ປະເທດລາວເປັນປະເທດພຸດທະສາສະໜາ
ປະເທດລາວ ເປັນປະເທດພຸດທທະສາສະໜາທີ່ແທ້ຈິງ, ພົນລະເມືອງລາວເກືອບ ໙໐
ເປີເຊັນ, ເປັນພຸດທະສາສະນິກະຊົນ, ປັດຈຸບັນປະຊາຊົນລາວມີ ໖ ລ້ານກວ່າຄົນ, ມີວັດຢູ່
໒໐໐໐ ກວ່າວັດ, ແລະພຣະສົງ-ສາມະເນນລາວປັດຈຸບັນ ມີປະມານ ໓໐.໐໐໐
ກວ່າອົງ.
ເບິ່ງຕາມຕົວເລກຄືຈັ່ງວ່າ ຈຳນວນຜູ້ບວດມີນ້ອຍຢູ່ ເພາະມີພຣະສົງ-ສາມະເນນພຽງສາມໝື່ນກວ່າອົງເທ່ົານັ້ນ, ອັນນີ້ຈະວ່າເປັນເປີເຊັນນ້ອຍນັ້ນກໍບໍ່ແມ່ນ ຈະວ່າຫຼາຍກໍບໍ່ແມ່ນເພາະວ່າພຸດທະສາສະໜາຈະໝັ້ນຄົງ ແລະຈະເຣີນຂຶ້ນໄດ້ບໍ່ແມ່ນເປັນພັນທະສະເພາະພຣະສົງ-ສາມະເນນເທົ່ານັ້ນ, ມັນຫາກລວມເອົາບໍຣິສັດ ໔ ຈຳພວກອັນໄດ້ແກ່:
໑. ພິກຂຸສົງ(ພຣະຜູ້ຊາຍ)
໒. ພິກຂຸນີສົງ(ພຣະຜູ້ຍິງ-ໃນຝ່າຍເຖຣະວາທະ ກ່າວກັນວ່າໄດ້ສິ້ນສຸດເມື່ອ ພ.ສ ໕໐໐
ສ່ວນຝ່າຍອາຈາຣິຍະວາທະ
ຍັງປາກົດວ່າຍັງມີຢູ່).
໓. ອຸປາສົກ(ພໍ່ອອກ ຜູ້ຖືພຣະຣັຕະນະໄຕເປັນທີ່ເພິ່ງ).
໔. ອຸປາສິກາ(ແມ່ອອກ ຜູ້ຖືພຣະຣັຕະນະໄຕເປັນທີ່ເພິ່ງ)
ບໍຣິສັດສີ່ຈຳພວກນີ້ ເປັນສິ່ງຄ້ຳປະກັນ ແລະຢັ້ງຢືນເຖິງຄວາມເສື່ອມ ແລະຄວາມຈະເຣີນແຫ່ງພຣະພຸດທະສາສະໜາ, ຫາກວ່າພຸດທະບໍຣິສັດເຫຼົ່ານີ້
ຍັງຕັ້ງໜ້າປະຕິບັດສິນທັມ
ແລະວັດ ທະນະທັມຢູ່ຢ່າງເນື່ອງນິດລຽນຕິດ,
ໂດຍສະເພາະວັດທະນະທັມທາງພຣະພຸດທະສາສະໜາ ທີ່ເປັນເອກະລັກລາວ ທີ່ຊາວລາວຄວນເອກອ້າງທະນົງໃຈນັ້ນ ກໍຄືຮີດ ໑໒
ຄອງ ໑໔ ເຊິ່ງໃນອະດີດ ຄື ກົດມົນທຽນບານຂອງຣາຊະອານາຈັກລ້ານຊ້າງ, ເຊິ່ງໃຊ້ປົກຄອງປະຊາຊົນລາວ ເໝືອນກັບລັດ ຖະທຳມະນູນ ມາແຕ່ຕັ້ງຣາຊະອານາຈັກລ້ານຊ້າງ ຄຽງຄູ່ກັບການທີ່ທາງຣາຊະການປົກຄອງໃນສະໄໝນັ້ນຍອມຮັບນັບຖືວ່າ ພຸດທະສາສະໜາເປັນສາສະໜາຂອງຊາດລາວ ມາດຽວນີ້ໄດ້ກາຍເປັນພື້ນຖານວັດທະນະທັມລວມຂອງຊາດຢ່າງພາກພູມໃຈ, ຮີຕ
໑໒ ຄອງ ໑໔
ໄດ້ກາຍເປັນບໍຣິບົດແຫ່ງການພັດທະນາວັດທະທຳຂອງຊົນຊາດລາວທັງມວນ ແລະມັນຍັງໄດ້ກາຍເປັນແມ່ບົດທີ່ສະແດງອອກທາງດ້ານກາຍະພາບ
ຄືການປະຕິບັດຂອງຄົນລາວທຸກຊັ້ນຄົນ, ຢັ້ງຢືນເຖິງມະໂນເຈຕະນາອັນເລິກເຊິ່ງຂອງຄົນລາວໂດຍແທ້ ເຖິງໂລກຈະປ່ຽນແປງໄປໂດຍພາວະວິໄສ ແຕ່ຄົນລາວຢັງຄົງໄວ້ເຊິ່ງຄວາມເປັນເອກະລັກ ແລະສັນຍະລັກແລ້ວກໍສ້າງເສີມຄວາມເປັນເອກະຣາຊແຫ່ງຊາດລາວ ໃຫ້ໝັ້ນຄົງຂະໜົງແກ່ນ
ຢືນຍົງບໍ່ມີວັນເສື່ອມສະຫຼາຍລົງໄດ້.
ປະເທດລາວເຮົາຍອມຮັບນັບຖື ເອົາພຣະພຸດທະສາສະໜາ
ເປັນສາສະໜາປະຈຳຊາດ ລາວ ພຣະພຸດທະສາສະໜາກໍໄດ້ກາຍເປັນເອກລັກລາວ ວິຖີຊີວິດການປະຕິບັດບຸນສິນກິນທານ ໄດ້ກາຍເປັນສັນຍະລັກຂອງຊົນຊາດລາວ ແລະພຸທທະບໍຣິສັດລາວຍັງຄົງຢຶດໝັ້ນໃນຫຼັກຄຳສອນທາງພຣະພຸດທະສາສະໜາເຖິງພຽງນີ້ ນັບວ່າພຣະພຸດທະສາສະໜາທີ່ມີຄວາມໝັ້ນຄົງ ແລະຖາ ວອນຢູ່, ເພາະຈະເຫັນວ່າຍາດໂຍມລາວ
ຍັງຕັ້ງໝັ້ນປະຕິບັດສີນທຳ ທາງພຣະພຸດທະສາສະໜາ ມາຢ່າງບໍ່ລົດລະ, ເຮົາເຫັນໄດ້ອີກຢ່າງໜຶ່ງ ຄືສາສະໜາພຸດ ເປັນສາສະໜາປະຈຳຊາດລາວເຮົາແຕ່ກຳເນີດຊາດ, ພຸດທະສາສະໜາກໍຄືສາຍເລືອດລາວ, ທັງໝົດນັ້ນຄືຄວາມເປັນເອກະລາດແຫ່ງຊາດລາວທີ່ແທ້ຈິງ.
ໃນອະດີດນັບແຕ່ພຣະພຸດທະສາສະໜາໄດ້ປາກົດຕໍ່ຊາວໂລກ ເມື່ອ ໒໕໙໙ ປີຜ່ານມາ
(ນັບ ມາເຖິງປີ ພ.ສ ໒໕໕໔) ສະໄໝນັ້ນປະຊາຊົນຄົນລາວ ຄົງຈະໄດ້ພົບພຣະພຸດທະເຈົ້າມາແລ້ວ
ຫຼືໄດ້ພົບພຣະສົງສາວົກຂອງພຣະພຸດທະເຈົ້າ ຄາວທີ່ພຣະອົງຊົງພຣະຊົນຢູ່ມາແລ້ວ, ເພາະດິນແດນລາວຕອນກຳເນີດຊົນຊາດນັ້ນຢູ່ນະຄອນລຸງ ນະຄອນປາ ແລະປາກົດວ່າຢູ່ໃນອິນເດັຍຕາເວັນອອກ
ໃກ້ກັບນະຄອນລຸງນະຄອນປານັ້ນ ມີຊົນເຜົ່າໜຶ່ງທີ່ນັບຖືນາຄະ(ນາຄ)ຮຽກຕົນເອງວ່າເຜົ່ານາຄາ.
ເມື່ອຊົນຊາດອ້າຍ
ໄດ້ລົງມາຕັ້ງອານາຈັກໜອງແສ, ປາກົດຫຼັກຖານວ່າຄົນລາວໄດ້
ນັບຖືພຣະພຸດທະສາສະໜາແລ້ວໃນບາງສ່ວນ ແຕ່ກໍປະສົມປະສານກັບລັດທິສາສະໜາແຖນ
ໃນນັ້ນຄວາມເຊື່ອເລື່ອງນາຄ, ເຣື່ອງແຖນ ແລະເຣື່ອງຜີສາງນາງໄມ້ ແລະຜີບັນພຣະບູລຸດ ກໍສະແດງເຖິງຄວາມເປັນເອກະລັກ ສັນຍະລັກຂອງຄົນເຊື້ອຊາດລາວ.
ຈົນລາວມາຕັ້ງອານາຈັກຕ່າງໆ ໃນລ່ອງແມ່ນ້ຳຂອງ,
ສາຂາຂອງແມ່ນ້ຳຂອງ, ຕະຫຼອດໄດ້ຂະຫຍາຍຕົວໄປສູ່ແມ່ນ້ຳສາຣະວິນ,
ປິງ, ຍົມ, ນ່ານ ແລະເລີຍໄປຍັງຕົ້ນແມ່ນ້້ຳເຈົ້າພຣະຍານັ້ນ ຊົນຊາດອ້າຍລາວກໍໄດ້ຮັບອິດທິພົລພຣະພຸທທະສາສະໜາຫຼາຍຂຶ້ນ.
ສ່ວນລາວຢູ່ໃນລ່ອງແມ່ນ້ຳຂອງທັງສອງຝັ່ງ ໄດ້ສ້າງອານາຈັກຂອງຕົ້ນຂຶ້ນ
ແລະມີສູນກາງອຳນາດໃຫຍ່ຢູ່ສອງຈຸດ ຄື ນະຄອນຊຽງທອງ ແລະນະຄອນສຸວັນນະໂຄມຄຳ ກໍມີພຣະພຸທທະສາ-ສະໜາເຂົ້າມີສ່ວນຮ່ວມໃນການພັດທະນາຊາດ, ໂດຍສະເພາະເຫັນໄດ້ຈະແຈ້ງຄື ສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ ພຣະອົງໄດ້ເອົາພຸດທະສາສະໜາ
ເປັນຄັນທຸງໄຊຂອງການສ້າງຄວາມເປັນປຶກແຜ່ນໝັ້ນຄົງຂອງຊາດ ພຣະອົງໄດ້ຍົກເອົາພຣະພຸດທະສາສະໜາເປັນສາສະໜາຂອງຊາດລາວ ແລະໄດ້ທຳການລົບລ້າງສາສະໜາຜີແຖນ
ອັນເປັນສາສະໜາດັ້ງເດີມຂອງລາວ ທີີ່ມີຄວາມລ້າຫຼັງນັ້ນຖິ້ມ, ພຣະອົງເອງໃນບັ້ນສຸດທ້າຍຂອງຊີວິດ ກໍຊົງໄດ້ສະຫຼະຣາຊບັນລັງອອກຊົງຜະໜວດໃນພຣະພຸດທະສາສະໜາ ອັນເປັນແບບຢ່າງທີ່ສຳຄັນ ໃຫ້ກຸນລະບຸດໄດ້ສືບຕໍ່ປະຕິບັດເລື້ອຍໆມາຮອດບັດນີ້.
ສິ່ງທີ່ຢັ້ງຢືນອີກຢ່າງໜຶ່ງວ່າຊົນຊາດລາວເຮົາ
ນັບຖືສາສະໜາພຸດ ແລະສາສະໜາພຸດ
ກໍໄດ້ເປັນວິຖີຊີວິດຂອງຊາດລາວນັ້ນ
ຖໍຄືນະຄອນຫຼວງສຳຄັນຂອງລາວນັ້ນຍັງໄດ້
ຊື່ວ່ານະຄອນ ຫຼວງພຣະບາງ ເຊິ່ງເປັນສັນຍະລັກຂອງຄວາມຈະເຣີນແຫ່ງພຣະພຸດທະສາສະໜາຂອງລາວເຮົາອັນນີ້ເຮັດໃຫ້ເຮົາເຫັນວ່າສຍາມໄດ້ຖືເອົາແບບຢ່າງນີ້ ໄປເປັນແບບຢ່າງໃນການຣຕັ້ງອານາຈັກຂອງຕົນ ຫຼັງຈາກສຍາມໄດ້ພຣະແກ້ວມໍຣະກົດຈາກລາວໄປແລ້ວ
ຄື ອານາຈັກຣັຕນະໂກສິນທ໌ຸ ກໍໄດ້ຕັ້ງຊື່ຕາມຊື່ພຣະແກ້ວມໍຣະກົດ ເປັນພຣະມະຫາມີຣັຕນະປະຕິມາກອຣ ແລະສ້າງວັດໄວ້ປະດິດ ສະຖານພຣະແກ້ວວ່າ “ວັດພຣະສຣີຣັຕນະສາສະດາຣາມ”
ເບິ່ງທາງດ້ານກາຍະພາບ
ອັນເປັນພຶດຕິໄນແລ້ວ
ຄວາມເປັນເອກະລັກ, ສັນຍະລັກນີ້
ບໍ່ພຽງແຕ່ຄົງເຊື້ອຊາດວັດທະນະທຳຂອງຊາດຕົນເທົ່ານັ້ນ
ຍັງສົ່ງຜົນໃຫ້ຊາດອື່ນທີ່ມີວັດທະນະທຳດ້ອຍກວ່າ ຢືດຖືປະຕິບັດດ້ວຍ
ຍ່ອມສະແດງເຖິງຄວາມເປັນເອກະລາດ ທາງວັດທະນະທຳເຊິ່ງບໍ່ອາດປະຕິເສດໄດ້ເລີຍ, ຢ່າງໃດກໍຕາມມາໃນໄລຍະເກືອບ ໓໐໐ ປີມານັ້ນ ລາວຈະເສັຍເອະລາດໃຫ້ຊາດອື່ນກໍຕາມ ແຕ່ໃນໄລຍະເກືອບ
໓໐໐ ປີຜ່ານມາ ໃນບາງໄລຍະ, ບາງຊົ່ວຂະນະ
ຊົນຊາດລາວ ກໍສາມາດ
ຍາດເອົາເອົາຄວາມເປັນເອກະລາດຂອງຕົນມາເປັນລຳດັບ, ກໍຍ້ອນສາສະໜາ ທີ່ສ້າງສັນຄວາມເປັນເອກະລາດໄດ້ ດ້ວຍວັດທະນະທຳ
ທີ່ມີເອກະລັກເທົ່ານັ້ນ
ລາວຍັງຄົງເປັນລາວ
ບໍ່ມີວັນປ່ຽນແປງ.
ຢ່າງໃດກໍຕາມນັບແຕ່ປະເທດລາວໄດ້ຮັບເອກະລາດຈາກຝຣັ່ງໃນວັນທີ
໑໒ ຕຸລາ ປີ
໑໙໔໕ ແລ້ວ, ປະຊາຊົນລາວເຮົາກໍໄດ້ປົກຄອງປະເທສດ້ວຍລັດຖະທຳມະນູນ, ໃນລັດຖະທຳມະນູນສະ ບັບແຮກຂອງລາວນັ້ນ ໄດ້ກຳນົດເອົາພຣະພຸດທະສາສະໜາເປັນສາສະໜາປະຈຳຊາດ ພົນລະເມືອງລາວເປັນຊາວພຸດ
ພຣະມະຫາກະສັຕຣິຍ໌ຊົງເປັນຣາຊູປະຖຳ
ແລະໃນບົດທນຳຂອງລັດຖະທຳມະນູນສະບັບນັ້ນ
ໄດ້ກຳນົດເອົາຫຼັກທຳທາງພຣະພຸດທະສາສະໜາເປັນແມ່ບົດຄື
"ມະໂນ
ເສຕຖາ ມະໂມ ມະຍາ” ອັນນີ້ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ
ປະເທດລາວ ຄືປະເທດແຫ່ງເສລີພາບ, ສັນຕິພາບ, ພາລະດອນພາບ
ທັງຍັງບົ່ງບອກເຖິງ ເປັນດິນແດນທີ່ມີຄວາມສະຫງົບ,
ສະດວກ, ສະບາຍ, ທັງເປັນດິນແດນແຫ່ງນັກປຣາດອີກທາງໜຶ່ງ.
----------
ໝາຍເຖິງຄົນລາວ ແລະຄົນເຊື້ອຊາຕລາວທັງມວລທັງຢູ່ໃນ ແລະນອກປະເທສ ທີ່ຍັງຄົງນຳໃຊ້ຮີດ 12 ຄອງ 14
ເປັນພື້ນຖານວັທນະທັມຂອງຕົນຢູ່.