วันพฤหัสบดีที่ 22 กันยายน พ.ศ. 2554

ຂ້ານ້ອຍເຮັດພາເຂົ້າທິບຫາຜົວຂ້ານ້ອຍ ຜົວຂ້ານ້ອຍຊິໄດ້ບໍ ?

- ແມ່ອອກຄົນໜຶ່ງ ໄປທີ່ວັດໜຶ່ງ ເພື່ອເຮັດພາເຂົ້າທິບຫາຜົວ ທີ່ຕາຍໄປແລ້ວ ຫຼັງຈາກເຮັດພາເຂົ້າທິບແລ້ວ 2 ວັນກໍກັບໄປຫາພຣະອາຈາຍອີກ ແລ້ວຖາມພຣະອາຈານວ່າ.
- ແມ່ອອກ : ຂ້ານ້ອຍເຮັດພາເຂົ້າທິບ ຫຼືເຮັດບຸນຫາຜົວຂ້ານ້ອຍແລ້ວ ຢາກຮູ້ວ່າຜົວຂ້ານ້ອຍຊິໄດ້ຮັບບໍ ?
- ພຣະອາຈານ : ອືມ໌....ແມ່ອອກເອີຍອັນນັ້ນມັນຕອບຍາກກະ ເປັນອັນວ່າແມ່ອອກເຮັດໄປແລ້ວ ຍ່ອມມີອານິສົງແນ່ນອນ.
- ແມ່ອອກ: ຂ້ານ້ອຍບໍ່ເຂົ້າໃຈ ໃຫ້ພຣະອາຈານຕອບຊ້ານ້ອຍຄັກໆແນ່ ເວົ້າແຈ້ງໂລດ ບໍ່ຕ້ອງເກງໃຈ.
- ພຣະອາຈານ: ເອີ...ຄັນຊັ້ນຊິຕອບແມ່ອອກໄປຕາມເລື່ອງຕາມລາວ ທີ່ພໍຮູ້ໃດເດີ.
- ແມ່ອອກ: ໂດຍຂ້ານ້ອຍ ຕອບໂລດຂ້ານ້ອຍ ພໍໃຫ້ຫາຍຄວາມສົງໄສ.
- ພຣະອາຈານ: ຄວາມຈິງແລ້ວ ແມ່ອອກເຮັດບຸນໃດໆ ກໍຕາມ, ຫາກເຮັດດ້ວຍຄວາມບໍຣິສຸດທັງໃຈຂອງແມ່ອອກ ແລະບໍຣິສຸດທັງວັດຖຸທີ່ທານໄປນັ້ນ ບຸນນັ້ນຍ່ອມເກີດແນ່ນອນ ແຕ່ວັດຖຸປະສົງຂອງແມ່ອອກນັ້ນ ເພື່ອອຸທິດຫາຜົວຂອງແມ່ອອກທີ່ລ່ວງລັບໄປແລ້ວ(ຕາຍ) ນັ້ນ, ຈະຕອບວ່າ ໄດ້ກໍມີ, ບໍ່ໄດ້ກໍມີ ຕ້ອງເບິ່ງຕາມເຫດ ຕາມປັດໃຈຂອງຜູ້ທານ ແລະຜູ້ຮັບ.
- ແມ່ອອກ: ບໍຣິສຸດ ຈັ່ງໃດຂ້ານ້ອຍ ?
- ພຣະອາຈານ: ບໍຣິສຸດ ຄືວ່າ ເບື້ອງຂອງຜູ້ທານ ຄືແມ່ອອກເອງນັ້ນ, ມີຄວາມບໍຣິສຸດໃຈ ບໍ່ມີອຳນາດອື່ນ ຫຼືສິ່ງອື່ນມາບັງຄັບບັນຊາໃຫ້ເຮັດ ແຕ່ການເຮັດຂອງແມ່ອອກນັ້ນເຮັດດ້ວຍສັດທາຕໍ່ພຣະພຸດທະສາສນາໂດຍແທ້ ບຸນນັ້ນຍ່ອມເກີດຂຶ້ນເປັນສິ່ງບໍ່ຣິສຸດ ເຕັມປ່ຽມເນືອງນອງເໝືອນນໍ້າໃສບໍຣິສຸດຕົກລົງມາສູ່ອຸສູ່ໃຫ ທີ່ໃຫຍ່ ຫຼືນ້ອຍ, ຍ່ອມລັ່ງໄຫຼລົ້ນເຫຼືອອອກມາເຈຶອຈານໄປທົ່ວປະຖະພີ, ບາດນີ້ມາເບິ່ງຜູ້ທີ່ຮັບ ພຣະສົງຜູ້ທີ່ຮັບນັ້ນ ເປັນຜູ້ທີ່ບໍຣິສຸດດ້ວຍສິລະແລ້ວ ເປັນຜູ້ທໍາທັກຂີໄນຍະທານ ກໍອານິສົງຂອງການທານຍ່ອມສໍາເຣັດບໍຣິບູນ, ຄົນທີ່ເຮົາອຸທິດສົງຜົນໄປໃຫ້ນັ້ນ ຈະໄດ້ຮັບບໍ່ໄດ້ຮັບ ຕ້ອງເບິ່ງຢ່າງນີ້ ຄື:
- ຜູ້ທີ່ຈະໄດ້ຮັບຜົນທານ ຫຼືບໍ່ໄດ້ຮັບຜົນທານ.
ກ. ກ່ອນເຂົາຍັງບໍ່ທັນຕາຍນັ້ນ ເຂົາເປັນຄົນສໍາມາທິດຖີ ເຫັນຖືກຕ້ອງ ແລະເຊື່ອໝັ້ນສັດທາໃນພຸດທະສາສນນາບໍ ?
ຂ. ເຂົາຕາຍໄປແລ້ວໃນປັດຈຸບັນທັນດ່ວນນັ້ນ ດວງວິນຍານຂອງເຂົາຍັງບໍ່ທັນໄກຈຸຕິໃນພົບໃດໆ.
(ຜົວແມ່ອອກຍັງບໍ່ທັນໄດ້ເກີດ ແລະຕອນມີຊີວິດຢູ່ນັ້ນ, ຫາກທໍາບຸນຫຼາຍ ກໍອາດຈະໄດ້ຮັບຫາກຍັງບໍ່ທັນໄດ້ໄປຈຸດຕິເກີດໃນພົບໃດ ? ວິທີແກ້ແນວນີ້ ເຂົາແກ້ວ່າ ເມື່ອຄົນຕາຍໄປແລ້ວຮີບທໍາບຸນໄປຫາໂລດ).
- ພຣະອາຈານ: ຜົວແມ່ອອກ ຕອນມີຊີວິດຢູ່ເປັນຈັ່ງໃດ ?
- ແມ່ອອກ: ໂອຍ....ພຣະອາຈານເອີຍ ຂ້ານ້ອຍບໍ່ຢາກເວົ້າໃຜໆ ກໍເຫັນນຳກັນ, ກິນເຫຼົ້າເມົາສຸລາໝົດມື້ໝົດຄື ຕາຍນີ້ກະຕາຍເພາະເຫຼົ້າ, ເປັນຕັບແຂງຂ້ານ້ອຍດ ວຽກບໍ່ເຮັດງານບໍ່ສ້າງ ຂ້ານ້ອຍມາຢູ່ນໍາລາວ 16 ປີ ບໍ່ເຫັນລາວພາທໍບນຈັກເທື່ອ ຊັກຊວນໄປກະບໍ່ໄປ ລາວຍັງວ່າ ເຮັດໄປເຮັດຫຍັງ ?
- ພຣະອາຈານ: ອືມ໌ ຄັນປັນຈັ່ງຊັ້ນ ກໍບໍ່ຮູ້ຊິຕອບແມ່ອອກດອກ ສຸດແລ້ວແຕ່ແມ່ອອກຈະຄິດເອົາເອງເດີ.
- ແມ່ອອກ: ແລ້ວ ຄັນຊັນ ຂ້ານ້ອຍກໍບໍ່ຈໍາເຮັດຕິ, ຊັ້ນນາ.
- ພຣະອາຈານ: ຍິ່ງຈໍາປັນ ທີ່ສຸດ.
- ແມ່ອອກ: ຈໍາເປັນແນວໃດຄັນວ່າເຮັດຫາຜົວຂ້ານ້ອຍແລ້ວ ຜົວຂ້າບໍ່ໄດ້ ?
- ພຣະອາຈານ: ຜົວແມ່ອອກໄດ້ ຫຼືບໍ່ໄດ້ ມັນກໍເປັນເລື່ອງຂອງຜົວຂອງແມ່ອອກ ເທົ່ານັ້ນ, ເຂົາຍັງມີຊີວິດຢູ່ ເຂົາຍັງບໍ່ເຮັດບໍ່ສ້າງ ບາດຕາຍໄປແລ້ວ ເຂົາຈະບໍ່ມີເຂົ້າໄຖ່ ເຂົ້າຖົງ, ແຕ່ສໍາລັບແມ່ອອກ ກໍກໍາລັງກຽມເຂົ້າໄຖ່ເຂົ້າຖົງ ເອງຕ່າງຫາກ ຜົນທານ ທີ່ແມ່ອອກທານໄປແລ້ວ ຍ່ອມເປັນສົມບັດຂອງແມ່ອອກ ເຖິງຜົວແມ່ອອກໄດ້ຮັບ ຜົນທານນັ້ນ ທີ່ໄດ້ບໍຣິບູນກໍແມ່ນແມ່ອອກ ຫາກຜົນຂອງແມ່ອອກບໍ່ໄດ້ຮັບ ແມ່ອອກກໍຍັງໄດ້ ເຕັມປ່ຽມບໍຣິບູນບໍ່ມີດ່າງ ມີພອຍ ຫາກສັດທານັ້ນເຕັມປ່ຽມດ້ວຍປັນຍາ.
- ນັ້ນແລ ສາທຸຊົນທັງຫຼາຍ ເຮົາເກີດມາມີກັມ, ມີປຕ່ມະນຸດເທົ່ານັ້ນ ເປັນຜູ້ສ້າງກັມ ທັງກັມດີ ແລະກັມຊົ່ວ ຫາກປະກອບກໍາຊົ່ວກໍໄປເກີດເປັນສັດເດັຍລະສານ, ເຜດ, ອະສຸຣະກາຍ ຮຽກວ່າອະບາຍະພູມ ຄືພູມຕໍ່າ ພູມຕໍ່າເລົ່ານີ້ ຜົນທານຈະບໍ່ໄປເຖິງ ອີກຢ່າງພູມແຕ່ລະພູມ ກໍມີສິ່ງຂອງສໍາລັບພວກເຂົາແລ້ວ, ຫາກໄປສຸຄະຕິພູມ ຄືພູມສະຫວັນ ກໍຈະໄດ້ຮັບອານິສົງຈາກຜົນບຸນ ເປັນຂອງທິບ ຄືນຶກ ຄິດ ໄດ້ຕາມປະສົງ ທີ່ຜະຫຼະອານິສົງທີ່ຕົນໄດ້ກະທໍາແລ້ວ ໃນໂລກໜີ ຈຶ່ງສົ່ງໃຫ້ເຮົາໄປສູ່ພູມທີ່ສູງ, ດ້ວຍເຫດນັ້ນ ທ່ານຜູ້ມີປັນຍາ ຈຶ່ງປະກອບກໍາດີ ສ້າງບຸນສ້າງກຸສົນເອງ ບໍ່ລໍໃຫ້ລູກຫຼາຍຍາດມິດອຸທິດໃຫ້ ບຸນທີ່ເຂົາໄດ້ທໍາແລ້ວ ຍ່ອມຕິດຕາມຕົວເຂົາໄປທຸກພົບ ທຸກຊາດ, ການທີ່ແມ່ອອກທໍາລົງໄປ ຍາມໃດ ເວລາໃດ ຂະນະໃດ ຫາກເຮັດດ້ວຍຄວາມບໍຣິສຸດ ບໍຣິບູນ ຍ່ອມເປັນຂອງແມ່ອອກເອງນັ້ນແລ ຢ່າງສົງໃສເທີ້ນ,
- ແມ່ອອກນໍ້າຕານອງໜ້າ ແລ້ວອະນຸໂມທະນາສາທຸ ດ້ວຍຄວາມດີໃຈ ແຕ່ກ່ອນເຂົາມັກຕັກບາດແຄມທາງ ມາບັດນີ້ເຂົາກໍທໍາ ວັນໃດຫວ່າງໆ ຫຼືວັນປະເພນີ ເຂົາກໍມາທໍາບຸນທີ່ວັດ ຫຼືຊ່ວຍວຽກວັດ ຈາກວັນຜົວເຂົາຕາຍຈາກ ເປັນເວລາ 5 ປີແລ້ວ ດຽວນີ້ເຂົາໄດ້ຜົວໃໝແລ້ວ ເປັນຄົນມີເງິນ ມີຖານະ ແລະດີກວ່າຜົວເກົ່າສົມຄວນ ເຖິງເປັນພໍ່ຮ້າງກໍຕາມແຕ່ກໍມີຄວາມສຸກວ່າຊັ້ນ, ເຂົາສາລະພາບວ່າ ຂ້ານ້ອຍເອົາຜົວມາ 16 ປີ ໄດ້ລູກ 1 ຄົນ ບໍ່ເຄີຍມີວັນໃດສຸກແມ່ນຄັ້ງດຽວ ບາດຂ້ານ້ອຍ ບາດຜົວຂ້ານ້ອຍຕາຍໄປແລ້ວ ຂ້ານ້ອຍຢ້ານຂ້ານ້ອຍມີກັມກັບລາວ ແລະບໍ່ຢາກໃຫ້ຜົວເກົ່າຂ້ານ້ອຍມີກັມ ຂ້ານ້ອຍຈຶ່ງເຮັດບຸນຫາລາວ ໄປວັດໃດກໍເຮັດ ແລະນຶກເຖິງຜົວເກົ່າຂ້ານ້ອຍ ໃຫ້ເຂົາໄດ້ຮັບ ເຖິງເຂົາບໍໄດ້ຮັບກໍຕາມ ຂ້ານ້ອຍປາດຖະໜາພຽງຢ່າງດຽວ ຄືຢ່າໃຫ້ໄດ້ພົບຜົວແບບນີ້ອີກໃນທຸກໆ ຊາດ, ພຣະອາຈານຕອບວ່າ ຄວາມປາຖະໜາຍ່ອມສົມປະສົມ ຫາກຈິດໃຈບັນຈົງທໍາດ້ວຍເຈດຕະນາທີ່ບໍຣິສຸດ, ນັ້ນແລ ແມ່ອອກເຮີຍ ການເຮັດບຸນຕ້ອງມີວັດຖຸປະສົງ ແລະເຈຕະນາ ເຖິງເຈດຕະນາສິ່ງໜຶ່ງ ມັນອາດຊິໄດ້ສິ່ງໜຶ່ງ ຂໍໃຫ້ເຊື່ອໝັ້ນໃນສິງທີ່ຕົນທໍານັ້ນກໍພໍແລ້ວ.
(ເລື່ອງລາວ ກໍເປັນເຊັ່ນນັ້ນແລ)

ຢາດນໍ້າຈັ່ງໃດດີ(ຈຶ່ງຖືກຕ້ອງ)

ແມ່ອອກພໍ່ອອກ ເຄີຍຖາມພຣະອາຈານຫຼາຍຄັ້ງວ່າ “ອາຈານ ເອີຍຂ້າ ນ້ອຍຂໍຖາມແນ່ວ່າການຢາດນໍ້າຫຼັງທຳບຸນນັ້ນ ຢາດຈັ່ງໃດ ຂ້ານ້ອຍ”
ພຣະອາຈານກະຕອບງ່າຍບໍ່ຢອກ “ຢາດລົງໂລດ ຢາດລົງໂລດແມ່ອອກ ເອີຍ.”
ແມ່ອອກຖາມອີກວ່າ “ຢາດລົງໃສ ຂ້ານ້ອຍ”
ພຣະອາຈານຕອບ “ຢາດລົງດິນໂລດ ງ່າຍທີ່ສຸດ ຄັນແມ່ນຢູ່ໃນດິນ, ຄັນແມ່ນຢູ່ເຮືອນ ແລະທີ່ສາລາ ໃຫ້ຢາດລົງລົງພາສະນະຮອງຮັບ ແລ້ວຈຶ່ງໄປຢາດ ລົງດິນອີກຕໍ່ໜຶ່ງ”
ຕອນຢາດນັ້ນໃຫ້ເຮັດຈັ່ງໃດ ບໍ່ປາຖະໜາໃຫ້ບຸນຄໍ້ານໍ້າຊູເຮົາ ແລະຄອບ ຄົວ ແລ້ວກໍອຸທິດໄປຫາກເຈົ້າກັມນາຍເວນ ແລະທ່ານຜູ້ມີພຣະຄຸນນໍາເຮົາ, ທັງໃນຊາດນີ້ ແລະອະດີດຊາດຈົ່ງໄດ້ຮັບຜົນທານນີ້.
ແມ່ອອກ “ຂ້ານ້ອຍບໍ່ຮູ້ເວົ້າ ຈັກຊິເວົ້າຈັ່ງໃດ”
ພຣະອາຈານ ເວົ້າໄປໂລດ ບໍ່ຜິດດອກ ເວົ້າຕາມຄິດຢາກເວົ້າ, ເຂົາວ່າເວົ້າເສລີ ຄືເຮົາຄິດຢາກເວົ້າຫຍັງ ຂໍໃຫ້ເວົ້າອອກມາ ນຶກໃນໃຈ ບໍ່ມີກະຕິກາ ຄັນຊິເວົ້າຕາມກະຕິກາ ເຮົາຕ້ອງໄດ້ທ່ອງເອົາຕາມແບບເພິ່ນ ຄື ມີອະທາສີເມ, ອິມິ ນາ ຍັງກິນຈິ ຫຼືອື່ນໆ ເປັນພາສາປາລີ ຫາກຈະເວົ້າເປັນພາສາລາວ ອາຕະມາ ຈະເວົ້າໃຫ້ຟັງ ແລະຈະຂຽນໃຫ້ໄປທ່ອງ ສຳຄັນຂຽນໃຫ້ແລ້ວຕ້ອງໄປທ່ອງໃຫ້ໄດ້ເດີ ຄັນຊິທ່ອງເອົາຊິຂຽນໃຫ້ເດີ
- ແມ່ອອອກ ໂດຍຂ້ານ້ອຍ

ແບບທີ 1 ທີ່ເປັນລະບຽບແບບແຜນຄັກແນ່
- ບັນດາບຸນກຸສົນ ທີ່ຂ້ານ້ອຍໄດ້ກະທໍາໃນວັນນີ້ ຂໍໃຫ້ເປັນເຂົ້ານໍ້າ ເຄື່ອງທິບນານາ ເປັນວິມານທອງ ເຮືອງຮອງໂສພາ ກັບທັງນາງຟ້າ ພັນໜຶ່ງບໍຣິວານ ເຄື່ອງທິບທາງນີ້ຂໍໃຫ້ເຖິງຊົນນີ (ປູຍ່າ) ບິດາ(ພໍ່) ມານດາ(ແມ່) ຢ່ານານ ເຖິງຍາດທຸກໝູ່ ຄຣູບາອາຈານ ພົ້ນທຸກຢ່ານານ ໄດ້ວິມານທອງ ຜູ້ເຜດທັງຫຼາຍ ນະຣົກອະສຸຣະກາຍ ໝູ່ສັດທັງຜ່ອງ ເຕົ່າປາປູຫອຍ ໃຫຍ່ນ້ອຍເນືອງນອງ ຈົ່ງຕັ້ງໃຈປອງຮັບເອົາສ່ວນບຸນ ສັດນ້ອຍສັດໃຫຍ່ ຕົວເຮົາໄດ້ໃຊ້ ໄດ້ກະທໍາທາຣຸນ ບາບໃຊ້ປອງປຸນຮັບເອົາສ່ວນບຸນ ຮັບເອົາສ່ວນບຸນຢ່າເປັນເວນກັມ ອິນທາເທວາ ອີກທັງພົມມາ ທ້າວເວດສຸວັນ ພຣະພູມເຈົ້າທີ່ ຂໍໃຫ້ຂ້ານ້ອຍໄດ້ເປັນເສດຖີ ຄະຣືຫະບໍດີ ມົນຕີພຣະຍາ ຂໍໃຫ້ຫາຍພຣະຍາດໂຣຄາ ອາຍຸວັນນະ ສຸຂະພະລະເທີ້ນ ສາທຸ

ພຣະອາຈານຂຽນແລ້ວ ກໍເອົາມາໃຫ້ແມ່ອອກ ແມ່ອອກໄດ້ຮັບແລ້ວ ວ່າແຕ່ເຫັນເຈັ້ຍກໍເວົ້າຂຶ້ນທັນທີ "ສັງມາຍາວແທ້ ເຮັດຈັ່ງໃດຊິຈື່ ຂ້ານ້ອຍ" ພຣະອາຈານກໍເວົ້າວ່າ ທ່ອງເອົາແມ່ອອກເອີຍ, ແມ່ອອກກະວ່າ ຊິມີເວລາທ່ອງນໍ ຂ້ານ້ອຍ, ອາຈານກໍວ່າ ເອົາຈັ່ງຊັ້ນກໍເອົາໂຕສັ້ນໆ ໄປທ່ອງເດີ ເອົາຊິຂຽນໃຫ້.

ແບບທີ 2 ຢາດນໍ້າແບບສັ້ນ
- ອະທັງໂນ ຍາຕິນັງ ໂຫຕຸ ສຸຂີຕາໂຫຕຸ - ບຸນກຸສົນທີ່ຂ້ານ້ອຍທໍານີ້ ຂໍໃຫ້ເຖິງຍາດພີ່ນ້ອງຂອງຂ້ານ້ອຍໂດຍໄວ ແລະຂໍໃຫ້ຂ້ານ້ອຍມີຄວາມສຸກ ເທີ້ນ.

- ພຣະອາຈານຂຽນແລ້ວ ກໍເອົາໃຫ້ແມ່ອອກ ແມ່ອອກຮັບໄປແລ້ວ ກໍເອົາມາອ່ານເບິ່ງ ກໍອຸທານຂຶ້ນວ່າ ອືມ໌ ຈັ່ງຊີ້ກະໃຄແນ່, ຄືຊິຈື່ງ່າຍ, ແຕ່ວ່າສັ້ນ ຈັ່ງຊີ້ ກະຊິໄດ້ບຸນຢູ່ບໍ ອາຈານ ?
- ພຣະອາຈານກະຕອບວ່າ ອັນບຸນມັນໄດ້ຢູ່ແລ້ວ ຖ້າເຮັດຫຍັງດວຍຄວາມຕັ້ງໃຈ ປາຖະໜາແລ້ວ ກໍເຮັດພ້ອມ ຍ່ອມໄດ້ບຸນ, ຄັນບໍ່ໄດ້ດັ່ງທີ່ຂຽນໃຫ້ ກໍເວົ້າເອົາເອງຕາມໃຈ ສຸດແລ້ວແຕ່ຢາກເວົ້າ ຂໍໃຫ້ເປັນເລື່ອງດີ ເລື່ອງສະບາຍໃຈກະແລ້ວກັນ.