วันศุกร์ที่ 18 กรกฎาคม พ.ศ. 2551

ຄຳໄຫວ້ພຣະພຸທທະເຈົ້າ ໑໐ ທິສ

ປະທຸມຸຕຕະໂຣ ຈະ ປຸພພາຍັງ ອາຄະເນຍເຍ ຈະ ເຣວະໂຕ
ທັກຂິເນ ກັສສໂປ ພຸທໂທ ພາຍັພເພ ຈະ ເມທັງກະໂຣ
ອຸຕຕະເຣ ສາກະຍະມຸນີ ເຈວະ ອິສາເນ ສະຣະນັງກະໂຣ
ປະຖະວິຍັງ ກະກຸສັນໂທ ອາກາເສ ຈະ ທິປັງກະໂຣ
ເອເຕ ທະສະ ທິສາ ພຸທທາ ຣາຊະທັມມັສສະ ປູຊິຕາ
ນັຕຖິ ໂຣຄະພະຍັງ ໂສກັງ ເຂມັງ ສັມປັຕຕິທາຍະກັງ
ທຸກຂະ ໂຣຄະພະຍັງ ນັຕຖິ ສັພພະສັຕຕູ ວິທທັງເສນຕິ
ເຕສັມ ຍາເນນະ ສີເລນະ ສັນຍະເມນະ ທະເມນະ ຈະ
ເຕປິ ມັງ ອະນຸຣັກຂັນຕຸ ອະໂຣຄະເຍ ນະ ສຸເຂນະ ຈະ
ອະນາຄະຕັສສະ ພຸທທັສສະ ເຕ ເມ ຕະຍັສສະ ຍັສສະສິໂນ
ມະຫາເຕໂຊ ສະທາ ໂຫຕຸ ສັພພະໂສຕຖີ ພະວັນຕຸ ໂນ ຯ

ຄຳໄຫວ້ພຣະບາງເຈົ້າ

ນະມມິ ສິຣະສາ ໄມຫັງພຸດທະຣູປັງ ມະໂນຣະມັງ ລັງກາທິປາຄະຕັນ ເຍຕັງ ນະຣະເທວາ ພິປູຊິຕັວ ໂຍໂສສັງຄະຫະ ມາຣັພພິ ຍາຕະເກສຸ ປະຊສຸຈະ ອິທທິມັນຕັງ ມະຫາເຕຊັງ ອະຫັງວັນທາ ມິ ສັພພະທາ ຯ

ຄຳໄຫວ້ຕົ້ນສີມະຫາໂພທິ໌(ຕົ້ນໂພພຣະພຸດທະເຈົ້າຕັສຮູ້)

ຍັສສະມູເລ ສິສິນໂນວະ ປັຕໂຕ ສັພພັນຍຸຕຕັງສັຕຖາ ອິເມເອເຕ ມະຫາໂພທິ ອະຫັມປິເຕ ນະມັສສາມິ ສັພພາຣິວິຊະຍັງ ອະກາວັນເທຕັງ ໂພທິປາທະປັງ ໂລກະນາເຖນະ ປູຊິຕາ ໂພທິຣາຊາ ນະມັຕຖຸ ເຕ ຯ

วันพฤหัสบดีที่ 17 กรกฎาคม พ.ศ. 2551

ໄຫວ້ພຣະພຸດທະເຈົ້າ ໒໘ ພຣະອົງຄ໌

ນະເມ ຕະເມ ສະທິໂກ ມັງສຸເຣໂສ ອະປະນາ ປະສຸ ສຸປິ ອະທະ ສິຕິ ປຸວິສິ ກະໂກ ກະໂກ ທະເລ "

ໄຫວ້ພຣະໄຕປິດົກ ໘໔.໐໐໐ ທັມມະຂັນທ໌

(ເປັນຄາຖາໃຈປ່ອງດ້ວຍ)
ສຸຕຕັນເຕນຸນະອະກາຣາ ພິທັມເມນຸນະໂອໂຣທາ ວິນະເຍນຸນະອູກະຖາ ທັມມະຂັນທາ ປະກາສິຕາ ສັພເພເຕທັມເມ ສະຣະນັງ ຄັຈມາມິ ສັພເພເຕທັມເມ ສີຣະສາມນະມາມິ ເອເຕສັງ ອານຸພາເວນະ ມະຫາວະຊິຣະປັນຍາ ທິພພະປັນຍາ ມັຍຫັງ ປະວັຕທັນຕຸ ຯ

ຄຳໄຫວ້ພຣະອປະຄຸຕ

ທັກຂີເນ ອຸປະຄຸຕໂຕ ມະຫາເຖໂຣ ປັຈສິເມວະຖິໂຕ ໂສ ນຸຕຕະໂຣ ອຸຕຕະເຣ ທັມມະສາໂຣ ປຸພພັງ ສະມຸທະເທໂລຫະ ປາສາເທວະ ສາໂມນິຍາ ຍາວະເມຕໄຕໂຍ ອະພິສັມພຸທໂທໂລເກ ຈະຕຸເຣ ອະຫັງວັນທາມິ ສັພພະທາ ຯ

ຄຳໄຫວ້ທິສທາຕຸຫົວເອິກຂອງພຣະພຸດະທເຈົ້າ(ທາດປະນົມ)

- ປຸຣະມາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ
- ທັກຂີນາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ
- ປັຈສິມມາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ
- ອຸຕຕະຣາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ

ອະທິບາຍ:
- ທາຕຸຫົວເອິກຂອງພຣະພຸດທະເຈົ້ານັ້ນ ແມ່ນພຣະທາດພຣະນົມໃນປັຈຈຸບັນນີ້ ເມື່ອກ່ອນຢູ່ໃນຄວາມຄຸ້ມຄອງ ແລະສົມບັຕຂອງອານາຈັກຣ໌ ສຣີໂຄຕະປຸຣະ ເມືອງນີ້ຕັ້ງຢູ່ປາກເຊບັ້ງໄຟຝັ່ງໃຕ້ ຕໍ່ມາປ່ຽນເປັນສຣີໂຄຕະບູຣີ ປ່ຽນນາມນາມເມືອງມາຕະຫຼອດໃນທີ່ສຸດເມືອງດັ່ງກ່າວກໍຍ້າຍມາຍັງປາກເຊບັ້ງໄຟກຳ້ເໜືອ ປ່ຽນຊື່ເປັນເມືອງສີໂຄຕະບອງ, ແລ້ວກໍຍ້າຍໄປຕັ້ງຝັ່ງ ຕາເວັນຕັກຮຽກວ່າເມືອງມະຣກຂາສີໂຄຕະບອງ ໃນສະໄໝພຣະເຈົ້າຟ້າງຸ່ມມະຫາຣາດເມືອງດັ່ງກ່າວປະກົຕນາມເມືອງກະບອງ ເປັນເມືອງຂຶ້ນກົງຕໍ່ອະນາຈັກຣ໌ລ້ານຊ້າງ ຈົນມາຮອດປີ ໑໗໗໙ ພຣະທາຕຸຄົນລາວຍັງຮຽກວ່າທາດປະຍົມ (ອັນໝາຍເຖິງພຣະທາດທີນົບໄຫວ້)ລາວໄດ້ຕົກເປັນເມືອງສ່ວຍຂອງສຍາມ ຕໍ່ມາລາວໄດ້ຕົກເປັນເມືອງຂຶ້ນຂອງສຍາມໃນປີ ໑໘໒໘ ພຣະທາຕຸນີ້ຍັງຮຽກວ່າພຣະທາຕຸປະນົມຢູ່ໃນພາສາ ລາວ ຈົນມາຮອດປີ ໑໘໕໖ ທາງຝ່າຍຣາຊະກາຣຫົວເມືອງລາວຝ່າຍຕາເວັນອອກສ່ຽງເໜືອ(ອີສານ)ໄດ້ປ່ຽນນາມເມືອງເປັນພຣະທາຕຸພນົມ ກໍມີຄວາມໝາຍດຽວກັບພຣະທາຕຸປະນົມ ແລະໃນທີ່ສຸດກໍຕັ້ງແຂວງ(ຈັງຫວັດ)ນະຄອນພນົມ ຂຶ້ນເປັນຣາຊະອານາຈັກຣ໌ສຍາມ ເມື່ອສຍາມປ່ຽນເປັນໄທຍ໌ ແຂວງນີ້ກໍເປັນແຂວງໜຶ່ງຂອງໄທຍ໌ ຊື່ວ່ານະຄອນພນົມ ແລ້ວໄທຍ໌ກໍຕີຄວາມໝາຍຄຳວ່າ ພນົມໃໝ່ວ່າ "ນະຄອນແຫ່ງພູຜາ" ແຕ່ບັຕນັ້ນມາ, ທີ່ແທ້ ພຣະທາຕຸພນົມ ເປັນພຣະທາຕທີ່ສ້າງຂຶ້ນໃສ່ຫົວອົກຂອງພຣະສັມມາສັມພຸດທະເຈົ້າ ເຊິ່ງຮຽກວ່າ "ອຸຣັງຄະທາຕຸ" ໃນປີ ພ.ສ ໘ ແລະໄດ້ຖືກຄຸ້ມຕົກທອດມາເປັນສົມບັຕຂອງຄົນລາວລ່້ານຊ້າງມາຈົນລາວຕົກເປັນຫົວເມືອງຂຶ້ນຂອງສຍາມເປັນຕົ້ນມາ ມາຮອດປັຈຈຸບັນນີ້ ເຖິງວ່າພຣະທາຕຸດັ່ງກ່າວຈະຕົກເປັນຂອງໄທຍ໌ກໍຕາມ ແຕ່ໃນຄາວາມເປັນຈິງ ກໍຍັງເປັນທີ່ຂາບໄຫວ້ພຣະຄົນລາວທັງຜອງບົນສອງຝາກຝັ່ງແມ່ຂອງ.

ຄຳຖວາຍເຮືອໄຟ

ມະຍັງ ອິມິນາ ປະທິເປນະ ຣະສຸກາຍະ ນັມມະທາຍະ ນະທິຍາ ປຸຣິເນ ຖິຕັງ ມຸນິໂນ ປາທະວະຣັນຊັງ ອະພິປູເຊມະ ອະຍັງ ປະທິເປນະ ມຸນິໂນ ປາທະວະລັກຊັສສະ ປະຊາ ອັມຫາກັງ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ ສັງວັຕຕະຕຸ ຯ

ແປ:
ຂ້ານ້ອຍທັງຫຼາຍ ຂໍບູຊາຮອຍພຣະພຸດທະບາທ ຂອງພຣະມຸນີນາຖ ທີ່ຕັ້ງຢູ່ເໜືອຫາດຊາຍໃນແມ່ນຳ້ ຊື່ວ່ານັມມະທານະທີພຸ້ນ ດ້ວຍພຣະທີປນີ້ ກາຣບູຊາຮອຍພຣະພຸດທະບາທ ຂອງພຣະມະຫາມຸນີນີ້ ຈົ່ງເປັນໄປເພື່ອປະໂຫຍດ ແລະຄວາມສູຸຂແຕ່ຂ້າພຣະເຈົ້າທັງຫຼາຍ ສິ້ນກາລະນາເທີ້ນ.

ຄຳບູຊາເຂົ້າພຣະພຸດທະຮູບ

ອິມິນາ ສຸປະພຍັນຊະນະ ໂພຊະເນນະ ພຸດທັງປູເຊມິ ຯ

ແປ:
ຂ້າພຣະເຈົ້າຂໍບູຊາພຣະພຸດທະເຈົ້າ ດ້ວຍສຸປະພະຍັນຊະນະ ແລະໂພຊະນານີ້.

ຄວາມສົງນຳ້ພຣະສົງຄ໌

ອະຍັງ ເມ ສຸຄັນໂທທະເກນະ ສັງຄາພິສິນຈາມິ ສັງຄາພິສີນຈະນິວິປາໂກ ນິພພານາຍະ ສັງວັຕຕະຕຸ ອະນາຄະເຕ ຯ

ແປ

ຜົລແຫ່ງກາຣສົງພຣະສັງຄະເຈົ້າດ້ວຍນຳ້ຫອມຂອງຜູ້ຂ້ານີ້ ຈົ່ງເປັນໄປເພື່ອພຣະນິພພານ ໃນອະນາຄົຕເບື້ອງໜ້າເທີ້ນ.

วันพุธที่ 16 กรกฎาคม พ.ศ. 2551

ສົງນຳ້ພຣະພຸດທະຮູບ

ອິມິນາສຸຄັນໂທທະເກນະ ພຸດທະຣູປັງ ອິພິສິນຈາມິ ທຸກຂະນິສະຣະນັສເສວະ "ພາຄິນິສສັງ" ອະນາຄະເຕ.
ໝາຽບອກ : ຜູ້ຊາຍວ່າ "ພາຄິອັສສັງ".