วันอังคารที่ 13 ธันวาคม พ.ศ. 2554

ນິມົນພຣະໄປເຮັດບຸນເຮືອນ ຄິກຫຼືຄູ່

- ຖາມ: ເວລາເຮັດບຸນເຮືອນມົນພຣະຄິກຫຼືຄູ່ຈຶ່ງຖືກ ຫຼືມົນຈັກອົງດີ
- ຕອບ: ຄິກກະຖືກ ຄູ່ກະຖືກ
- ຄໍາເຫັນຜູ້ຖາມ : ເຂົາວ່າຄູ່ຈຶ່ງຖືກ
- ຕອບ: ບໍ່ມີໃນຕໍາລາ.
- ຖາມ: ອາຈານບໍ່ຖືຮີດຄອງບໍ ?
- ຕອບ: ຖືຄັກ
- ຖາມ: ແລ້ວເປັນຫຍັງຈຶ່ງບອກວ່າ ບໍ່ມີໃນຕໍາລາ.
- ຕອບ: ເພາະບໍ່ເຫັນມີທີ່ໃດກ່າວເຖິງ ໂດຍສະເພາະວິໄນຂອງພຣະສົງ
- ຖາມ: ເຂົາຫາກວ່າ ຕ້ອງນິມົນຄີກ ໄປງານບຸນ, ນິມົນຄູ່ໄປງານສົບ.
- ຕອບ: ອັນນັ້ນມັນທິດສະນຶກຂອງຄົນປັດຈຸບັນ, ຄົນບ້ານນອກຂອກຄາເມ ເຂົານິມົນພຣະບໍ່ຈໍາກັດຈໍານວນ ບໍ່ຈໍາກັດວ່າຄິກ ຫຼືຄູ່.
- ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ.
- ຕອບ: ໄປເບິ່ງໃນສະໄໝພຸດທະການຜູ້ສັດທາໃນພຸດທະສາສນາມັກຈະນິມົນພຣະສົງ ພ້ອມດ້ວຍພຣະພຸດທະເຈົ້າ ໕໐໐ ອົງ ນີ້ຄືຫຼັກຖານ ແລະບໍ່ເຫັນວ່າເວົ້າເລື້ອງຄີກ ເລື່ອງຄູ່, ບໍ່ເຫັນວ່າ ໙ ວ່າ ໑໐ ເວົ້າເປັນຮ້ອຍໆຂຶ້ນໄປທັງນັ້ນ, ຫຼັກຖານນີ້ປາກົດໃນພຣະໄຕຣປີດົກທັງສາມປິດົກ ແຕ່ທີ່ປະກົດທີ່ສຸດໃນພຣະສູດຕັນຕະປິດົກ ແລະພຣະວິໄນປິດົກ.
- ຖາມ:  ຄົນເຮົາດຽວນີ້ ບໍ່ມີສະຖານທີ່ພໍ ປັດໄຈພໍທີ່ຈະນິມົນພຣະເປັນຮ້ອຍຊິນິມົນເທົ່າໃດດີ ?.
- ຕອບ: ນິມົນຕາມສັດທາ ແລະຄວາມພ້ອມດີທີ່ສຸດແລ ຍາດໂຍມເອີຍ ຄວາມຫຼາຍຄວາມນ້ອຍ ຄວາມຄີດຄູ່ ຂຶ້ນທີ່ກຳລັງຄວາມພ້ອມແຫ່ງສັດທາແລະປັນຍາ  ປີ ໑໙໙໖ ພຣະອາຈານຂື້ນມາວຽງຈັນ ເຫັນຊາວວຽງຈັນ ຍັງທຳ ແບບບູຮານຢູ່ບໍ່ເຫັນນິມົນຄູ່ຄີກ ທັງທີ່ເປັນງານບຸນເຮືອນ ແລະງານສົບ ດຽວນີ້ມີການຈັດແບບນັ້ນຫຼັງປີ ໑໙໙໐ ສ່ວນຢູ່ຊົນລະບົດ ແລະຫົວເມືອງໃນບັນດາແຂວງກໍຍັງທຳແບບນັ້ນຢູ່ ຫາກງານບຸນເຂົາຈະນິມົນໝົດວັດເລີຍ ເອົາໄວ້ແຕ່ຜູ້ເຝົ້າວັດ ບໍ່ສົນໃຈວ່າຄູ່ຫຼືຄີກ.
- ຖາມ: ຄັນຊັ້ນເຮັດຈັ່ງໃດຖືກ ຂ້ານ້ອຍ.
- ຕອບ: ມາຮອດດຽວນີ້ແລ້ວ ເມື່ອສັງຄົມນິຍົມກັນແບບນັ້ນແລ້ວ ເຮົາກໍເຮັດໄປຕາມເຂົາກ່ອນ ຫາກທ່ານຈະເຮັດແບບເດີມໆ ກໍບໍ່ມີຜິດດອກ ຍິ່ງເພີ່ມສັດທາຂອງທ່ານອີກໂຍໆຍິ່ງໆ ເພາະພິທີກຳ ບໍ່ໄດ້ມາຂັດຂວາງສັດທາ ກໍສົນ ແລະທຳຂອງທ່ານເລີຍ. 


ອ່ານເລື່ອງນາງວິສາຂາ ເປັນຕົວຢ່າງ
ເລື່ອງນາງວິສາຂາ ແບບຍາວໆອ່ານນີ້ເປັນຕົວຢ່າງ
ອ່ານນີ້ປະກອບຕົວຢ່າງ

วันพุธที่ 7 ธันวาคม พ.ศ. 2554

ເອົາຄອງບາດ ເອົາຄອງຜ້າ (ສຳລັບພຣະພິກຂຸທັງເກົ່າທັງໃໝ່)

ການເອົາຄອງບາດ ຄອງຜ້າຖືເປັນຮີດພຣະຄອງສົງ ຈະຢູ່ວັດກໍຕາມ ຢູ່ທີ່ໃດກໍຕາມຕ້ອງໄດ້ເອົາຄອງບາດ-ຄອງຜ້າ ທັງເຊົ້າທັງແລງ.

ບົດເອົາງຄອງບາດ 
(ວ່ານະໂມ ໓ ຫົນ)
- ອະຍັງ ປັດໂຕ ເມນາໂຖ ພະຄະວະຕາ ພຸດໂທ ວະຕະໂສ ພະຄະວາ ອິທັງ ບິນດິປັຕຕັງ ອະຣິຍະສັງຄັງ ອະຣິຍະຕິນນັງ ທາຕຸໂຍ ທາຕຸມັຕຕະກັງ ປະຕິ ປະຕິຈສາມິ. (ວ່າສາມຫົນ)

ບົດຄອງຜ້າຂອງພິກຂຸ
(ວ່ານະໂມ ໓ ຫົນ)


- ພຸທະທະຄຸນນັງ ທັມມະຄຸນນັງ ສັງຄະຄຸນນັງ ພຸດໂທເມນາໂຖ ທັມໂມເມນາໂຖ ສັງໂຄເມນາໂຖ ພຸດທະຣັຕຕະ ຕຣັຍ ຍັງ ສະຣະນັງຄັຈສະມິ ທັມມະຣັຕຕະນະຕຣັຍຍັງ ສະຣະນັງຄັຈສະມິ ສັງຄະຣັຕຕະນະຕຣັຍຍັງ ສະຣະນັງຄັຈສະມິ ຯ
- ສັງວິທາ ປຸກະຍະປະ ອາປາມະຈຸປະ ທີມະສັງອັງຂຸ.
ແຍກທຳ:
ກ. ສັງວິທາປະກະຍະປະ ແມ່ນຄາຖາພຣະພຣະອະພິທັມມະສັງຄະເຈົ້າທັງ ໗ ຄັມພີ ໄດ້ແກ່ຜ້າສັງຄາຕິນັ້ນແລ.
ຂ. ອາປາມະຈຸປະ ນັ້ນແມ່ນຄາຖາພຣະວິນັຍເຈົ້າທັງ ໕ ພຣະຄັມພີໄດ້ແກ່ຜ້າຈີວອນ(ຜ້າຄຸມ)ເຈົ້ານັ້ນແລ.
ຄ. ທີມະສັງອັງຂຸ ນັ້ນແມ່າຄາຖາພຣະສູດເຈົ້າທັງ ໕ ພຣະຄັມພີ ໄດ້ແກ່ຜ້າສະບົງເຈົ້ານັ້ນແລ.

- ອັສສສາດ ປັສສວາດ ນິສສວາດ ຄຸນພຣະສູຕ ຄຸນພຣະວິນັຍ ຄຸນພຣະອະພິທັມມະເຈົ້າ ຈົ່ງສະເດັຈເຂົ້າມາເປັນທີ່ ຈັ້ງທີ່ເພິ່ງ ເມ ແຫ່ງຜູ້ຂ້າ ຕາບຕໍ່ເທົ້າເຂົ້າສູ່ນິຣະພານ ກໍຂ້າເທີ້ນ.

- ຍັຕຕະການິເສຂິຍະ    

วันพฤหัสบดีที่ 29 กันยายน พ.ศ. 2554

ເຮັດບຸນ


ເຮັດບຸນ
        ຄຳວ່າ “ເຮັດບຸນ” ແປວ່າວ່າ “ການສ້າງຄວາມດີ” ທັງກາຍ, ວາ ຈາ ແລະທາງໃຈ, ເພື່ອໃຫ້ໃຈເປັນສຸກ, ເຊິ່ງມີຄວາມມຸ້ງຫວັງໃຫ້ເກີດ ຄວາມສຸກຄວາມຈະເລີນທາງກາຍ ແລະໃຈ, ນອກຈາກນັ້ນການເຮັດບຸນ ຍັງມີອະນິສົງຕໍ່ເນື່ອງ ໃຫ້ຜູ້ນັ້ນພັດທະນາຈິດອັນບໍຣິສຸດ ມຸ້ງສູ່ສະຫວັນ ແລະນິບພານອີກ, ການເຮັດບຸນ ບາງຄັ້ງກໍວ່າການ “ທຳບຸນ”.
          ການເຮັດບຸນ ຫຼືການທຳບຸນໃນທາງພຸດທະສາສະໜານັ້ນ ມີ ໓ ຢ່າງ ຄື.
          ໑. ທານ: ການໃຫ້ ຫຼືການເສັຍສະຫຼະໂພຄະສັບຂອງຕົນແກ່ສາ ທາລະນະຊົນ ຫຼືເສັຍສະຫຼະເພື່ອສາສະໜາຂອງຕົນ ຮຽກອີກຢ່າງໜຶ່ງວ່າ “ຈາຄະ” ຫຼືການບໍລິຈາກ.
          ໒. ສີນ: ຄືການຮັກກາຍ ແລະວາຈາໃຫ້ສະຫງົບ ຫຼືບໍລິສຸດ ອັນມີ ສີນ ໕ ເປັນພື້ນຖານ.
          ໓. ພາວະນາ: ຄືການປະຕິບັດທຳຂັ້ນສູງ ເພື່ອຮັກສາໃຈ ຫຼືອົບຮົມ ໃຈໃຫ້ເປັນສຸກ ການພາວະນາມີ ໒ ທາງ ຄື ການປະຕິບັດທັມ ແລະການ ຟັງທຳ; ການພາວະນາຮຽກອີກຢ່າງໜຶ່ງວ່າ ການລະນຶກເຖິງເຊິ່ງຄຸນ ງາມຄວາມດີ.
          ທັງ ໓ ຢ່າງເປັນການເຮັດບຸນໃນທາງສາສະໜາ, ບາງຄັ້ງກໍວ່າ ສີນ, ສະມາທິ ແລະປັນຍາ.
ລັກສະນະການເຮັດບຸນ
        ໑. ການໃຫ້ທານ.
          ໒. ການຮັກສາສີນ
          ໓. ການພາວະນາ ຄື.
          - ການອົບຮົມທຳດ້ວຍການສຶກສາທຳດ້ວຍການອ່ານ ແລະການ ຟັງ.
          - ການນັ່ງສະມາທິ ຫຼືການປະຕິບັດສະມາທິ ມີ ໒ ຄື
                   ກ. ສະມັດຖະກຳມັດຖານ
                   ຂ. ວິປັດສະນາກຳມັດຖານ.
          - ໃນໜັງສືເຫຼັ້ມນີ້ ຈະແນະນຳເລື່ອງການເຮັດບຸນໃນລັກສະນະ ການໃຫ້ທານ ອັນເປັນປະເພນີລາວ ເມື່ອໃຫ້ການເຮັດບຸນຂອງທ່ານ ທັງ ຫຼາຍຖືກຕ້ອງ ແລະສອດຄ່ອງຕາມປະເພນີວັດທະນະທຳລາວ.
ຂັ້ນຕອນຂອງການເຮັດບຸນ
          ໑. ການໄຫວ້ພຣະ.
          ໒. ການສັກເຄເທວະດາ.
          ໓. ການສະມາທານສີນ.
          ໔. ການຖວາຍທານ.
          ໕. ການຮັບພອນ, ອຸທິດສ່ວນກຸສົນ(ທັກຂີນານຸປາທານ)

วันศุกร์ที่ 23 กันยายน พ.ศ. 2554

ສຸວັນນະບັດ

- ສຸວັນນະບັດ ແປວ່າແຜ່ນຄຳ ປະກາດນາມສາຍາຂອງ "ສັງຄາພິເສກ" ຫຼື "ນາມສະສັກຂອງພຣະສົງ" ບາງຄັ້ງຮຽກ ວ່າ "ປາກນາມ" ເຊິ່ງມີຄວາມໝາຍວ່າ "ປາກ" ແປວ່າເວົ້າ ຫຼືບອກ "ນາມ" ແປວ່າ "ຊື່" ໝາຍຄວາມວ່າ "ບອກຊື່" ພາສາປັດຈຸບັນ ກ່າວວ່າປະກາດຊື່ນາມະຍົດຂອງສົງ ຜູ້ທີ່ໄດ້ຖືກຍົກຖານັນດອນສັກ ຮຽກວ່າ "ຍົກ" ຫຼື ພາສາທາງ ເໜືອວ່າ "ພິກ" ເຊິ່ງແປວ່າປ່ຽນສະຖານະເດີມໃຫ້ສູງຂຶ້ນ ເຊັ່ນ ເປັນ ເນນຍົກຂຶ້ນເປັນພຣະພິກຂຸ ຮຽກວ່າ "ພິກເຈົ້າເປັນຫົວ", ຈາກພຣະພິກຂຸໃຫ້ຖານັນດອນສູງຂຶ້ນ ຮຽກວ່າ "ພິກ" ຫຼືຫົດ ໃຫ້ເປັນສົມເດັດ, ຊາ, ຄູ ແລະຊັ້ນ ອື່ນໆຂຶ້ນໄປ ເມື່ອພິກແລ້ວ ມີການປະກາດນາມ ສະນັ້ນ ທາງບັນດິດອາຈານ ຈຶ່ງແຕ່ງໂຄງໄວ້ ຮຽກວ່າສຸວັນນະບັດ ເພາະໃນນັ້ນ ຈະມີຫຼາບເງິນ, ຫຼາບຄຳ ແລະຕາຣະບັດ.

วันพฤหัสบดีที่ 22 กันยายน พ.ศ. 2554

ຂ້ານ້ອຍເຮັດພາເຂົ້າທິບຫາຜົວຂ້ານ້ອຍ ຜົວຂ້ານ້ອຍຊິໄດ້ບໍ ?

- ແມ່ອອກຄົນໜຶ່ງ ໄປທີ່ວັດໜຶ່ງ ເພື່ອເຮັດພາເຂົ້າທິບຫາຜົວ ທີ່ຕາຍໄປແລ້ວ ຫຼັງຈາກເຮັດພາເຂົ້າທິບແລ້ວ 2 ວັນກໍກັບໄປຫາພຣະອາຈາຍອີກ ແລ້ວຖາມພຣະອາຈານວ່າ.
- ແມ່ອອກ : ຂ້ານ້ອຍເຮັດພາເຂົ້າທິບ ຫຼືເຮັດບຸນຫາຜົວຂ້ານ້ອຍແລ້ວ ຢາກຮູ້ວ່າຜົວຂ້ານ້ອຍຊິໄດ້ຮັບບໍ ?
- ພຣະອາຈານ : ອືມ໌....ແມ່ອອກເອີຍອັນນັ້ນມັນຕອບຍາກກະ ເປັນອັນວ່າແມ່ອອກເຮັດໄປແລ້ວ ຍ່ອມມີອານິສົງແນ່ນອນ.
- ແມ່ອອກ: ຂ້ານ້ອຍບໍ່ເຂົ້າໃຈ ໃຫ້ພຣະອາຈານຕອບຊ້ານ້ອຍຄັກໆແນ່ ເວົ້າແຈ້ງໂລດ ບໍ່ຕ້ອງເກງໃຈ.
- ພຣະອາຈານ: ເອີ...ຄັນຊັ້ນຊິຕອບແມ່ອອກໄປຕາມເລື່ອງຕາມລາວ ທີ່ພໍຮູ້ໃດເດີ.
- ແມ່ອອກ: ໂດຍຂ້ານ້ອຍ ຕອບໂລດຂ້ານ້ອຍ ພໍໃຫ້ຫາຍຄວາມສົງໄສ.
- ພຣະອາຈານ: ຄວາມຈິງແລ້ວ ແມ່ອອກເຮັດບຸນໃດໆ ກໍຕາມ, ຫາກເຮັດດ້ວຍຄວາມບໍຣິສຸດທັງໃຈຂອງແມ່ອອກ ແລະບໍຣິສຸດທັງວັດຖຸທີ່ທານໄປນັ້ນ ບຸນນັ້ນຍ່ອມເກີດແນ່ນອນ ແຕ່ວັດຖຸປະສົງຂອງແມ່ອອກນັ້ນ ເພື່ອອຸທິດຫາຜົວຂອງແມ່ອອກທີ່ລ່ວງລັບໄປແລ້ວ(ຕາຍ) ນັ້ນ, ຈະຕອບວ່າ ໄດ້ກໍມີ, ບໍ່ໄດ້ກໍມີ ຕ້ອງເບິ່ງຕາມເຫດ ຕາມປັດໃຈຂອງຜູ້ທານ ແລະຜູ້ຮັບ.
- ແມ່ອອກ: ບໍຣິສຸດ ຈັ່ງໃດຂ້ານ້ອຍ ?
- ພຣະອາຈານ: ບໍຣິສຸດ ຄືວ່າ ເບື້ອງຂອງຜູ້ທານ ຄືແມ່ອອກເອງນັ້ນ, ມີຄວາມບໍຣິສຸດໃຈ ບໍ່ມີອຳນາດອື່ນ ຫຼືສິ່ງອື່ນມາບັງຄັບບັນຊາໃຫ້ເຮັດ ແຕ່ການເຮັດຂອງແມ່ອອກນັ້ນເຮັດດ້ວຍສັດທາຕໍ່ພຣະພຸດທະສາສນາໂດຍແທ້ ບຸນນັ້ນຍ່ອມເກີດຂຶ້ນເປັນສິ່ງບໍ່ຣິສຸດ ເຕັມປ່ຽມເນືອງນອງເໝືອນນໍ້າໃສບໍຣິສຸດຕົກລົງມາສູ່ອຸສູ່ໃຫ ທີ່ໃຫຍ່ ຫຼືນ້ອຍ, ຍ່ອມລັ່ງໄຫຼລົ້ນເຫຼືອອອກມາເຈຶອຈານໄປທົ່ວປະຖະພີ, ບາດນີ້ມາເບິ່ງຜູ້ທີ່ຮັບ ພຣະສົງຜູ້ທີ່ຮັບນັ້ນ ເປັນຜູ້ທີ່ບໍຣິສຸດດ້ວຍສິລະແລ້ວ ເປັນຜູ້ທໍາທັກຂີໄນຍະທານ ກໍອານິສົງຂອງການທານຍ່ອມສໍາເຣັດບໍຣິບູນ, ຄົນທີ່ເຮົາອຸທິດສົງຜົນໄປໃຫ້ນັ້ນ ຈະໄດ້ຮັບບໍ່ໄດ້ຮັບ ຕ້ອງເບິ່ງຢ່າງນີ້ ຄື:
- ຜູ້ທີ່ຈະໄດ້ຮັບຜົນທານ ຫຼືບໍ່ໄດ້ຮັບຜົນທານ.
ກ. ກ່ອນເຂົາຍັງບໍ່ທັນຕາຍນັ້ນ ເຂົາເປັນຄົນສໍາມາທິດຖີ ເຫັນຖືກຕ້ອງ ແລະເຊື່ອໝັ້ນສັດທາໃນພຸດທະສາສນນາບໍ ?
ຂ. ເຂົາຕາຍໄປແລ້ວໃນປັດຈຸບັນທັນດ່ວນນັ້ນ ດວງວິນຍານຂອງເຂົາຍັງບໍ່ທັນໄກຈຸຕິໃນພົບໃດໆ.
(ຜົວແມ່ອອກຍັງບໍ່ທັນໄດ້ເກີດ ແລະຕອນມີຊີວິດຢູ່ນັ້ນ, ຫາກທໍາບຸນຫຼາຍ ກໍອາດຈະໄດ້ຮັບຫາກຍັງບໍ່ທັນໄດ້ໄປຈຸດຕິເກີດໃນພົບໃດ ? ວິທີແກ້ແນວນີ້ ເຂົາແກ້ວ່າ ເມື່ອຄົນຕາຍໄປແລ້ວຮີບທໍາບຸນໄປຫາໂລດ).
- ພຣະອາຈານ: ຜົວແມ່ອອກ ຕອນມີຊີວິດຢູ່ເປັນຈັ່ງໃດ ?
- ແມ່ອອກ: ໂອຍ....ພຣະອາຈານເອີຍ ຂ້ານ້ອຍບໍ່ຢາກເວົ້າໃຜໆ ກໍເຫັນນຳກັນ, ກິນເຫຼົ້າເມົາສຸລາໝົດມື້ໝົດຄື ຕາຍນີ້ກະຕາຍເພາະເຫຼົ້າ, ເປັນຕັບແຂງຂ້ານ້ອຍດ ວຽກບໍ່ເຮັດງານບໍ່ສ້າງ ຂ້ານ້ອຍມາຢູ່ນໍາລາວ 16 ປີ ບໍ່ເຫັນລາວພາທໍບນຈັກເທື່ອ ຊັກຊວນໄປກະບໍ່ໄປ ລາວຍັງວ່າ ເຮັດໄປເຮັດຫຍັງ ?
- ພຣະອາຈານ: ອືມ໌ ຄັນປັນຈັ່ງຊັ້ນ ກໍບໍ່ຮູ້ຊິຕອບແມ່ອອກດອກ ສຸດແລ້ວແຕ່ແມ່ອອກຈະຄິດເອົາເອງເດີ.
- ແມ່ອອກ: ແລ້ວ ຄັນຊັນ ຂ້ານ້ອຍກໍບໍ່ຈໍາເຮັດຕິ, ຊັ້ນນາ.
- ພຣະອາຈານ: ຍິ່ງຈໍາປັນ ທີ່ສຸດ.
- ແມ່ອອກ: ຈໍາເປັນແນວໃດຄັນວ່າເຮັດຫາຜົວຂ້ານ້ອຍແລ້ວ ຜົວຂ້າບໍ່ໄດ້ ?
- ພຣະອາຈານ: ຜົວແມ່ອອກໄດ້ ຫຼືບໍ່ໄດ້ ມັນກໍເປັນເລື່ອງຂອງຜົວຂອງແມ່ອອກ ເທົ່ານັ້ນ, ເຂົາຍັງມີຊີວິດຢູ່ ເຂົາຍັງບໍ່ເຮັດບໍ່ສ້າງ ບາດຕາຍໄປແລ້ວ ເຂົາຈະບໍ່ມີເຂົ້າໄຖ່ ເຂົ້າຖົງ, ແຕ່ສໍາລັບແມ່ອອກ ກໍກໍາລັງກຽມເຂົ້າໄຖ່ເຂົ້າຖົງ ເອງຕ່າງຫາກ ຜົນທານ ທີ່ແມ່ອອກທານໄປແລ້ວ ຍ່ອມເປັນສົມບັດຂອງແມ່ອອກ ເຖິງຜົວແມ່ອອກໄດ້ຮັບ ຜົນທານນັ້ນ ທີ່ໄດ້ບໍຣິບູນກໍແມ່ນແມ່ອອກ ຫາກຜົນຂອງແມ່ອອກບໍ່ໄດ້ຮັບ ແມ່ອອກກໍຍັງໄດ້ ເຕັມປ່ຽມບໍຣິບູນບໍ່ມີດ່າງ ມີພອຍ ຫາກສັດທານັ້ນເຕັມປ່ຽມດ້ວຍປັນຍາ.
- ນັ້ນແລ ສາທຸຊົນທັງຫຼາຍ ເຮົາເກີດມາມີກັມ, ມີປຕ່ມະນຸດເທົ່ານັ້ນ ເປັນຜູ້ສ້າງກັມ ທັງກັມດີ ແລະກັມຊົ່ວ ຫາກປະກອບກໍາຊົ່ວກໍໄປເກີດເປັນສັດເດັຍລະສານ, ເຜດ, ອະສຸຣະກາຍ ຮຽກວ່າອະບາຍະພູມ ຄືພູມຕໍ່າ ພູມຕໍ່າເລົ່ານີ້ ຜົນທານຈະບໍ່ໄປເຖິງ ອີກຢ່າງພູມແຕ່ລະພູມ ກໍມີສິ່ງຂອງສໍາລັບພວກເຂົາແລ້ວ, ຫາກໄປສຸຄະຕິພູມ ຄືພູມສະຫວັນ ກໍຈະໄດ້ຮັບອານິສົງຈາກຜົນບຸນ ເປັນຂອງທິບ ຄືນຶກ ຄິດ ໄດ້ຕາມປະສົງ ທີ່ຜະຫຼະອານິສົງທີ່ຕົນໄດ້ກະທໍາແລ້ວ ໃນໂລກໜີ ຈຶ່ງສົ່ງໃຫ້ເຮົາໄປສູ່ພູມທີ່ສູງ, ດ້ວຍເຫດນັ້ນ ທ່ານຜູ້ມີປັນຍາ ຈຶ່ງປະກອບກໍາດີ ສ້າງບຸນສ້າງກຸສົນເອງ ບໍ່ລໍໃຫ້ລູກຫຼາຍຍາດມິດອຸທິດໃຫ້ ບຸນທີ່ເຂົາໄດ້ທໍາແລ້ວ ຍ່ອມຕິດຕາມຕົວເຂົາໄປທຸກພົບ ທຸກຊາດ, ການທີ່ແມ່ອອກທໍາລົງໄປ ຍາມໃດ ເວລາໃດ ຂະນະໃດ ຫາກເຮັດດ້ວຍຄວາມບໍຣິສຸດ ບໍຣິບູນ ຍ່ອມເປັນຂອງແມ່ອອກເອງນັ້ນແລ ຢ່າງສົງໃສເທີ້ນ,
- ແມ່ອອກນໍ້າຕານອງໜ້າ ແລ້ວອະນຸໂມທະນາສາທຸ ດ້ວຍຄວາມດີໃຈ ແຕ່ກ່ອນເຂົາມັກຕັກບາດແຄມທາງ ມາບັດນີ້ເຂົາກໍທໍາ ວັນໃດຫວ່າງໆ ຫຼືວັນປະເພນີ ເຂົາກໍມາທໍາບຸນທີ່ວັດ ຫຼືຊ່ວຍວຽກວັດ ຈາກວັນຜົວເຂົາຕາຍຈາກ ເປັນເວລາ 5 ປີແລ້ວ ດຽວນີ້ເຂົາໄດ້ຜົວໃໝແລ້ວ ເປັນຄົນມີເງິນ ມີຖານະ ແລະດີກວ່າຜົວເກົ່າສົມຄວນ ເຖິງເປັນພໍ່ຮ້າງກໍຕາມແຕ່ກໍມີຄວາມສຸກວ່າຊັ້ນ, ເຂົາສາລະພາບວ່າ ຂ້ານ້ອຍເອົາຜົວມາ 16 ປີ ໄດ້ລູກ 1 ຄົນ ບໍ່ເຄີຍມີວັນໃດສຸກແມ່ນຄັ້ງດຽວ ບາດຂ້ານ້ອຍ ບາດຜົວຂ້ານ້ອຍຕາຍໄປແລ້ວ ຂ້ານ້ອຍຢ້ານຂ້ານ້ອຍມີກັມກັບລາວ ແລະບໍ່ຢາກໃຫ້ຜົວເກົ່າຂ້ານ້ອຍມີກັມ ຂ້ານ້ອຍຈຶ່ງເຮັດບຸນຫາລາວ ໄປວັດໃດກໍເຮັດ ແລະນຶກເຖິງຜົວເກົ່າຂ້ານ້ອຍ ໃຫ້ເຂົາໄດ້ຮັບ ເຖິງເຂົາບໍໄດ້ຮັບກໍຕາມ ຂ້ານ້ອຍປາດຖະໜາພຽງຢ່າງດຽວ ຄືຢ່າໃຫ້ໄດ້ພົບຜົວແບບນີ້ອີກໃນທຸກໆ ຊາດ, ພຣະອາຈານຕອບວ່າ ຄວາມປາຖະໜາຍ່ອມສົມປະສົມ ຫາກຈິດໃຈບັນຈົງທໍາດ້ວຍເຈດຕະນາທີ່ບໍຣິສຸດ, ນັ້ນແລ ແມ່ອອກເຮີຍ ການເຮັດບຸນຕ້ອງມີວັດຖຸປະສົງ ແລະເຈຕະນາ ເຖິງເຈດຕະນາສິ່ງໜຶ່ງ ມັນອາດຊິໄດ້ສິ່ງໜຶ່ງ ຂໍໃຫ້ເຊື່ອໝັ້ນໃນສິງທີ່ຕົນທໍານັ້ນກໍພໍແລ້ວ.
(ເລື່ອງລາວ ກໍເປັນເຊັ່ນນັ້ນແລ)

ຢາດນໍ້າຈັ່ງໃດດີ(ຈຶ່ງຖືກຕ້ອງ)

ແມ່ອອກພໍ່ອອກ ເຄີຍຖາມພຣະອາຈານຫຼາຍຄັ້ງວ່າ “ອາຈານ ເອີຍຂ້າ ນ້ອຍຂໍຖາມແນ່ວ່າການຢາດນໍ້າຫຼັງທຳບຸນນັ້ນ ຢາດຈັ່ງໃດ ຂ້ານ້ອຍ”
ພຣະອາຈານກະຕອບງ່າຍບໍ່ຢອກ “ຢາດລົງໂລດ ຢາດລົງໂລດແມ່ອອກ ເອີຍ.”
ແມ່ອອກຖາມອີກວ່າ “ຢາດລົງໃສ ຂ້ານ້ອຍ”
ພຣະອາຈານຕອບ “ຢາດລົງດິນໂລດ ງ່າຍທີ່ສຸດ ຄັນແມ່ນຢູ່ໃນດິນ, ຄັນແມ່ນຢູ່ເຮືອນ ແລະທີ່ສາລາ ໃຫ້ຢາດລົງລົງພາສະນະຮອງຮັບ ແລ້ວຈຶ່ງໄປຢາດ ລົງດິນອີກຕໍ່ໜຶ່ງ”
ຕອນຢາດນັ້ນໃຫ້ເຮັດຈັ່ງໃດ ບໍ່ປາຖະໜາໃຫ້ບຸນຄໍ້ານໍ້າຊູເຮົາ ແລະຄອບ ຄົວ ແລ້ວກໍອຸທິດໄປຫາກເຈົ້າກັມນາຍເວນ ແລະທ່ານຜູ້ມີພຣະຄຸນນໍາເຮົາ, ທັງໃນຊາດນີ້ ແລະອະດີດຊາດຈົ່ງໄດ້ຮັບຜົນທານນີ້.
ແມ່ອອກ “ຂ້ານ້ອຍບໍ່ຮູ້ເວົ້າ ຈັກຊິເວົ້າຈັ່ງໃດ”
ພຣະອາຈານ ເວົ້າໄປໂລດ ບໍ່ຜິດດອກ ເວົ້າຕາມຄິດຢາກເວົ້າ, ເຂົາວ່າເວົ້າເສລີ ຄືເຮົາຄິດຢາກເວົ້າຫຍັງ ຂໍໃຫ້ເວົ້າອອກມາ ນຶກໃນໃຈ ບໍ່ມີກະຕິກາ ຄັນຊິເວົ້າຕາມກະຕິກາ ເຮົາຕ້ອງໄດ້ທ່ອງເອົາຕາມແບບເພິ່ນ ຄື ມີອະທາສີເມ, ອິມິ ນາ ຍັງກິນຈິ ຫຼືອື່ນໆ ເປັນພາສາປາລີ ຫາກຈະເວົ້າເປັນພາສາລາວ ອາຕະມາ ຈະເວົ້າໃຫ້ຟັງ ແລະຈະຂຽນໃຫ້ໄປທ່ອງ ສຳຄັນຂຽນໃຫ້ແລ້ວຕ້ອງໄປທ່ອງໃຫ້ໄດ້ເດີ ຄັນຊິທ່ອງເອົາຊິຂຽນໃຫ້ເດີ
- ແມ່ອອອກ ໂດຍຂ້ານ້ອຍ

ແບບທີ 1 ທີ່ເປັນລະບຽບແບບແຜນຄັກແນ່
- ບັນດາບຸນກຸສົນ ທີ່ຂ້ານ້ອຍໄດ້ກະທໍາໃນວັນນີ້ ຂໍໃຫ້ເປັນເຂົ້ານໍ້າ ເຄື່ອງທິບນານາ ເປັນວິມານທອງ ເຮືອງຮອງໂສພາ ກັບທັງນາງຟ້າ ພັນໜຶ່ງບໍຣິວານ ເຄື່ອງທິບທາງນີ້ຂໍໃຫ້ເຖິງຊົນນີ (ປູຍ່າ) ບິດາ(ພໍ່) ມານດາ(ແມ່) ຢ່ານານ ເຖິງຍາດທຸກໝູ່ ຄຣູບາອາຈານ ພົ້ນທຸກຢ່ານານ ໄດ້ວິມານທອງ ຜູ້ເຜດທັງຫຼາຍ ນະຣົກອະສຸຣະກາຍ ໝູ່ສັດທັງຜ່ອງ ເຕົ່າປາປູຫອຍ ໃຫຍ່ນ້ອຍເນືອງນອງ ຈົ່ງຕັ້ງໃຈປອງຮັບເອົາສ່ວນບຸນ ສັດນ້ອຍສັດໃຫຍ່ ຕົວເຮົາໄດ້ໃຊ້ ໄດ້ກະທໍາທາຣຸນ ບາບໃຊ້ປອງປຸນຮັບເອົາສ່ວນບຸນ ຮັບເອົາສ່ວນບຸນຢ່າເປັນເວນກັມ ອິນທາເທວາ ອີກທັງພົມມາ ທ້າວເວດສຸວັນ ພຣະພູມເຈົ້າທີ່ ຂໍໃຫ້ຂ້ານ້ອຍໄດ້ເປັນເສດຖີ ຄະຣືຫະບໍດີ ມົນຕີພຣະຍາ ຂໍໃຫ້ຫາຍພຣະຍາດໂຣຄາ ອາຍຸວັນນະ ສຸຂະພະລະເທີ້ນ ສາທຸ

ພຣະອາຈານຂຽນແລ້ວ ກໍເອົາມາໃຫ້ແມ່ອອກ ແມ່ອອກໄດ້ຮັບແລ້ວ ວ່າແຕ່ເຫັນເຈັ້ຍກໍເວົ້າຂຶ້ນທັນທີ "ສັງມາຍາວແທ້ ເຮັດຈັ່ງໃດຊິຈື່ ຂ້ານ້ອຍ" ພຣະອາຈານກໍເວົ້າວ່າ ທ່ອງເອົາແມ່ອອກເອີຍ, ແມ່ອອກກະວ່າ ຊິມີເວລາທ່ອງນໍ ຂ້ານ້ອຍ, ອາຈານກໍວ່າ ເອົາຈັ່ງຊັ້ນກໍເອົາໂຕສັ້ນໆ ໄປທ່ອງເດີ ເອົາຊິຂຽນໃຫ້.

ແບບທີ 2 ຢາດນໍ້າແບບສັ້ນ
- ອະທັງໂນ ຍາຕິນັງ ໂຫຕຸ ສຸຂີຕາໂຫຕຸ - ບຸນກຸສົນທີ່ຂ້ານ້ອຍທໍານີ້ ຂໍໃຫ້ເຖິງຍາດພີ່ນ້ອງຂອງຂ້ານ້ອຍໂດຍໄວ ແລະຂໍໃຫ້ຂ້ານ້ອຍມີຄວາມສຸກ ເທີ້ນ.

- ພຣະອາຈານຂຽນແລ້ວ ກໍເອົາໃຫ້ແມ່ອອກ ແມ່ອອກຮັບໄປແລ້ວ ກໍເອົາມາອ່ານເບິ່ງ ກໍອຸທານຂຶ້ນວ່າ ອືມ໌ ຈັ່ງຊີ້ກະໃຄແນ່, ຄືຊິຈື່ງ່າຍ, ແຕ່ວ່າສັ້ນ ຈັ່ງຊີ້ ກະຊິໄດ້ບຸນຢູ່ບໍ ອາຈານ ?
- ພຣະອາຈານກະຕອບວ່າ ອັນບຸນມັນໄດ້ຢູ່ແລ້ວ ຖ້າເຮັດຫຍັງດວຍຄວາມຕັ້ງໃຈ ປາຖະໜາແລ້ວ ກໍເຮັດພ້ອມ ຍ່ອມໄດ້ບຸນ, ຄັນບໍ່ໄດ້ດັ່ງທີ່ຂຽນໃຫ້ ກໍເວົ້າເອົາເອງຕາມໃຈ ສຸດແລ້ວແຕ່ຢາກເວົ້າ ຂໍໃຫ້ເປັນເລື່ອງດີ ເລື່ອງສະບາຍໃຈກະແລ້ວກັນ.

วันอาทิตย์ที่ 11 กันยายน พ.ศ. 2554

ປະ​ເທດລາວ​ເປັນ​ປະ​ເທດພຸດທະສາສະໜາ


ປະເທດລາວເປັນປະເທດພຸດທະສາສະໜາ
          ປະເທດລາວເປັນປະເທດພຸດທທະສາສະໜາທີ່ແທ້ຈິງ, ພົນລະເມືອງລາວເກືອບ ໙໐ ເປີເຊັນ​, ເປັນພຸດທະສາສະນິກະຊົນ, ປັດຈຸບັນປະຊາຊົນລາວມີ ລ້ານກວ່າຄົນ, ມີວັດຢູ່ ໒໐໐໐ ກວ່າວັດ, ​ແລະພຣະສົງ-​ສາມະເນນລາວປັດຈຸບັນ ມີປະມານ ໓໐.໐໐໐ ກວ່າອົງ.
          ເບິ່ງຕາມຕົວເລກຄືຈັ່ງວ່າ ຈຳນວນຜູ້ບວດມີນ້ອຍຢູ່ ເພາະມີພຣະສົງ​-ສາມະເນນພຽງສາມໝື່ນກວ່າອົງເທ່ົານັ້ນ,ອັນນີ້ຈະວ່າເປັນເປີເຊັນນ້ອຍນັ້ນກໍບໍ່ແມ່ນ ຈະວ່າຫຼາຍກໍບໍ່ແມ່ນເພາະວ່າພຸດທະສາສະໜາຈະໝັ້ນຄົງແລະຈະເຣີນຂຶ້ນໄດ້ບໍ່ແມ່ນເປັນພັນທະສະເພາະພຣະສົງ-ສາມະເນນເທົ່ານັ້ນ, ມັນຫາກລວມເອົາບໍຣິສັດ ຈຳພວກອັນໄດ້ແກ່:
. ພິກຂຸສົງ(ພຣະຜູ້ຊາຍ)
. ພິກຂຸນີສົງ(ພຣະຜູ້ຍິງ-​​ໃນຝ່າຍເຖຣະວາທະ ກ່າວກັນວ່າໄດ້ສິ້ນສຸເມື່ອ . ໕໐໐ ສ່ວນຝ່າຍອາຈາຣິຍະວາທະ ຍັງປາກົດວ່າຍັງມີຢູ່).
. ອຸປາສົກ(ພໍ່ອອກ ຜູ້ຖືພຣະຣັຕະນະໄຕເປັນທີ່ເພິ່ງ).
. ອຸປາສິກາ(​ແມ່ອອກ ຜູ້ຖືພຣະຣັຕະນະໄຕເປັນທີ່ເພິ່ງ)
ບໍຣິສັດສີ່ຈຳພວກນີ້ເປັນສິ່ງຄ້ຳປະກັນແລະຢັ້ງຢືນເຖິງຄວາມເສື່ອແລະຄວາມຈະເຣີແຫ່ງພຣະພຸດທະສາສະໜາ, ຫາກວ່າພຸດທະບໍຣິສັດເຫຼົ່ານີ້ ຍັງຕັ້ງໜ້າປະຕິບັດສິນທັມ ແລະວັດ ທະນະທັມຢູ່ຢ່າງເນື່ອງນິດລຽນຕິດ, ​ໂດຍສະເພາະວັດທະນະທັມທາງພຣະພຸດທະສາສະໜາ ທີ່ເປັນເອກະລັກລາວ ​​ທີ່ຊາວລາວຄວນເອກອ້າງທະນົງໃຈນັ້ນ ກໍຄືຮີດ ໑໒ ຄອງ ໑໔ເຊິ່ງໃນອະດີດຄື ກົດມົນທຽນບານຂອງຣາຊະອານາຈັກລ້ານຊ້າງ​, ​ເຊິ່ງໃຊ້ປົກຄອງປະຊາຊົນລາວ​ ​ເໝືອນກັບລັດ ຖະທຳມະນູນມາແຕ່ຕັ້ງຣາຊະອານາຈັກລ້ານຊ້າງ ຄຽງຄູ່ກັບການທີ່ທາງຣາຊະການປົກຄອງໃນສະໄໝນັ້ນຍອມຮັບນັບຖືວ່າ ພຸດທະສາສະໜາເປັນສາສະໜາຂອງຊາດລາວ ມາດຽວນີ້ໄດ້ກາຍເປັນພື້ນຖານວັດທະນະທັມລວມຂອງຊາດຢ່າງພາກພູມໃຈ, ຮີ ໑໒ ຄອງ ໑໔  ​ໄດ້ກາຍເປັນບໍຣິບົດແຫ່ງການພັດທະນາວັດທະທຳຂອງຊົນຊາດລາວທັງມວນ ແລະມັນຍັງໄດ້ກາຍເປັນແມ່ບົດທີ່ສະແດງອອກທາງດ້ານກາຍະພາບ ຄືການປະຕິບັດຂອງຄົນລາວທຸກຊັ້ນຄົນ, ຢັ້ງຢືນເຖິງມະໂນເຈຕະນາອັນເລິເຊິ່ງຂອງຄົນລາວໂດຍແທ້ເຖິງ​​ໂລກຈະປ່ຽນແປງໄປໂດຍພາວະວິໄສແຕ່ຄົນລາວຢັງຄົງໄວ້ເຊິ່ງຄວາມເປັນເອກະລັກ ແລະສັນຍະລັກແລ້ວກໍສ້າງເສີມຄວາມເປັນເອກະຣາຊ​​ແຫ່ງຊາດລາວ ໃຫ້​​ໝັ້ນຄົງຂະໜົງແກ່ນ ຢືນຍົງບໍ່ມີວັນເສື່ອມສະຫຼາຍລົງໄດ້.
ປະເທດລາວເຮົາຍອມຮັບນັບຖືເອົາພຣະພຸດທະສາສະໜາ ເປັນສາສະໜາປະຈຳຊາດ ລາວ ພຣະພຸດທະສາສະໜາກໍໄດ້ກາຍເປັນເອກລັກລາວ ວິຖີຊີວິດການປະຕິບັດບຸນສິນກິນທານ ໄດ້ກາຍເປັນສັນຍະລັກຂອງຊົນຊາດລາວ ແລະພຸທທະບໍຣິສັດລາວຍັງຄົງຢຶດໝັ້ນໃນຫຼັກຄຳສອນທາງພຣະພຸດທະສາສະໜາເຖິງພຽງນີ້ ນັບວ່າພຣະພຸດທະສາສະໜາທີ່ມີຄວາມໝັ້ນຄົງ ແລະຖາ ວອນຢູ່, ​ເພາະຈະເຫັນວ່າຍາດໂຍມລາວ ຍັງຕັ້ງໝັ້ນປະຕິບັດສີນທຳ ທາງພຣະພຸດທະສາສະໜາ ມາຢ່າງບໍ່ລົດລະ, ເຮົາເຫັນໄດ້ອີກຢ່າງໜຶ່ງ ຄືສາສະໜາພຸດ ເປັນສາສະໜາປະຈຳຊາດລາວເຮົາແຕ່ກຳເນີດຊາດ, ພຸດທະສາສະໜາກໍຄືສາຍເລືອດລາວ, ທັງໝົດນັ້ນຄືຄວາມເປັນເອກະລາດແຫ່ງຊາດລາວທີ່ແທ້ຈິງ.
          ​ໃນອະດີດນັບແຕ່ພຣະພຸດທະສາສະໜາໄດ້ປາກົດຕໍ່ຊາວ​​ໂລກເມື່ອ ໒໕໙໙ ປີຜ່ານມາ (ນັບ ມາເຖິງປີ ພ.ສ ໒໕໕໔) ສະໄໝນັ້ນປະຊາຊົນຄົນລາວ ຄົງຈະໄດ້ພົບພຣະພຸດທະເຈົ້າມາແລ້ວ ຫຼືໄດ້ພົບພຣະສົງສາວົກຂອງພຣະພຸດທະເຈົ້າ ຄາວທີ່ພຣະອົງຊົງພຣະຊົນຢູ່ມາແລ້ວ, ເພາະດິນແດນລາວຕອນກຳເນີດຊົນຊາດນັ້ນຢູ່ນະຄອນລຸງນະຄອນປາ​​ ​ແລະປາກົດວ່າຢູ່ໃນອິນເດັຍຕາເວັນອອກ ໃກ້ກັບນະຄອນລຸງນະຄອນປານັ້ນ ມີຊົນເຜົ່າໜຶ່ງທີ່ນັບຖືນາຄະ(ນາຄ)ຮຽກຕົນເອງວ່າເຜົ່ານາຄາ.
          ​ເມື່ອຊົນຊາດອ້າຍໄດ້ລົງມາຕັ້ງອານາຈັກໜອງແສ, ປາກົດຫຼັກຖານວ່າຄົນລາວໄດ້ ນັບຖືພຣະພຸດທະສາສະໜາແລ້ວໃນບາງສ່ວນແຕ່ກໍປະສົມປະສານກັບລັດທິສາສະໜາແຖນ ໃນນັ້ນຄວາມເຊື່ອເລື່ອງນາຄ, ​ເຣື່ອງແຖນແລະເຣື່ອງຜີສາງນາງໄມ້ແລະຜີບັນພຣະບູລຸດ ກໍສະແດງເຖິງຄວາມເປັນເອກະລັກສັນຍະລັກຂອງຄົນ​​ເຊື້ອຊາດລາວ.
          ຈົນລາວມາຕັ້ງອານາຈັກຕ່າງໆໃນລ່ອງແມ່ນ້ຳຂອງ, ສາຂາຂອງແມ່ນ້ຳຂອງ​, ຕະຫຼອດໄດ້ຂະຫຍາຍຕົວ​​ໄປສູ່ແມ່ນ້ຳສາຣະວິນ, ປິງ, ຍົມ, ນ່ານແລະເລີຍໄປຍັງຕົ້ນແມ່ນ້້ຳເຈົ້າພຣະຍານັ້ນ ຊົນຊາດອ້າຍລາວກໍໄດ້ຮັບອິດທິພົລພຣະພຸທທະສາສະໜາຫຼາຍຂຶ້ນ.
          ສ່ວນລາວຢູ່ໃນລ່ອງແມ່ນ້ຳຂອງທັງສອງຝັ່ງໄດ້ສ້າງອານາຈັກຂອງຕົ້ນຂຶ້ນແລະມີສູນກາງອຳນາດໃຫຍ່ຢູ່ສອງຈຸດ ຄື ນະຄອນຊຽງທອງ ແລະນະຄອນສຸວັນນະໂຄມຄຳ ກໍມີພຣະພຸທທະສາ-ສະໜາເຂົ້າມີສ່ວນຮ່ວມໃນການພັດທະນາຊາດ, ​ໂດຍສະເພາະເຫັນໄດ້ຈະແຈ້ງຄື ສະໄໝພຣະເຈົ້າຟ້າງຸ່ມມະຫາຣາຊ ພຣະອົງໄດ້ເອົາພຸດທະສາສະໜາເປັນຄັນທຸງໄຊຂອງການສ້າງຄວາມເປັນປຶກແຜ່ນໝັ້ນຄົງຂອງຊາດ ພຣະອົງໄດ້ຍົກເອົາພຣະພຸດທະສາສະໜາເປັນສາສະໜາຂອງຊາດລາວແລະໄດ້ທຳການລົບລ້າງສາສະໜາຜີແຖນ ອັນເປັນສາສະໜາດັ້ງເດີມຂອງລາວ ທີີ່ມີຄວາມລ້າຫຼັງນັ້ນຖິ້ມ, ພຣະອົງເອງໃນບັ້ນສຸດທ້າຍຂອງຊີວິດ ກໍຊົງໄດ້ສະຫຼະຣາຊບັນລັງອອກຊົງຜະໜວດໃນພຣະພຸດທະສາສະໜາ ອັນເປັນແບບຢ່າງທີ່ສຳຄັນໃຫ້ກຸນລະບຸດໄດ້ສືບຕໍ່ປະຕິບັດເລື້ອຍໆມາຮອດບັດນີ້.
          ສິ່ງທີ່ຢັ້ງຢືນອີກຢ່າງໜຶ່ງວ່າຊົນຊາດລາວເຮົາ ນັບຖືສາສະໜາພຸດແລະສາສະໜາພຸດ ກໍໄດ້ເປັນວິຖີຊີວິດຂອງຊາດລາວນັ້ນ ຖໍຄືນະຄອນຫຼວງສຳຄັນຂອງລາວນັ້ນຍັງໄດ້ ຊື່ວ່ານະຄອນ ຫຼວງພຣະບາງເຊິ່ງເປັນສັນຍະລັກຂອງຄວາມຈະເຣີນແຫ່ງພຣະພຸດທະສາສະໜາຂອງລາວເຮົາອັນນີ້ເຮັດໃຫ້ເຮົາເຫັນວ່າສຍາມ​​ໄດ້ຖືເອົາແບບຢ່າງນີ້ໄປເປັນແບບຢ່າງໃນການຣຕັ້ງອານາຈັກຂອງຕົນ ຫຼັງຈາກສຍາມໄດ້ພຣະແກ້ວມໍຣະກົດຈາກລາວໄປແລ້ວ ຄື ອານາຈັກຣັຕນະໂກສິນທ໌ຸ ກໍໄດ້ຕັ້ງຊື່ຕາມຊື່ພຣະແກ້ວມໍຣະກົດເປັນພຣະມະຫາມີຣັຕນະປະຕິມາກອຣ ແລະສ້າງວັດໄວ້ປະດິດ ສະຖານພຣະແກ້ວວ່າວັດພຣະສຣີຣັຕນະສາສະດາຣາມເບິ່ງທາງດ້ານກາຍະພາບ ອັນເປັນ​​ພຶດຕິໄນແລ້ວ ຄວາມເປັນເອກະລັກ, ສັນຍະລັກນີ້ ບໍ່ພຽງແຕ່ຄົງເຊື້ອຊາດວັດທະນະທຳຂອງຊາດຕົນເທົ່ານັ້ນ ຍັງສົ່ງຜົນໃຫ້ຊາດອື່ນທີ່ມີວັດທະນະທຳດ້ອຍກວ່າ ຢືດຖືປະຕິບັດດ້ວຍ ຍ່ອມສະແດງເຖິງຄວາມເປັນເອກະລາດ ທາງວັດທະນະທຳເຊິ່ງບໍ່ອາດປະຕິເສດໄດ້​​ເລີຍ​, ​ຢ່າງໃດກໍຕາມມາໃນໄລຍະເກືອບ ໓໐໐ ປີມານັ້ນ ລາວຈະເສັຍເອະລາດໃຫ້ຊາດອື່ນກໍຕາມແຕ່ໃນໄລຍະເກືອ ໓໐໐ ປີຜ່ານມາໃນບາງໄລຍະ, ບາງຊົ່ວຂະນະ ຊົນຊາດລາວ ກໍສາມາ​​ ຍາດເອົາ​​ເອົາຄວາມເປັນເອກະລາດຂອງຕົນມາເປັນລຳດັບ, ກໍຍ້ອນສາສະໜາທີ່ສ້າງສັນຄວາມເປັນເອກະລາດໄດ້ ດ້ວຍວັດທະນະທຳ ທີ່ມີເອກະລັກເທົ່ານັ້ນ ລາວຍັງຄົງເປັນລາວ ບໍ່ມີວັນປ່ຽນແປງ.
ຢ່າງໃດກໍຕາມນັບແຕ່ປະເທດລາວໄດ້ຮັບເອກະລາດຈາກຝຣັ່ງໃນວັນທີ ໑໒ ຕຸລາ ປີ ໑໙໔໕ແລ້ວ, ປະຊາຊົນລາວເຮົາກໍໄດ້ປົກຄອງປະເທສດ້ວຍລັດຖະທຳມະນູນ, ​ໃນລັດຖະທຳມະນູນສະ ບັບແຮກຂອງລາວນັ້ນໄດ້ກຳນົດເອົາພຣະພຸດທະສາສະໜາເປັນສາສະໜາປະຈຳຊາດ ພົນລະເມືອງລາວເປັນຊາວພຸດ ພຣະມະຫາກະສັຕຣິຍ໌ຊົງເປັນຣາຊູປະຖຳ ແລະໃນບົດທນຳຂອງລັດຖະທຳມະນູນສະບັບນັ້ນໄດ້ກຳນົດເອົາຫຼັກທຳທາງພຣະພຸດທະສາສະໜາ​​ເປັນແມ່ບົດຄື "ມະໂນເສຕຖາ ມະໂມ ມະຍາ ອັນນີ້ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ປະເທດລາວ ຄືປະເທດແຫ່ງເສລີພາບ, ສັນຕິພາບ, ພາລະດອນພາບ ທັງຍັງບົ່ງບອກເຖິງເປັນດິນ​​ແດນທີ່ມີຄວາມສະຫງົບ, ສະດວກ, ສະບາຍ, ທັງເປັນດິນແດນແຫ່ງນັກປຣາດອີກທາງໜຶ່ງ.
----------
ໝາເຖິງຄົນລາວແລະຄົນເຊື້ອຊາຕລາວທັງມວລທັງຢູ່ໃນແລະນອກປະເທສ ທີ່ຍັງຄົງນຳໃຊ້ຮີດ 12 ຄອງ 14 ​ເປັນພື້ນຖານວັທນະທັມຂອງຕົນຢູ່.