ຍາມເຂົ້າພັນສາ ເພີ່ນມັກເຮັດຜ້າອາບນຳ້ຝົນນຳ ຍາມກາງພັນສາມັກເຮັດຜ້ານຸ່ງ ຫຼືຜ້າໄກນຳ, ໄປທານບາງວັດທີ່ມີການກໍ່ສ້າງ ຍາດໂຍມພັດເຮັດຕົ້ນກາຣະພຶກນຳ ອັນນີ້ແມ່ນເລື່ອງສັດທາ ແລະເປັນຍາຂອງຍາດໂຍມວ່າຊິເຮັດແນວໃດ ?

- ຂຽນຊື່ ຜູ້ເຮັດ ແລະຜູ້ຮັບ
ຂ້າພະເຈົ້າທ້າວ ..............ນາງ................ພ້ອມດ້ວຍຄອບຄົວ ໄດ້ເຮັດພາເຂົ້າທິບ ແລະ..................... ເພື່ອອຸທິດຫາດວງວິນຍານຂອງ..................................... ທີ່ລ່ວງລັບໄປແລ້ວ
(ຫາກບໍ່ອຸທິດໃຫ້ໃຜເລີຍ ກໍບໍ່ຕ້ອງບອກຊື່ ແຕ່ຕ້ອງກ່າວແກ່ສັບພະສັດທຸກຖ້ວນໜ້າ ແລະເຈົ້າກຳນາຍເວນ……)

- ຂໍ້ຫ້າມ ຄວນຫຼີກເວັ້ນສຳລັບຍາດໂຍມ ຄື ເວລາຈະທານອາຫານ ຢ່າບອກປະເພດອາຫານ,  ບອກຊື່ອາຫານ ແຕ່ພຣະ ເຮົາຢາກທານຫຍັງ ໃນປັດໄຈສີ່ເຮົາເລືອກເອງ ທຳເອງ.

ວິທີເຮັດ
ກ. ໜ້າທີ່ຍາດໂຍມ
໑. ໄຕ້ທູບທຽນ ບູຊາພຣະພຸດທະຮູບ ຫຼືຕໍ່ໜ້າພຣະປະທານ(ຫາກເຮັດທີ່ວັດ)
໒. ໄຕ້ທຽນ ໒ ເຫຼັ້ມໃນຂັນ ໕ (ໃຕ້ທຽນຕິດໃນຂັນ ຢ່າຕິດນອກຂັນ)
໓. ກ່າວໄຫວ້ພຣະ-ວັນທາຈົບ
໔. ກ່າວຄຳອັງເຊີນເທວະດາ (ສັກເຄເທວະດາ) ຈະແປກໍໄດ້ ບໍ່ແປກໍໄດ້.
໕. ກ່າວຄໍາຂໍສະມະທານສິນ (ພຣະໃຫ້ສິນ)
໖. ກ່າວຖວາຍພາເຂົ້າທິບ ແລະຂອງທານອື່ນໆ
໗. ເຄນພາເຂົ້າທິບ,

ຂ. ໜ້າທີ່ພຣະສົງ:
໑. ຮັບພາເຂົ້າທິບ ແລະອະທິຖານພິຈາຣະນາເຄື່ອງທານ
໒. ຕັ້ງນະໂມ, ສູດກຸສະລານ້ອຍ, ສູດເຫຕຸ, ຊັກອະນິດຈາ, (ໃຫ້ຈູດເຈັ້ຍລາຍຊື່ ຫຼືຫຸ່ນຕອນນີ້) ສັບເພສັດຕາ (ຈົບ)

ຫຼັງຈາກນັ້ນ ຍາດໂຍມ ຄາຣະວະ ແລ້ວພຣະສົງໃຫ້ພອນ ເປັນອັນຈົບພິທີ,

- ໝາຍເຫດ: ນິມົນພຣະສົງບໍ່ຄວນຕ່ຳກວ່າ ໔ ອົງ (ເນນກໍໄດ້) ຖ້າບໍ່ມີພຣະຫຼືເນນຫຼາຍ ນິມົນອົງດຽວກໍໄດ້.

- ຄຳກ່າວຖວາຍພາເຂົາທິບໃຫ້ວ່າ ດັ່ງນີ້:
ຄຳປະກາດທານ
ສຸທິນນັງ ວະຕະເມທານັງ ທານັງເມ ປະຣິສຸດທັງ ອາສາວະ ຄະຍາວະຫັງ ນິບພານັງ ສັງຄະຕັງ ໂກຕຸ ອະນາຄະເຕ ກາເລ.
ແປວ່າ
ຂອງທ່ານອັນບໍຣິສຸດຂອງຂ້ານ້ອຍນີ້ ຈົ່ງເປັນພາລະວະປັດໃຈ ກຳຈັດປັດເສັຍ ເຊິ່ງ ກອງທຸກສັນດານ ຂໍໃຫ້ຂ້ານ້ອຍ ເຖິງເຊິ່ງພຣະນິບພານ ໃນອະນາຄົດຕະການ ນັ້ນເທີ້ນ.
ໝາຍເຫດ : ໃນພາສາປາລີນັ້ນ ບາງທີ່ຈະເພີ່ມຄຳວ່າ “ທຸຕິ ຍັມປິ, ຕະຕິຍັມປີ” ຄັນ ຈະວ່າ ກໍໄດ້ ບໍ່ວ່າກໍໄດ້, ຄັນຈະວ່າ ກໍໃຫ້ວ່າ “ທຸຕິ ຍັມປິ” ແລ້ວຈຶ່ງຕໍ່ໃສ່ “ສຸທິນ…..” ຈົນສຸດ ແລ້ວ ຈຶ່ງວ່າ “ຕະຕິ ຍັມປິ” ແລ້ວຈຶ່ງເວົ້າ “ສຸທິນ” ເວລາແປ ກໍໃຫ້ແປວ່າ “
“ທຸຕິ ຍັມປິ = ຄັ້ງທີສອງນີ້ ຂອງທານ……
“ຕະຕິ ຍັມປີ = ຄັ້ງທີສາມນີ້ ຂອງທານ…...

ຄຳຖວາຍພາເຂົ້າທິບ
- ອິມານິ ມະຍັງພັນເຕ, ພັດຕານິ ທິບພະໂພຊະນາອາຫາຣານິ (ທະນະ ປັດຕະປັດຈະຍານິ ກັບປະຣຸກຂານິ ອຸທະກັງວະເຣນີ) ສະປະຣິວະຣານິ ພິກຂຸສັງຄັດສະ ໂອໂນຊະຍາມະ, ອິມານິ ພັດຕານິ ທິບພະໂຊຊະນາອາຫາຣານິ (ທະນະ ປັດຈະຍານິ ກັບປະຣຸກຂານິ ອຸທະກັງວະເຣນີ) ສະປະຣິວະຣານິ ພິກຂຸສັງຄັດສະ ໂອໂນ ຊະຍາມະ ປະຕິຄັນຫະຕຸ ອັມຫາກັນ ເຈວະ ມາຕາປິຕຸ ອະທິນັນຈະ ຍາຕະການັນຈະ ປະຍະຊະນານັງ ອັມຫາກັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະ ຍາວະນິບພານັງ ໂຫຕຸ.

ແປວ່າ:
ຂ້າແຕ່ພຣະສົງຜູ້ຈະເຣີນ ຂ້ານ້ອຍຂໍນ້ອມຖວາຍ ພັດຕາຫານ ພາເຂົ້າທິບ (ທະ ນະບັດປັດໄຈ “ເງິນ” ຕົ້ນກາຣະພືກ ນຳ້ດື່ມອັນສະອາດ) ພ້ອມດ້ວຍບໍ່ຣິວານທັງຫຼາຍ ເຫຼົ່າ ແກ່ພຣະສົງ ຂໍພຣະສົງຈົ່ງຮັບ ເຊິ່ງພັດຕາຫານ ພາເຂົ້າທິບ (ທະ ນະບັດປັດໄຈ “ເງິນ” ຕົ້ນກາຣະພືກ ນຳ້ດື່ມອັນສະອາດ) ແລະບໍຣິວານທັງຫຼາຍເຫຼົ່າຂອງ(ພວກ)ຂ້າ ນ້ອຍ ເພື່ອປະໂຫຍດ ເພື່ອຄວາມສຸກຂອງຂ້ານ້ອຍ ແລະຄອບຄົວ (ໝາຍມີ…….) ເປັນ ຕົ້ນ.
ເພື່ອອຸທິດຫາ ດວງວິນຍານຂອງເຈົ້າກັມ, ນາຍເວນ, ພໍ່ເກົ່າ ແມ່ຫຼັງ ແລະສັບພະ ສັດທຸກຖ້ວນໜ້າ ປິຍະຊົນ ຄົນຜູ້ມີພຣະຄຸນແກ່ຂ້າພະເຈົ້າທັງຫຼາຍ ໝາຍມີ ບິດາ ມານ ແລະ ຄຣູ, ອຸປັດຊາອາຈານເປັນເຄົ້າ ແລະອຸທິດຫາດວງວິນຍານຂອງ…………ທີ່ລ່ວງ ລັບໄປແລ້ວ ຂໍຈົ່ງໄດ້ຮັບຜົນທານນີ້ ຖ້າຮັບແລ້ວ ຂໍຈົ່ງໄປເກີດດີເຖິງສຸກ ຖ້າຕົກທຸກ ຂໍໃຫ້ ພົ້ນຈາກທຸກ ຖ້າເຖິງສຸກແລ້ວ ຂໍໃຫ້ສຸກຍິ່ງໆຂຶ້ນໄປຕາບຕໍ່ເທົ້າ ເຂົ້າສູ່ພະນິບພານ ໃນອະ ນາຄົດຕະການນັ້ນດ້ວຍເທິ້ນ.

ອີກປະການໜຶ່ງ ຫາກສັບພະສັດເຫຼົ່າໄດ້ຮັບແລ້ວ ຂໍຈົ່ງໂອຍພອນມາໃຫ້(ພວກ) ຂ້ານ້ອຍ ຈົ່ງມີແຕ່ຄວາມສຸກ ຫາຍເຄາະ ຫາຍເຂັນ ຫາຍທຸກ ຫາຍໂສກ ຫາຍໂລກ ຫາຍໄພ ຫາຍອຸປັດທະວະກັງວົນ ອົນຕາຍທັງຫຼາຍທັງປວງເທີ້ນ ໃຫ້ມີແຕ່ສຸຂະສະຫວັດ ດີ ມີສີຣິໂພຄະຊັບ ສົມບູນພູນສຸກ ຮັ່ງມີເຂັ້ມແຂງ ຊື້ໄດ້ຂາຍໝານ ຕະຫຼອດການທຸກເມື່ອ ທຸກຍາມເທີ້ນ
(ຈົບການຖວາຍພາເຂົ້າທິບພຽງເທົ່ານີ້ແລ)