วันศุกร์ที่ 9 กันยายน พ.ศ. 2554

ບຸນຫໍ່ເຂົ້າສລາກ

ບຸນຫໍ່ເຂົ້າສລາກ
ບຸນຫໍ່ເຂົ້າສລາກ ເປັນບຸນປະເພນີພຸດທະສາສນາຂອງລາວລາວ, ຈຶ່ງຮຽກ ວ່າບຸນປະ ເພນີທານຫໍ່ເຂົ້າສລາກ, ປະກົດຢູ່ໃນຮິດ ໑໒ ເດືອນ, ຄືຮີດສິບສອງ ເປັນພື້ນຖານວັດທະນະ ທັມລາວທັງມວນ.
ໃນເມືອງລາວທົ່ວປະເທດ ທຸກໆວັດ ທຸກໆບ້ານທີ່ມີວັດ ເມື່ອເຖິງໜ້າເທດ ສະການ ແລ້ວ ກ່າວໄດ້ວ່າບໍ່ມີບ້ານໃດທີ່ມີວັດຈະບໍ່ພາກັນເຮັດປະເພນີນີ້, ນອກ ຈາກຊຸມຊົນຊາວລາວໃນ ປະເທດລາວເອງແລ້ວ ຊຸມຊົນຊາວລາວ ແລະເຊື້ອສາຍ ລາວຢູ່ນອກປະເທດ ກໍພາກັນເຮັດ ບຸນດັ່ງກ່າວຢ່າງພ້ອມພຽງກັນ.
ການທຳບຸນ ຫຼືການເຮັດບຸນຫໍ່ເຂົ້າສລາກ ຕາມປະເພນີນິຍົມແມ່ນເຮັດ ໃນ ວັນຂຶ້ນ ໑໕ ຄ່ຳເດືອນ ໑໐ (ເດືອນສິບເພັງ) ເປັນປະຈຳທຸກໆປີ.
ເຂົ້າວ່າບຸນຫໍ່ເຂົ້າສລາກນັ້ນ ເນື່ອງຈາກວ່າ ໄດ້ຈັດເຂົ້າ, ປາ, ອາຫານ ແລະ ເຄື່ອງໄຊ ຍະທານຕ່າງໆ ລົງໄປໃນກະຕ່າ ຫຼືພາຊະນະຕ່າງໆ ແລ້ວນໍາໄປທອດ ຖວາຍທີ່ວັດ ໃນວັນເພັງ ໑໕ ຄໍ່າເດືອນສິບເທົ່ານັ້ນ, ເປົ້າໝາຍຂອງຜູ້ທານຫໍ່ເຂົ້າສລາກ ແມ່ນເພື່ອອຸທິດສ່ວນບຸນ ສ່ວນ ກຸສົນໄປຫາດວງວິນຍານຂອງຜູ້ທີ່ລ່ວງລັບໄປແລ້ວ ຜູ້ມີຈິດສັດທາມີຄວາມປະສົງວ່າ ຈະອຸທິດ ຫາຜູ້ໃດ ກໍບັນທຶກຊື່ຜູ້ສົ່ງ ແລະຜູ້ຮັບ ລົງໄວ້ໃນເຈັ້ຍໂດຍລະອຽດ.
ການເຮັດບຸນເຂົ້າສລາກ ເປັນບຸນພິທີຊະນິດໜຶ່ງ ໃນປະເພດສັງຄະທານ, ຄື ການທານ ແບບລວມ ຫຼືທານທ່າມກາງສົງ, ໝາຍຄວາມວ່າ ການທານມີ ປະເພດ ຄື:
. ສັງຄະທານ (ທານທ່າມກາງສົງ ຫຼືທານໃຫ້ເປັນສົງ ນັບແຕ່ ພຣະສົງ ອົງຂຶ້ນໄປ ແບບໜຶ່ງ, ຫຼືທານແບບບໍ່ຈຳເພາະເຈາະຈົງບຸກຄົນ ຄືມອບໃຫ້ສົງອຸປໂລກ ຈັດແຈງສິ່ງຂອງນັ້ນ ເອງໂດຍທີ່ຍາດໂຍມບໍ່ໄດ້ຈັດແຈງໃຫ້ ຄືມອບໄວ້ທ່າມກາງສົງແລ້ວ ສຸດແຕ່ສົງຈະແຈກແຈງ)
 ໒. ບຸຄຄະລິກະທານ (ທານສະເພາະບຸກຄົນ ໝາຍງວ່າທານບົ່ງຊື່ບຸກຄົນ ໃຫ້ພະອົງນີ້ ອົງດຽວ ເຊິ່ງຍາດໂຍມເປັນຜູ້ຈັດແຈງ)
- ທານສອງປະເພດນີ້ ພຣະພຸດທະເຈົ້າສັນລະເສີນສັງຄະທານ ວ່າປະເສີດໄດ້ອານິສົງ ຫຼາຍກວ່າບຸຄຄະລິກກະທານ.
- ສຳລັບ ບຸນຫໍ່ເຂົ້າສລາກນັ້ນ ເບິ່ງຮູບການ ເໝືອນວ່າເປັນບຸຄຄະລິກຂະທານ ເພາະ ກວຍ ຫຼືຫໍ່ເຄື່ອງທານນັ້ນ ຈະຕ້ອງມອບໃຫ້ພຣະສົງແຕ່ລະອົງ ແຕ່ວ່າວິທີທຳເປັນສັງຄະທານ ເພາະຍາດໂຍມ ໄດ້ນຳເອົາເຄື່ອງທານນັ້ນມາແລ້ວ ເອົາຊື່ນັ້ນຂຽນລົງເຈັ້ຍແລ້ວນຳໄປເຄນໃຫ້ ປະທານສົງ ຫຼືພຣະພິກຂຸອົງໃດອົງໜຶ່ງ ແລ້ວທຳການອະປະໂລກະນະກັມແລ້ວ ພຣະສົງຜູ້ຮັບ ສັນທະນັ້ນ ທຳໜ້າທີ່ແຈກສັງຄະທານ ໂດຍໃຫ້ພຣະເນນນນັ້ນເອົາ ຫາກພຣະສົງອົງໄໃດ ຈັກຖືກຊື່ຜູ້ໃດ ຜູ້ເຈົ້າພາບກໍນຳເອົາເຄື່ອງທານຂອງຕົນໄປເຄນໃຫ້ພຣະ-ເນນອົງນັ້ນ ດ້ວຍ ຄວາມນອບນ້ອມສັດທາ.
- ບຸນຫໍ່ເຂົ້າສລາກ ປະຊາຊົນລາວເຮົາມັກເວົ້າວ່າ “ບຸນເຂົ້າສາກ” ເຊິ່ງໝາຍເຖິງເຂົ້າສລາກນັ້ນເອງ, ເປັນຫຍັງຈຶ່ງວ່າເຂົ້າສາກ, ຄວາມຈິງຄົນລາວເຮົາໃນອະດີດມັກຂຽນອັກສອນຄວບວ່າ “ສລາກ ຫຼື ສຼາກ” ເວລາ ອ່ານຄົນລາວບໍ່ມັກອ່ານ ຈຶ່ງອອກຄຳວ່າສາກ, ຄຳວ່າ “ສລາກ” ມາຈາກຄຳປາລີວ່າ “ສລາກ” ຜສົມກັບ “ພຕຕ” ຈຶ່ງຂຽນວ່າ “ສລາກພຕຕາ” ເມື່ອອ່ານເປັນພາສາລາວວ່າ “ສະລາກະພັຕຕະ” ຫຼື “ສະລາກະພັຕ” ບາງຄັ້ງກໍວ່າ “ສລາກພັດ” ກະມີ ແຕ່ປະຊາຊົນທົ່ວໄປຈະວ່າ "ບຸນເຂົ້າສາກ"
ໃນການທຳບຸນເຂົ້ສາກນີ້ ປະຊາຊົນຄົນລາວທົ່ວປະເທດນັບຖື ແລະເອົາໃຈໃສ່ຫຼາຍທີ່ສຸດ ເໝືອນເຂົ້າປະ ດັບດິນ, ເຊິ່ງຕິດພັນກັບຄວາມເຊື່ອທີ່ວ່າ "ໃນວັນຂຶ້ນ ໑໕ ຄໍ່າເດືອນ ໑໐(ລາວ) ເປັນວັນທີ່ພຣະຍາຍົມພິບານ ເປີດ ປະຕູນະຮົກ, ໃນຫສັດນະຮົກ ໄດ້ມາຮັບສ່ວນບຸນ ສ່ວນກຸສົນຈາກຍາດພີ່ນ້ອງ ທີ່ມາເກີດເປັນມະນຸດສາໂລກ ຕັ້ງແຕ່ທ່ຽງຄືນຂອງວັນຂຶ້ນ ໑໕ ຄ່ຳ, ທີ່ນີ້ພວກເຜດ ຫຼືສັດນະຮົກເຫຼົ່ານັ້ນມາຮັບສ່ວນບຸນຈາກຍາດພີ່ນ້ອງທີ່ມະ ນຸດສາໂລກ ພວກທີ່ໄດ້ຮັບສ່ວນບຸນກຸສົນ ທີ່ເກີດຈາກການທຳບຸນເຂົ້າສາກນີ້ ກໍຈະໂອຍພອນໃຫ້ຍາດພີ່ນ້ອງໄດ້ ຢູ່ເຢັນເປັນສຸກ, ມີຄວາມອຸດົມສົມບູນດ້ວຍສິ່ງທີ່ຕ້ອງການ ແລະໃຈປາຖະໜາ, ໃນທາງກົງກັນຂ້າມກັນ ຫາກວ່າມາ ແລ້ວເກີດບໍ່ໄດ້ສ່ວນບຸນອັນໃດເລີຍ ເຂົາກໍຈະນ້ອຍເນື້ອຕໍ່ໃຈ ວ່າລູກຫຼານບໍ່ສົນໃຈໃຍດີ ຈຶ່ງປ້ອຍດ່າສາບແສ່ງລູກ ຫຼານຂອງຕົນໃຫ້ໄດ້ຮັບຄວາມວິນາດ," ຜົນທີ່ໃຫ້ເປັນເຊັ່ນນີ້ ເພາະວ່າ "ເຜດພວກທີ່ໄດ້ຮັບສ່ວນກຸສົນ ຈາກຍາດຕິ ພີ່ນ້ອງນັ້ນ ເປັນສິ່ງຢັ້ງຢືນໃຫ້ພະຍາຍົມພິບານເຫັນວ່າ ຄາວເຜດເລົ່ານັ້ນຍັງມີຊີວິດຄວາມເປັນມະນຸດ ຍ່ອມເຄີຍໄດ້ ທຳຄຸນງາມຄວາມດີໄວ້ກັບລູກຫຼານຍາດມິດຢູ່ແນ່ ຈຶ່ງໄດ້ໃຫ້ການຍົກຍ້ອງ ແລະລົດຜ່ອນໂທດຕາມຖານະ, ຫາກຜູ້ ທີ່ບໍ່ໄດ້ຮັບສ່ວນບຸນໃນວັນເຂົ້າສາກນັ້ນ ກໍຢັ້ງຢືນໃຫ້ພຣະຍາຍົມພິບານມອງເຫັນວ່າ ເຜດຕົນນີ້ຄາວເປັນມະນຸດບໍ່ ໄດ້ເອົາໃຈໃສ່ໃຍດີ ແລະບໍ່ໄດ້ສ້າງຄຸນງາມຄວາມດີຫຍັງໄວ້ໃຫ້ເປັນແບບຢ່າງແກ່ຍາດມິດຕົນ ຈຶ່ງບໍ່ມີໃຜເຮັດບຸນຫາ, ເຂົາກໍຈະໄດ້ຮັບການຕິຕຽນຈາກພຣະຍາຍົມ ແລະໂທດທີ່ມີກໍບໍ່ໄດ້ລົດຜ່ອນເໝືອນຄົນອື່ນ" 
ຢ່າງໃດກໍຕາມ ເຜດທີ່ພຣະຍາມຍົມພິບານປ່ອຍອອກມາ ຍາມວັນເພັງຂຶ້ນ ໑໕ ຄ່ຳນັ້ນ, ຫາກໃຜມີຍາດພີ່ ນ້ອງໄດ້ເຮັດບຸນຫາ ກໍໄດ້ຮັບຜົນທານນັ້ນຢ່າງເຕັມອີ່ມ ແລະເຫຼືອເຟືອ, ຜູ້ທີ່ບໍ່ມີຍາກພີ່ນ້ອງເຮັດບຸນຫາ ແຕ່ຜູ້ອື່ນ ອຸທິດໃຫ້ ເຂົາກໍຈະໄດ້ພຽງເລັກນ້ອຍ ຫຼືໄດ້ພຽງແຕ່ເລີຍເສດໃບຕອງ, ຫາກວ່າເຜດເລົ່ານັ້ນ ຄາວຍັງເປັນມະນຸດ ນັ້ນໄດ້ເຮັດບຸນໄວ້ແນ່ ແຕ່ວ່າຍ້ອນຜົນກັມຊົ່ວຫຼາຍກວ່າຜົນດີ ເຂົາຈຶ່ງໄດ້ໄປຕົກນະຮົກກ່ອນ ແຕ່ເມື່ອອອກມາຈາກ ຂຸມນະຮົກນັ້ນ ບັງເອີນວ່າຍາດພີ່ນ້ອງຍັງທານໃຫ້ເຂົາຢູ່ ເຂົາກໍຈະບໍ່ໄດ້ໄປເອົາຜົນທານຂອງເຂົາທີ່ທຳໄວ້ ບຸນກຸສົນຂອງເຂົາກໍຍັງເຕັມປ່ຽມ ແລະພອກພູນຂຶ້ນ, ກົງກັນຂ້າມຜູ້ທີ່ບໍ່ໄດ້ເຮັດບຸນທຳທານຫຍັງເລີຍໃນຄວາມ ເປັນມະນຸດ ແຖມຍດາດມິດບໍ່ໄດ້ທານອຸທິດຫຍັງໃຫ້ ເຂົາຈະບໍ່ໄດ້ຫຍັງກັບໄປເລີຍ ຍິ່ງເກີດຄວາມເວທະນາຍິ່ງໜັກ.
 ຍ້ອນເຊັ່ນນັ້ນ ເຂົາກໍຈະສາບແຊ່ງລູກຫຼານ ທີ່ຍັງມີຊີວິດ ໃຫ້ເປັນໄປໃນຕ່າງໆນານາ, ບາງເຜດກໍສາບ ແຊ່ງໃຫ້ລູກຫຼານທີ່ໄດ້ຮັບມໍຣະດົກຂອງເຂົາທີ່ເຂົາໄດ້ທຳໄວ້ໃນຄາວເປັນມະນຸດ ໄດ້ຮັບຄວາມລຳບາກ ແລະທັງຍັງ ໃຫ້ຍົມພິບານໄດ້ຮັບຮູ້ ແລະຈົດບັນທຶກລູກຫຼານຂອງເຂົາວ່າເປັນຄົນເຣລະຄຸນ, ບໍ່ມີກະຕັນຍູກະຕະເວທີຕາ.
ອີກອັນໜຶ່ງການເຮັດບຸນເຂົ້າສາກ ຍັງເປັນການບົ່ງບອກເຖິງສະພາວະຜູ້ທີ່ຕາຍໄປແລ້ວວ່າ ເປັນຜູ້ມີຄຸນ ຄວາມດີ ຫຼືບໍ່ມີຄຸນຄວາມດີໄວ້ກ່ອນ, ອັນທີສອງບົ່ງບອກຜູ້ທີ່ເປັນລູກຫຼານວ່າເປັນຜູ້ທີ່ບໍ່ເນຣະຄຸນ ພໍ່ແມ່, ທັງຍັງ ສອນຄົນທີ່ຍັງມີຊີວິດຢູ່ນັ້ນ ໃຫ້ຮູ້ຈັກຕອບບຸນແທນຄຸນທ່ານຜູ້ມີພຣະຄຸນທັງທີ່ຍັງມີຊີວິດຢູ່ ແລະລະໂລກໄປແລ້ວ.

ໃນປະເພນີບຸນເດືອນສິບ ຫຼືການເຮັດບຸນເຂົ້າສາກນີ້ ບາງທ້ອງຖິ່ນຍັງມີການເຮັດບຸນຟັງເທດດ້ວຍ ເພື່ອເປັນການຮັກສາສີນ ໃຫ້ທານ ແລະອົບຮົມປັນຍາ, ໜັງສືທີ່ນຳມາເທດມັກຈະເປັນໜັງສືປະເພດຄຳສອນ, ໜັງສືຊາດົກຕ່າງໆ ເຊັ່ນພຣະເຈົ້າສິບຊາດ, ປະຖົມມະສົມໂພດ ແລະໜັງສືໄກສອນດອກບົວ ແລະອື່ນໆ ຕາມທີ່ຫາໄດ້ ຫຼືຜັດປ່ຽນກັນໄປຕາມແຕ່ລະປີ, ບຸນເດືອນສິບ ຖືເປັນປະເພນີອັນດີງາມຂອງຊາດລາວ ກໍຄທຊາວ ພຸດລາວ ທີ່ປະຕບັດສືບໆກັນມາ ດັ່ງກອນປະພັນໄວ້ວ່າ:
"ຮີດໜຶ່ງນັ້ນ ເມື່ອເຖິງເດືອນສິບເຂົ້າ ທາຍຍົກໂອຍທານ
ເບີກພລີທຳທານ ຕໍ່ມາສອງຊຳ້
ເຂົ້າສລາກນຳໄປໃຫ້ ສັງໂຄທານທອດ
ພາກັນຫວັງຍອດແກ້ວ ນິບພານພຸ້ນພົ້ນທີ່ສູງ
ຝູງໝູ່ລູງອາວປ້າ ຄະນາເນືອງນ້ອມສົ່ງ
ສັດທາລົງທອດໄວ້ ທານໃຫ້ແຜ່ໄປ
ອຸທິດໃຫ້ຝູງເຜດເປໂຕ
ພາກັນໂມທະນານຳ ສູ່ຄົນຈົນກ້ຽງ"

ວີທີເຮັດບຸນເຂົ້າສລາກ.
ດືອນສິບ ທຳບຸນເຂົ້າສາກ  ຫຼືເຂົ້າສລາກ (ສລາກະພັດ) ກົງກັບວັນເພັງເດືອນສິບ, ຜູ້ຖວາຍຂະຂຽນຊື່ ຂອງຕົນລົງໃນພາສະນະທີ່ໃສ່ຂອງທານ ແລະຂຽນລົງໃນບາດ ທີ່ກັມມະການຈັດໄວ້ແລ້ວ, ເມື່ອຄົບແລ້ວ ຈະມີການໄຫວ້ພຣະ, ສະມາທານສີນ, ກ່າວຄຳຖວາຍພາເຂົ້າ, ຫໍ່ເຂົ້າສາກ ເມື່ອຖວາຍແລ້ວຈະທາຍົກຈະນຳບາດ ທີ່ບັນຈຸລາຍຊື່ ເຈົ້າພາບໄວ້ແລ້ວນັ້ນ ໄປຖວາຍແກ່ພຣະສົງອົງໜຶ່ງ ເຊິ່ງທາງເຈົ້າອະທິການໄດ້ມອບສັນທະໄວ້ແລ້ວ ເມື່ອພຣະພິກຂຸອົງນັ້ນໄດ້ຮັບບາດສລາກແລ້ວ ກໍກ່າວຄຳອະປະໂລກະນະກັມ ກ່າວເສັດແລ້ວພຣະພິກຂຸອົງໄດ້ຮັບ ສັນທາມະຕິຈາກຄະນະສົງຜູ້ທຳໜ້າທີ່ແຈກພັດ ກໍເຄນບາດນັ້ນໃຫ້ປະທານສົງ, ປະທານສົງຈະຮັບ ແລ້ວກໍຈັບ ສລາກຕາມກຳນົດໄວ້, ແລ້ວກໍມອບໃຫ້ແກ່ພິກຂຸຜູ້ຮັບສັນທາມະຕິນັ້ນຄືນ ແລ້ວຈຶ່ງຈົກສລາກທີ່ເປັນຂອງເພິ່ນເອງ, ຫຼັງຈາກນັ້ນທາຍົກກໍນຳບາດສລາກນັ້ນໄປໃຫ້ພຣະສົງອົງອື່ນຈົກ ຈົນຮອດສາມະເນນ.
ເມື່ອພຣະສົງຈັບສລາກແລ້ວທາຍົກຈະອ່ານຊື່ນເຈົ້າພາບ ໄປຖວາຍພາເຂົ້າ, ຫໍ່ເຂົ້າສລາກ ຕົກຖືກພຣະ-ເນນອົງໃດ ເຈົາພາບກໍນຳເອົາພາເຂົ້າ ຫຼືຫໍ່ເຂົ້າສລາກຂອງຕົນໄປປະເຄນແກ່ພຣະພິກຂຸ-ສາມະເນນອົງນັ້ນ.
ເມື່ອຈົກສລາກແລ້ວແລ້ວ ປະທານຄະນະສົງ ອັນມີເຈົ້າອະທິການວັດ ໄດ້ເທດສະໜາສລອງເຂົ້າສລາກ ຈົບແລ້ວ ກໍຈັກສູດຄາຖາສລາກ ໃຫ້ພອນຍະຖາ ແລ້ວກໍສູດຕັກບາດສືບຕໍ່ໄປ ເປັນອັນເສັດພິທີທຳບຸນເຂົ້າສລາກ ຂອງປີນັ້ນ.
ຫາກກິກຈະກຳຂອງວັດນັ້ນ ມີການຟັງເທດຕໍ່ ກໍຫຼັງຈາກສູດຕັກບາດແລ້ວ ອອກຕົນຍາກໂຍມຮັບປະ ທານອາຫານແລ້ວ ກໍເລີ່ມຟັງເທດພິເສດໄປຈົນຮອດເພນ ຕົກຕອນແລງ ມີການໄຫວ້ພຣະ, ວຽນທຽນ ບາງທ້ອງຖິ່ນກໍມີໄຫຼເຮືອໄຟ, ບາງທ້ອງຖິ່ນກໍມີການຊ່ວງເຮືອ ກໍສຸດແລ້ວແຕ່ຈະປະຕິບັດຕາມຮີດຄອງຂອງແຕ່ ລະບ້ານແຕ່ລະທ້ອງຖິ່ນ.



            (ຕິດຕາມອ່ານ)