วันพุธที่ 6 สิงหาคม พ.ศ. 2551

ຄາຖາມະຫາທາດ

ຄາຖາ​ມະ​ທາຕຸ 1
1. ຄາຖາມະຫາ​ທາຕຸ ຄື ຄາຖາ​ທາດ​ 4 ​ໄດ້​ແດ່
1.1. ດິນ ຄື ​ປະຖະວີ​ທາຕຸ 21
1.2. ນ້ຳ ຄື ອາ​ໂປ​ທາຕຸ 12
1.3. ລົມ ຄື ວາ​ໂຍທາ​ຕຸ 7
1.4. ໄຟ ຄື ​ເຕ​ໂຊ​ທາຕຸ 6
- ​ແລະ ອາກາດທາຕຸ 10
2. ມະຫາທາຕຸທັງ 4 ນັ້ນເປັນຈັ່ງໃດ ?
ນະ ຄື ທາຕຸນ້ຳ
ໂມ ຄື ທາຕຸດິນ
ພຸທ ຄື ທາຕຸໄຟ
ທາ ຄື ທາຕຸລົມ
ຍະ ຄື ອາກາສທາຕຸ
- ຣວມເຂົ້າກັນ​ເປັນ ນະ ​ໂມ ພຸ​ທ ທາ ຍະ
ທາຕຸ​ທັງ 4 ນີ້ສຳຄັນ​ຢ່າງ​ໃດ ?
​ ໃນ​ສິ່ງ​ທີ​່ມີ​ຊີວິຕ ​ເຊັ່ນ​ມະນຸ​ສຍ໌​ເຮົາ​ນີ້​ທີ່​ມີ​ຕົນ​ຕົວ ກໍ​ຈະ​ຕ້ອງ​ປະກອບ​ໄປ້ດ້ວຍ​ທາຕຸ 4 ຄື ດິນ, ນ້ຳ, ລົມ, ​ໄຟ ສິ່ງ​ທີ່​ມີ​ຊີວິຕຫາກ​ຂາດ​ທາຕຸ​ທັງ 4 ນີ້​ແລ້ວ ຈະ​ເປັນ​ຮ່າງກາຍ​ບໍ່​ໄດ້ ຈະ​ມີ​ຊີວິຕບໍ່​ໄດ້ ດັ່ງນັ້ນ ການ​ຮຽນຄາຖາ​ອາຄົມທີ່​ຈະ​ໃຫ້​​ເຂັດຂັງ ກໍ​ຈະ​ຕ້ອງ​ມີ​ຄາຖາ​ມະຫາ​ທາຕຸ ປະກອບ​ຢູ່​ດ້ວຍ ຖື​ວ່າ​ເປັນ​ແມ່​ທາຕຸ ຄື ນະ​ ​ໂມ ທຸ​ທ ທາ ຍະ ນັ້ນ​ເອງ.
​ທ່ານ​ຜູ້​ມຣອາຄົມ ​ເວລາ​​ເສກ​ວັຕຖຸມຸງ​ຄຸລ ​ເຊັ່ນ​ພຣະ, ຂອງ, ​ກະຕຸດ ​ແລະ​ຍັນຕ໌ສຳ​ເຣັຈ​ແລ້ວ ​ເພີ່ນ​ຈຶ່ງ​ບັນຈຸ​ແມ່​ທາຕຸ​ລົງ​ໄປ ຈຶ່ງ​ຈະ​ສຳ​ເຣັຈຢ່າງ​ສົມບູນຍ໌ຍິ່ງ​ຂຶ້ນ.
ກາຣເສກ​ວັຕຖຸມຸງ​ຄຸລ ທີ່​ເປັນ​ສ​ເນ​ຫ໌ ຫາກ​ບັນຈຸ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ເພີ​່ມຄວາມ​ມີ​ສ​ເນ​ຫ໌ຍິ່ງ​ຂຶ້ນ.
ກາຣ​ເສກວັຕຖຸມຸງ​ຄຸລ ​ໃນ​ດ້ານ​​ແຄ້ວ​ຄົງ ຫາກ​ບັນຈຸຄາຖາ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ບັງ​ເກີດ​ຄວາມ​ສັກສິທ ​ໃນ​ເຣື່ອງຂອງ​ແຄ້ວ​ວຄົງຍິ່ງ​ຂຶ້ນ
ກາຣປຸກ ​ເສກ​ທາງ​ໄລ່​ພູຕຜີ​ປີສາ​ຈ ສະ​ເດາະ​ເຄາະ​ຫຼື​ຂັບ​ໄລ່​ສນຽຈ ຈັງ​ໄຮ ຫາກ​ບັນຈຸ​ຄາຖາ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ສັກສິທ​ໃນ​ດ້ານ​ຂອງ​ພູດ​ຜີ​ເກງ​ກົວ ​ແລະ​ສະ​ເດາະ​ເຄາະ​ຕ່າງ​ກໍ​ຈະ​ຕົກ​ລົ່ນ.
ຫຼື​ຈະ​ປຸກ​ເສກ​ໃນ​ດ້ານ​ກັ້ງບັງ , ກັນ, ສະກົດ​ຈິຕ, ​ເຫາະ​ເຫີ​ນ, ​ເດີນ​ອາ​ກາສ ​ແລະ​ອື່ນໆ​ຫາກ​ບັນຈຸ​ຄຖາ​ແມ່​ທາຕຸ​ລົງ​ໄປ ກໍ​ຈະ​ເພີ່ມ​ອິທທິຣິທ​ໃນ​ດ້ານນັ້ນໆ​ຍິ່ງ​ຂຶ້ນ ​ເປັນກາຣ​ເສີມ​ສ້າງ​ພະລັງ​ໃຫ້​ເຂັ້ມ​ແຂງ ​ເພີ່ມ​ອິທທິຣີທ​ໃຫ້​ແກ່​ກ້າ ​ເຂັດ​ຢຳ.
​ແມ່ນ​ແຕການ​ປຸກ​ເສກ ປະຈຳ​ວັນ​ກ່ອນ​ທີ່​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ຮັກສາ​​ເຫຼົ່ານັ້ນມາ​ແຂວຄໍ ຖ້າ​ຫາກ​ໄດ້​ອາຣາທນາຄາຖາ​ແມ່​ທາຕຸ​ໃຫ້​ແລ້ວ ຄື ນະ​ ໂມ ພຸ​ທ ທາ ຍະ ຈະ​ບັງ​ເກີດ​ຜົລ​ໃນ​ດ້ານ​ຕ່າງໆ​ເຫຼົ່ານັ້ນ ດັ່ງ​ທີ່​ຈະ​ກ່າວ​ໃນ​ບົທຕໍ່​ໄປ​ນັ້ນ​ແລ.

ไม่มีความคิดเห็น: