วันพฤหัสบดีที่ 17 กรกฎาคม พ.ศ. 2551

ໄຫວ້ພຣະພຸດທະເຈົ້າ ໒໘ ພຣະອົງຄ໌

ນະເມ ຕະເມ ສະທິໂກ ມັງສຸເຣໂສ ອະປະນາ ປະສຸ ສຸປິ ອະທະ ສິຕິ ປຸວິສິ ກະໂກ ກະໂກ ທະເລ "

ໄຫວ້ພຣະໄຕປິດົກ ໘໔.໐໐໐ ທັມມະຂັນທ໌

(ເປັນຄາຖາໃຈປ່ອງດ້ວຍ)
ສຸຕຕັນເຕນຸນະອະກາຣາ ພິທັມເມນຸນະໂອໂຣທາ ວິນະເຍນຸນະອູກະຖາ ທັມມະຂັນທາ ປະກາສິຕາ ສັພເພເຕທັມເມ ສະຣະນັງ ຄັຈມາມິ ສັພເພເຕທັມເມ ສີຣະສາມນະມາມິ ເອເຕສັງ ອານຸພາເວນະ ມະຫາວະຊິຣະປັນຍາ ທິພພະປັນຍາ ມັຍຫັງ ປະວັຕທັນຕຸ ຯ

ຄຳໄຫວ້ພຣະອປະຄຸຕ

ທັກຂີເນ ອຸປະຄຸຕໂຕ ມະຫາເຖໂຣ ປັຈສິເມວະຖິໂຕ ໂສ ນຸຕຕະໂຣ ອຸຕຕະເຣ ທັມມະສາໂຣ ປຸພພັງ ສະມຸທະເທໂລຫະ ປາສາເທວະ ສາໂມນິຍາ ຍາວະເມຕໄຕໂຍ ອະພິສັມພຸທໂທໂລເກ ຈະຕຸເຣ ອະຫັງວັນທາມິ ສັພພະທາ ຯ

ຄຳໄຫວ້ທິສທາຕຸຫົວເອິກຂອງພຣະພຸດະທເຈົ້າ(ທາດປະນົມ)

- ປຸຣະມາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ
- ທັກຂີນາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ
- ປັຈສິມມາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ
- ອຸຕຕະຣາຍະ ທິສາຍະ ກັປປະນະຄິຣິສມິງ ປັພພະເຕ ມະຫາກັສສະເປ ຖາປິຕັງ ພຸດທະອຣັງຄະທາຕຸງ ສິຣະສາ ນະມາມິ ຯ

ອະທິບາຍ:
- ທາຕຸຫົວເອິກຂອງພຣະພຸດທະເຈົ້ານັ້ນ ແມ່ນພຣະທາດພຣະນົມໃນປັຈຈຸບັນນີ້ ເມື່ອກ່ອນຢູ່ໃນຄວາມຄຸ້ມຄອງ ແລະສົມບັຕຂອງອານາຈັກຣ໌ ສຣີໂຄຕະປຸຣະ ເມືອງນີ້ຕັ້ງຢູ່ປາກເຊບັ້ງໄຟຝັ່ງໃຕ້ ຕໍ່ມາປ່ຽນເປັນສຣີໂຄຕະບູຣີ ປ່ຽນນາມນາມເມືອງມາຕະຫຼອດໃນທີ່ສຸດເມືອງດັ່ງກ່າວກໍຍ້າຍມາຍັງປາກເຊບັ້ງໄຟກຳ້ເໜືອ ປ່ຽນຊື່ເປັນເມືອງສີໂຄຕະບອງ, ແລ້ວກໍຍ້າຍໄປຕັ້ງຝັ່ງ ຕາເວັນຕັກຮຽກວ່າເມືອງມະຣກຂາສີໂຄຕະບອງ ໃນສະໄໝພຣະເຈົ້າຟ້າງຸ່ມມະຫາຣາດເມືອງດັ່ງກ່າວປະກົຕນາມເມືອງກະບອງ ເປັນເມືອງຂຶ້ນກົງຕໍ່ອະນາຈັກຣ໌ລ້ານຊ້າງ ຈົນມາຮອດປີ ໑໗໗໙ ພຣະທາຕຸຄົນລາວຍັງຮຽກວ່າທາດປະຍົມ (ອັນໝາຍເຖິງພຣະທາດທີນົບໄຫວ້)ລາວໄດ້ຕົກເປັນເມືອງສ່ວຍຂອງສຍາມ ຕໍ່ມາລາວໄດ້ຕົກເປັນເມືອງຂຶ້ນຂອງສຍາມໃນປີ ໑໘໒໘ ພຣະທາຕຸນີ້ຍັງຮຽກວ່າພຣະທາຕຸປະນົມຢູ່ໃນພາສາ ລາວ ຈົນມາຮອດປີ ໑໘໕໖ ທາງຝ່າຍຣາຊະກາຣຫົວເມືອງລາວຝ່າຍຕາເວັນອອກສ່ຽງເໜືອ(ອີສານ)ໄດ້ປ່ຽນນາມເມືອງເປັນພຣະທາຕຸພນົມ ກໍມີຄວາມໝາຍດຽວກັບພຣະທາຕຸປະນົມ ແລະໃນທີ່ສຸດກໍຕັ້ງແຂວງ(ຈັງຫວັດ)ນະຄອນພນົມ ຂຶ້ນເປັນຣາຊະອານາຈັກຣ໌ສຍາມ ເມື່ອສຍາມປ່ຽນເປັນໄທຍ໌ ແຂວງນີ້ກໍເປັນແຂວງໜຶ່ງຂອງໄທຍ໌ ຊື່ວ່ານະຄອນພນົມ ແລ້ວໄທຍ໌ກໍຕີຄວາມໝາຍຄຳວ່າ ພນົມໃໝ່ວ່າ "ນະຄອນແຫ່ງພູຜາ" ແຕ່ບັຕນັ້ນມາ, ທີ່ແທ້ ພຣະທາຕຸພນົມ ເປັນພຣະທາຕທີ່ສ້າງຂຶ້ນໃສ່ຫົວອົກຂອງພຣະສັມມາສັມພຸດທະເຈົ້າ ເຊິ່ງຮຽກວ່າ "ອຸຣັງຄະທາຕຸ" ໃນປີ ພ.ສ ໘ ແລະໄດ້ຖືກຄຸ້ມຕົກທອດມາເປັນສົມບັຕຂອງຄົນລາວລ່້ານຊ້າງມາຈົນລາວຕົກເປັນຫົວເມືອງຂຶ້ນຂອງສຍາມເປັນຕົ້ນມາ ມາຮອດປັຈຈຸບັນນີ້ ເຖິງວ່າພຣະທາຕຸດັ່ງກ່າວຈະຕົກເປັນຂອງໄທຍ໌ກໍຕາມ ແຕ່ໃນຄາວາມເປັນຈິງ ກໍຍັງເປັນທີ່ຂາບໄຫວ້ພຣະຄົນລາວທັງຜອງບົນສອງຝາກຝັ່ງແມ່ຂອງ.

ຄຳຖວາຍເຮືອໄຟ

ມະຍັງ ອິມິນາ ປະທິເປນະ ຣະສຸກາຍະ ນັມມະທາຍະ ນະທິຍາ ປຸຣິເນ ຖິຕັງ ມຸນິໂນ ປາທະວະຣັນຊັງ ອະພິປູເຊມະ ອະຍັງ ປະທິເປນະ ມຸນິໂນ ປາທະວະລັກຊັສສະ ປະຊາ ອັມຫາກັງ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ ສັງວັຕຕະຕຸ ຯ

ແປ:
ຂ້ານ້ອຍທັງຫຼາຍ ຂໍບູຊາຮອຍພຣະພຸດທະບາທ ຂອງພຣະມຸນີນາຖ ທີ່ຕັ້ງຢູ່ເໜືອຫາດຊາຍໃນແມ່ນຳ້ ຊື່ວ່ານັມມະທານະທີພຸ້ນ ດ້ວຍພຣະທີປນີ້ ກາຣບູຊາຮອຍພຣະພຸດທະບາທ ຂອງພຣະມະຫາມຸນີນີ້ ຈົ່ງເປັນໄປເພື່ອປະໂຫຍດ ແລະຄວາມສູຸຂແຕ່ຂ້າພຣະເຈົ້າທັງຫຼາຍ ສິ້ນກາລະນາເທີ້ນ.

ຄຳບູຊາເຂົ້າພຣະພຸດທະຮູບ

ອິມິນາ ສຸປະພຍັນຊະນະ ໂພຊະເນນະ ພຸດທັງປູເຊມິ ຯ

ແປ:
ຂ້າພຣະເຈົ້າຂໍບູຊາພຣະພຸດທະເຈົ້າ ດ້ວຍສຸປະພະຍັນຊະນະ ແລະໂພຊະນານີ້.

ຄວາມສົງນຳ້ພຣະສົງຄ໌

ອະຍັງ ເມ ສຸຄັນໂທທະເກນະ ສັງຄາພິສິນຈາມິ ສັງຄາພິສີນຈະນິວິປາໂກ ນິພພານາຍະ ສັງວັຕຕະຕຸ ອະນາຄະເຕ ຯ

ແປ

ຜົລແຫ່ງກາຣສົງພຣະສັງຄະເຈົ້າດ້ວຍນຳ້ຫອມຂອງຜູ້ຂ້ານີ້ ຈົ່ງເປັນໄປເພື່ອພຣະນິພພານ ໃນອະນາຄົຕເບື້ອງໜ້າເທີ້ນ.