วันอาทิตย์ที่ 11 กันยายน พ.ศ. 2554

ປະ​ເທດລາວ​ເປັນ​ປະ​ເທດພຸດທະສາສະໜາ


ປະ​ເທດລາວ​ເປັນ​ປະ​ເທດພຸດທະສາສະໜາ
          ປະ​ເທດລາວ ​ເປັນ​ປະ​ເທດພຸດທທະສາສະໜາ​ທີ່​ແທ້​ຈິງ, ພົນລະ​ເມືອງ​ລາວ​ເກືອບ ໙໐ ເປີ​ເຊັນ​, ເປັນ​ພຸດທະສາສະ​ນິກະ​ຊົນ, ປັດຈຸບັນ​ປະຊາຊົນ​ລາວມີ ໖ ລ້ານກວ່າຄົນ, ມີ​ວັດ​ຢູ່ ໒໐໐໐ ກວ່າ​ວັດ, ​ແລະ​ພຣະສົງ-​ສາມະ​ເນນ​ລາວ​ປັດຈຸບັນ ມີປະມານ ໓໐.໐໐໐ ກວ່າອົງ.
          ເບິ່ງຕາມຕົວເລກ​ຄືຈັ່ງວ່າ​ ຈຳນວນ​ຜູ້​ບວດ​ມີ​ນ້ອຍຢູ່ ເພາະມີ​ພຣະສົງ​-ສາມະ​ເນນພຽງສາມ​ໝື່ນກວ່າ​ອົງ​ເທ່ົາ​ນັ້ນ,​ ອັນ​ນີ້ຈະ​ວ່າ​ເປັນ​ເປີ​ເຊັນ​ນ້ອຍນັ້ນກໍ​ບໍ່​ແມ່ນ ຈະ​ວ່າ​ຫຼາຍ​ກໍ​ບໍ່​ແມ່ນເພາະວ່າ​ພຸດທະສາສະໜາ​ຈະ​ໝັ້ນຄົງ ​ແລະ​ຈະ​ເຣີນຂຶ້ນ​ໄດ້ບໍ່​ແມ່ນ​ເປັນ​ພັນທະສະ​ເພາະ​ພຣະສົງ-ສາມະ​ເນນ​ເທົ່າ​ນັ້ນ, ມັນ​ຫາກລວມ​ເອົາ​ບໍຣິສັດ ໔ ຈຳພວກ​ອັນ​ໄດ້​ແກ່:
໑. ພິກຂຸສົງ(ພຣະຜູ້​ຊາຍ)
໒. ພິກຂຸນີ​ສົງ(ພຣະຜູ້ຍິງ-​​ໃນ​ຝ່າຍ​ເຖຣະວາທະ ກ່າວ​ກັນ​ວ່າ​ໄດ້​ສິ້ນສຸ​ດ​ເມື່ອ ພ.ສ ໕໐໐ ສ່ວນ​ຝ່າ​ຍອາຈາຣິຍະ​ວາທະ ຍັງ​ປາກົດ​ວ່າຍັງ​ມີຢູ່).
໓. ອຸປາ​ສົກ(ພໍ່​ອອກ ຜູ້ຖືພຣະຣັຕະນະໄຕເປັນທີ່ເພິ່ງ).
໔. ອຸ​ປາ​ສິກາ(​ແມ່ອອກ ຜູ້ຖືພຣະຣັຕະນະໄຕເປັນທີ່ເພິ່ງ)
ບໍ​ຣິສັດສີ່​ຈຳພວ​ກນີ້ ​ເປັນ​ສິ່ງ​ຄ້ຳ​ປະກັນ ​ແລະ​ຢັ້ງຢືນ​ເຖິງ​ຄວາມ​ເສື່ອ​ມ ​ແລະ​ຄວາມ​ຈະ​ເຣີ​ນ​ແຫ່ງ​ພຣະພຸດທະສາສະໜາ, ຫາກວ່າ​ພຸດ​ທະ​ບໍ​ຣິສັດເຫຼົ່າ​ນີ້ ຍັງ​ຕັ້ງໜ້າ​ປະຕິບັດສິນ​ທັມ ແລະ​ວັດ ທະນະ​ທັມຢູ່​ຢ່າງ​ເນື່ອງ​ນິດລຽນຕິດ, ​ໂດຍ​ສະ​ເພາະ​ວັດທະນະ​ທັມ​ທາງ​ພຣະພຸດທະສາສະໜາ ທີ່​ເປັນ​ເອກ​ະລັກ​ລາວ ​​ທີ່ຊາວ​ລາວ​ຄວນ​ເອກອ້າງ​ທະ​ນົງ​ໃຈນັ້ນ ກໍ​ຄືຮີດ ໑໒ ຄອງ ໑໔ ​ເຊິ່ງ​ໃນ​ອະ​ດີດ​ ຄື ກົດມົນທຽນ​ບານຂອງຣາຊະ​ອານາຈັກ​ລ້ານ​ຊ້າງ​, ​ເຊິ່ງ​ໃຊ້​ປົກຄອງ​ປະຊາຊົນ​ລາວ​ ​ເໝືອນ​ກັບລັດ ຖະທຳມະ​ນູນ​ ມາ​ແຕ່​ຕັ້ງຣາຊະ​ອານາຈັກ​ລ້ານ​ຊ້າງ ຄຽງ​ຄູ່​ກັບ​ການທີ່​ທາງຣາຊະການປົກຄອງ​ໃນ​ສະໄໝ​ນັ້ນຍອມຮັບ​ນັບຖືວ່າ ພຸ​ດທະ​ສາສະໜາ​ເປັນ​ສາສະໜາ​ຂອງ​ຊາດລາວ ມາ​ດຽວ​ນີ້​ໄດ້​ກາຍ​ເປັນ​ພື້ນຖານວັດທະນະ​ທັມລວມຂອງຊາດຢ່າງພາກພູມໃຈ, ຮີ​ຕ ໑໒ ຄອງ ໑໔  ​ໄດ້​ກາຍ​ເປັນ​ບໍຣິບົດ​ແຫ່ງ​ການ​ພັດທະນາວັດທະ​ທຳ​ຂອງ​ຊົນ​ຊາດລາວ​ທັງ​ມວນ ​ແລະ​ມັນຍັງ​ໄດ້​ກາຍ​ເປັນ​ແມ່​ບົດ​ທີ່​ສະ​ແດງ​ອອກ​ທາງ​ດ້ານ​ກາຍະ​ພາບ ຄື​ການປະຕິບັດຂອງ​ຄົນ​ລາວ​ທຸກ​ຊັ້ນຄົນ, ຢັ້ງຢືນ​ເຖິງ​ມະ​ໂນ​ເຈ​ຕະນາອັນເລິ​ກ​ເຊິ່ງຂອງ​ຄົນ​ລາວ​ໂດຍ​ແທ້ ​ເຖິງ​​ໂລກ​ຈະ​ປ່ຽນ​ແປງ​ໄປ​ໂດຍ​ພາວະ​ວິ​ໄສ ​ແຕ່​ຄົນ​ລາວ​ຢັງ​ຄົງ​ໄວ້​ເຊິ່ງຄວາມ​ເປັນ​ເອກະລັກ ແລະສັນຍະ​ລັກ​ແລ້ວ​ກໍ​ສ້າງ​ເສີມ​ຄວາມ​ເປ​ັນ​ເອກະຣາຊ​​ແຫ່ງ​ຊາດລາວ ​ໃຫ້​​ໝັ້ນຄົງ​ຂະໜົງ​ແກ່ນ ຢືນ​ຍົງບໍ່​ມີ​ວັນ​ເສື່ອ​ມສະຫຼາຍລົງ​ໄດ້.
​ປະ​ເທດ​ລາວເຮ​ົາຍອມຮັບນັບຖື​ ເອົາ​ພຣະພຸດທະສາສະໜາ ເປັນ​ສາສະໜາ​ປະຈຳ​ຊາດ ລາວ ພຣະພຸ​ດທະ​ສາສະໜາ​ກໍ​ໄດ້​ກາຍ​ເປັນ​ເອກ​ລັກ​ລາວ ວິຖີ​ຊີວິດການປະຕິບັດບຸນ​ສິນ​ກິນ​ທານ ໄດ້​ກາຍ​ເປັນ​ສັນຍະ​ລັກ​ຂອງ​ຊົນ​ຊາດລາວ ແລະ​ພຸທ​ທະ​ບໍຣິສັດລາວຍັງ​ຄົງ​ຢຶດໝັ້ນ​ໃນ​ຫຼັກຄຳ​ສອນ​ທາງ​ພຣະພຸດທະສາສະໜາເຖິງ​ພຽງ​ນີ້ ນັບ​ວ່າ​ພຣະ​ພຸດທະສາສະໜາທີ່ມີ​ຄວາມ​ໝັ້ນຄົງ ແລະຖາ ວອນຢູ່, ​ເພາະ​ຈະ​ເຫັນ​ວ່າ​ຍາດ​ໂຍມ​ລາວ ຍັງ​ຕັ້ງໝັ້ນປະຕິບັດສີນ​ທຳ ​ທາງ​ພຣະພຸດທະສາສະໜາ ມາ​ຢ່າງ​ບໍ່​ລົດ​ລະ, ເຮົາ​ເຫັນ​ໄດ້​ອີກ​ຢ່າ​ງໜຶ່ງ ຄືສາສະໜາພຸດ ​ເປັນ​ສາສະໜາ​ປະຈຳ​ຊາດລາວ​ເຮົາ​ແຕ່​ກຳ​ເນີດຊາດ, ພຸດທະສາສະໜາກໍ​ຄື​ສາຍ​ເລືອດ​ລາວ, ທັງ​ໝົດ​ນັ້ນຄື​ຄວາມ​ເປັນ​ເອກະລາດແຫ່ງ​ຊາດລາວທີ່ແທ້ຈິງ.
          ​ໃນອະດີ​ດນັບແຕ່ພຣະພຸດທະສາສະໜາ​ໄດ້​ປາກົດຕໍ່​ຊາວ​​ໂລກ ​ເມື່ອ ໒໕໙໙ ປີຜ່ານມາ (ນັບ ມາເຖິງປີ ພ.ສ ໒໕໕໔) ສະໄໝນັ້ນປະຊາຊົນ​ຄົນ​ລາວ ຄົງ​ຈະ​ໄດ້​ພົບພຣະພຸດທະເຈົ້າມາແລ້ວ ຫຼືໄດ້ພົບພຣະສົງສາວົກຂອງພຣະພຸດທະເຈົ້າ ຄາວທີ່ພຣະອົງຊົງພຣະຊົນຢູ່ມາແລ້ວ, ເພາະ​ດິນ​ແດ​ນລາວ​ຕອນ​ກຳ​ເນີດຊົນຊາດນັ້ນຢູ່​ນະຄອນລຸງ​ ນະຄອນ​ປາ​​ ​ແລະ​ປາກົດ​ວ່າ​ຢູ່​ໃນ​ອິນ​ເດັຍຕາ​ເວັນ​ອອກ ​ໃກ້ກັບ​ນະຄອນລຸງ​ນະຄອນປານັ້ນ ມີ​ຊົນ​ເຜົ່າ​ໜຶ່ງ​ທີ່​ນັບຖື​ນາຄະ(ນາຄ)ຮຽກ​ຕົນ​ເອງ​ວ່າ​ເຜົ່າ​ນາຄາ.
          ​ເມື່ອ​ຊົນຊາດອ້າຍ ​ໄດ້​ລົງ​ມາຕັ້ງອານາຈັກ​ໜອງ​ແສ, ປາກົດ​ຫຼັກ​ຖານ​ວ່າຄົນ​ລາວ​ໄດ້ ນັບຖື​ພຣະພຸດທະສາສະໜາ​ແລ້ວ​ໃນ​ບາງ​ສ່ວນ ​ແຕ່​ກໍ​ປະສົມ​ປະສານ​ກັບ​ລັດ​ທິສາ​ສະໜາ​ແຖນ ໃນ​ນັ້ນຄວາມ​ເຊື່ອ​ເລື່ອງ​ນາຄ, ​ເຣື່ອງ​ແຖນ ​ແລະ​ເຣື່ອງຜີສາງ​ນາງ​ໄມ້ ​ແລະ​ຜີ​ບັນພຣະບູລຸດ ກໍ​ສະ​ແດງ​ເຖິງ​ຄວາມ​ເປັນ​ເອກະລັກ​ ສັນຍະລັກຂອງ​ຄົນ​​ເຊື້ອ​ຊາດລາວ.
          ຈົນ​ລາວ​ມາຕັ້ງອານາຈັກ​ຕ່າງໆ ​ໃນ​ລ່ອງແມ່ນ້ຳຂອງ, ສາຂາ​ຂອງ​ແມ່ນ້ຳຂອງ​, ຕະຫຼອດ​ໄດ້ຂະຫຍາຍຕົວ​​ໄປ​ສູ່​ແມ່ນ້ຳສາຣະວິນ, ປິງ, ຍົມ, ນ່ານ ​ແລະ​ເລີຍ​ໄປ​ຍັງ​ຕົ້ນ​ແມ່ນ້້ຳ​ເຈົ້າພຣະຍານັ້ນ ຊົນ​ຊາດ​ອ້າຍລາວ​ກໍ​ໄດ້​ຮັບ​ອິດ​ທິພົລພຣະພຸທທະສາສະໜາ​ຫຼາຍ​ຂຶ້ນ.
          ສ່ວນ​ລາວ​ຢູ່​ໃນ​ລ່ອງ​ແມ່ນ້ຳຂອງທັງ​ສອງ​ຝັ່ງ ​ໄດ້​ສ້າງ​ອານາຈັກ​ຂອງຕົ້ນຂຶ້ນ ​ແລະ​ມີ​ສູນ​ກາງ​ອຳນາດໃຫຍ່​ຢູ່​ສອງຈຸດ ຄື ນະ​ຄອນ​ຊຽງ​ທອງ ແລະນະຄອນສຸວັນນະໂຄມຄຳ ກໍ​ມີ​ພຣະພຸທທະສາ-ສະໜາ​ເຂົ້າມີສ່ວນ​ຮ່ວມ​ໃນ​ການພັດທະນາ​ຊາດ, ​ໂດຍ​ສະ​ເພາະ​ເຫັນ​ໄດ້​ຈະ​ແຈ້ງ​ຄື ​ສະ​ໄໝພຣະ​ເຈົ້າຟ້າ​ງຸ່ມ​ມະຫາຣາຊ ພຣະອົງ​ໄດ້​ເອົາ​ພຸດທະສາສະໜາ ​ເປັນ​ຄັນ​ທຸງ​ໄຊ​ຂອງ​ການສ້າງ​ຄວາມເປັນປຶກ​ແຜ່ນ​ໝັ້ນຄົງ​ຂອງຊາດ ພຣະ​ອົງໄດ້​ຍົກ​ເອົາ​ພຣະພຸດທະສາສະໜາເປັນ​ສາສະໜາ​ຂອງ​ຊາດ​ລາວ ​ແລະ​ໄດ້​ທຳ​ການລົບ​ລ້າງ​ສາສະໜາ​ຜີ​ແຖນ ອັນ​ເປັນ​ສາສະໜາດັ້ງ​ເດີມ​ຂອງ​ລາວ​ ທີີ່ມີຄວາມລ້າຫຼັງນັ້ນຖິ້ມ, ພຣະອົງ​ເອງ​ໃນ​ບັ້ນສຸດ​ທ້າຍຂອງ​ຊີວິດ ກໍຊົງ​ໄດ້​ສະຫຼະຣາຊບັນລັງ​ອອກຊົງຜະໜວດ​ໃນ​ພຣະພຸດທະສາສະໜາ ອັນ​ເປັນ​ແບບຢ່າງ​ທີ່​ສຳຄັນ ​ໃຫ້​ກຸນລະບຸດໄດ້​ສືບ​ຕໍ່​ປະຕິບັດ​ເລື້ອຍໆ​ມາ​ຮອດ​ບັດ​ນີ້.
          ສິ່ງ​ທີ່ຢັ້ງຢືນ​ອີກ​ຢ່າງ​ໜຶ່ງວ່າ​ຊົນ​ຊາດລາວ​ເຮົາ ນັບຖື​ສາສະໜາ​ພຸດ ​ແລະ​ສາສະໜາ​ພຸດ ກໍໄດ້ເປັນ​ວິຖີ​ຊີວິດຂອງ​ຊາດ​ລາວ​ນັ້ນ ຖໍຄືນະຄອນຫຼວງ​ສຳຄັນ​ຂອງ​ລາວ​ນັ້ນຍັງ​ໄດ້ ຊື່​ວ່ານະຄອນ ຫຼວງ​ພຣະບາງ ​ເຊິ່ງ​ເປັນ​ສັນຍະ​ລັກ​ຂອງ​ຄວາມ​ຈະ​ເຣີນ​ແຫ່ງ​ພຣະພຸດທະສາສະໜາ​ຂອງ​ລາວ​ເຮົາອັນ​ນີ້​ເຮັດ​ໃຫ້​ເຮົາ​ເຫັນວ່າ​ສຍາມ​​ໄດ້​ຖື​ເອົາ​ແບບຢ່າງ​ນີ້ ​ໄປ​ເປັນ​ແບບຢ່າງ​ໃນ​ການຣຕັ້ງອານາຈັກຂອງ​ຕົນ ຫຼັງ​ຈາກ​ສຍາມ​ໄດ້​ພຣະ​ແກ້ວ​ມໍຣະກົດ​ຈາກ​ລາວ​ໄປ​ແລ້ວ ຄື ອານາຈັກຣັຕນະ​ໂກ​ສິນທ໌ຸ ກໍ​ໄດ້​ຕັ້ງຊື່​ຕາມ​ຊື່​ພຣະ​ແກ້ວມໍຣະກົດ ​ເປັນ​ພຣະມະຫາ​ມີ​ຣັຕນະ​ປະຕິມາກອຣ ​ແລະ​ສ້າງ​ວັດໄວ້​ປະດິດ ສະຖານ​ພຣະ​ແກ້ວ​ວ່າ “ວັດ​ພຣະສຣີຣັຕນະ​ສາສະດາຣາມ” ເບິ່ງ​ທາງ​ດ້ານ​ກາຍ​ະພາບ ອັນ​ເປັນ​​ພຶດຕິ​ໄນ​ແລ້ວ ຄວາມ​ເປັນ​ເອກະ​ລັກ, ສັນຍະ​ລັກ​ນີ້ ບໍ່​ພຽງ​ແຕ່​ຄົງ​ເຊື້ອ​ຊາ​ດວັດທະນະ​ທຳຂອງ​ຊາດຕົນ​ເທົ່າ​ນັ້ນ ຍັງ​ສົ່ງ​ຜົນ​ໃຫ້​ຊາ​ດອື່ນ​ທີ່​ມີ​ວັດທະນະ​ທຳ​ດ້ອຍ​ກວ່າ ​ຢືດຖື​ປະຕິບັດ​ດ້ວຍ ຍ່ອມ​ສະ​ແດງ​ເຖິງ​ຄວາມ​ເປັນ​ເອກະລາດ ທາງວັດທະນະທຳ​ເຊິ່ງບໍ່​ອາດ​ປະຕິ​ເສດ​ໄດ້​​ເລີຍ​, ​ຢ່າງ​ໃດ​ກໍ​ຕາມມາ​ໃນ​ໄລຍະ​ເກືອບ ໓໐໐ ປີ​ມານັ້ນ ລາວ​ຈະ​ເສັຍ​ເອະລາດ​ໃຫ້​ຊາ​ດອື່ນ​ກໍ​ຕາມ ​ແຕ່​ໃນ​ໄລຍະເກືອ​ບ ໓໐໐ ປີຜ່ານມາ ​ໃນ​ບາງ​ໄລຍະ, ບາງ​ຊົ່ວ​ຂະນະ ຊົນ​ຊາດລາວ ກໍ​ສາມາ​​ດ ຍາດ​ເອົາ​​ເອົາ​ຄວາມເປັນ​ເອກະລາດຂອງ​ຕົນ​ມາ​ເປັນ​ລຳດັບ, ກໍ​ຍ້ອນ​ສາສະໜາ ​ທີ່ສ້າງສັນຄວາມເປັນເອກະລາດໄດ້ ດ້ວຍ​ວັດ​ທະ​ນະທຳ ທີ່​ມີ​ເອກະ​ລັກ​ເທົ່າ​ນັ້ນ ລາວ​ຍັງ​ຄົງ​ເປັນ​ລາວ ບໍ່​ມີ​ວັນ​ປ່ຽນ​ແປງ.
ຢ່າງ​ໃດ​ກໍ​ຕາມນັບແຕ່​ປະ​ເທດລາວ​ໄດ້​ຮັບ​ເອກະ​ລາດ​ຈາກ​ຝຣັ່ງ​ໃນ​ວັນ​ທີ ໑໒ ຕຸລາ ປີ ໑໙໔໕ ​ແລ້ວ, ປະ​ຊາ​ຊົນ​ລາວ​ເຮົາ​ກໍ​ໄດ້​ປົກຄອງປະ​ເທສ​ດ້ວຍ​ລັດຖະທຳມະ​ນູນ, ​ໃນລັດຖະທຳມະ​ນູນສະ ບັບ​ແຮກຂອງ​ລາວ​ນັ້ນ ​ໄດ້​ກຳນົດເອົາ​ພຣະພຸດທະສາສະໜາເປັນ​ສາສະໜາ​ປະ​ຈຳຊາດ ພົນລະ​ເມືອງ​ລາວ​ເປັນ​ຊາວ​ພຸດ ພຣະມະຫາ​ກະສັຕຣິຍ໌ຊົງ​ເປັນຣາຊູ​ປະ​ຖຳ ແລະ​ໃນບົດທນຳຂອງ​ລັດຖະທຳມະ​ນູນສະບັບນັ້ນ ​ໄດ້​ກຳນົດ​ເອົາ​ຫຼັກ​ທຳ​ທາງ​ພຣະພຸດທະສາສະໜາ​​ເປັນ​ແມ່ບົດ​ຄື "ມະ​ໂນ ​ເສຕ​ຖາ ມະ​ໂມ​ ມະ​ຍາ” ອັນ​ນີ້​ໄດ້​ຢັ້ງຢືນ​ຢ່າງຈະ​ແຈ້ງ​ວ່າ ປະ​ເທດລາວ ​ຄື​ປະ​ເທດ​ແຫ່ງ​ເສລີພາບ, ສັນຕິພາບ, ພາລະ​ດອນ​ພາບ ທັງ​ຍັງ​ບົ່ງ​ບອກ​ເຖິງ ​ເປັນ​ດິນ​​ແດນ​ທີ່​ມີ​ຄວາມສະຫງົບ, ສະດວກ, ສະບາຍ, ທັງ​ເປັນ​ດິນ​ແດນ​ແຫ່ງ​ນັກປຣາດອີກ​ທາງ​ໜຶ່ງ.
----------
ໝາ​ຍ​ເຖິງ​ຄົນ​ລາວ ​ແລະ​ຄົນ​ເຊື້ອ​ຊາຕລາວ​ທັງ​ມວລທັງ​ຢູ່​ໃນ ​ແລະ​ນອກ​ປະ​ເທສ ທີ່​ຍັງ​ຄົງ​ນຳ​ໃຊ້​ຮີດ 12 ຄອງ 14 ​ເປັນ​ພື້ນຖານ​ວັທນະ​ທັມ​ຂອງ​ຕົນ​ຢູ່.

ไม่มีความคิดเห็น: