วันพุธที่ 7 กันยายน พ.ศ. 2554

ສາຂະບູຊາວັນບຸນວັດທະນະທັມພຸດລາວ ວັນສຳຄັນສາກົນແຫ່ງໂລກ

໑. ຄວາມເປັນມາຂອງວັນວິສາຂະບູຊາໃນລາວ.
- ວັນບຸນວິສາຂະບູຊາ ໄດ້ປາກົດຢ່າງຈະແຈ້ງໃນຮີດ ໑໒ ອັນເປັນແມ່ບົດທາງວັດທະນະທັມລາວ ເຊິ່ງທາງຣາຊະ ການໃນອານາຈັກລ້ານຊ້າງ ໄດ້ກໍານົດເອົາວັນສໍາຄັນທາງສາສນາ ເປັນວັນທີ່ຊາວລ້ານຊ້າງໄດ້ປະພຶດປະຕິດບັດ ຕາບເທົ້າທຸກວັນນີ້ ຊາວລາວໃນຂອງເຂດທົ່ວປະເທດ ທີ່ເປັນຊາວພຸດ ໄດ້ສືບທອດປະຕິບັດມາ ໂດຍປະເພນີ ເຊິ່ງ ຊາວພຸດລາວທັງມວນໃຜໆ ກໍຮັບຮູ້ຄວາມໝາຍຄວາມຄໍາຄັນຂອງວັນດັ່ງກ່າວ ທັງຍັງໄດ້ສືບທອດປະຕິບັດຢ່າງ ສະໝໍ່າສະເໝີໂດຍບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ເຖິງແມ່ນວ່າໃນຍາມປະເທດຊາດຢູ່ໃນພາວະສົງຄາມ ຫຍຸ້ງຍາກເໝືອນໃນອະດີດຜ່ານມາ ມາຮອດປັດຈຸບັນປະເທດຊາດ ແລະປະຊາຊົນລາວແມ່ນຢູ່ໃນພາວະການ ສ້າງສາ ແລະພັດທະນາປະເທດຊາດພັກ-ລັດຖະບານ ແລະອົງການພຸດທະສາສນາຍິ່ງໄດ້ເພີ່ມທະວີວຽກງານດ້ານ ພຸດທະສາສນາຢ່າງຕັ້ງໜ້າ.
2. ພຸດທະສາສນາເຂົ້າສູ່ດິນແດນລາວ ແລະປະເທດລ້ານຊ້າງ.
- ດິນແດນທີ່ເປັນພາກພື້ນຂອງອະນຸທະວີບອາຊີອາຄະເນນີ້ ເປັນດິນແດນຂອງຊົນຊາດຫຼາຍເຜົ່າຊົນ, ເມື່ອ  ໒໕໐໐ ກວ່າປີຜ່ານມາມີນະຄອນລັດຫຼາຍນະຄອນລັດກໍາເນີດ ເກີດຂຶ້ນຕາມສອງຟາກຝັ່ງແມ່ນໍ້າຂອງ ນະຄອນ ລັດຕ່າງໆເລົ່ານັ້ນ ມີມະຫານະຄອນລັດທີ່ມີອຳນາດຫຼາຍນະຄອນລັດເກົ່າແກ່ ນັກປະຫວັດທັງໃນ ແລະນອກ ປະເທດ ໄດ້ຍອມຮັບຊື່ນະຄອນລັດເລົ່ານັ້ນວ່າ ມີອາຣະຍະທັມເກົ່າແກ່ທີ່ສຸດ ຄື
ກ. ນະຄອນສີໂຄຕປະປຸຣະ(ນະຄອນສີໂຄດຕະບອງ)
ຂ. ນະຄອນຈັນທະບູຣີ (ວຽງຈັນປັດຈຸບັນ)
ຄ. ນະຄອນຊຽງດົງ, ຊຽງທອງ (ຫຼວງພຣະບາງປັດຈຸບັນ)
ງ. ນະຄອນສຸວັນນະໂຄມຄຳ (ເມືອງຫ້ວຍຊາຍ-ຊຽງແສນ)
ຈ. ນະຄອນລາວະຣັດຖະ (ລົບບູຣີ)

- ບັນດາຫົວເມືອງເລົ່ານີ້ ປັນນະຄອນຣັດບູຮານທີ່ເກົ່າແກ່, ໄດ້ປາກົດຕົວໃນດິນແດນນີ້ມາຍາວນານ ມີຫຼັກຖານ ທາງປະຫວັດສາດທີ່ເປັນລາຍລັກອັກສອນ ປະເພດຕຳນານ ແລະຫຼັກຖານທາງວັດຖຸຫຼວງຫຼາຍພາຍມາກ, ນະ ຄອນລັດເລົ່ານີ້ ໄດ້ກາຍມາເປັນດິນແດນຂອງຊົນຊາດລາວ ທີ່ເປັນເຈົ້າຂອງ ເຖິງບາງສ່ວນຈະກາຍເປັນດິນແດນ ຂອງຊາດ ອື່ນໄປແລ້ວ ແຕ່ຊົນຊາດທີ່ເປັນເຈົ້າຂອງດິນແດນເລົ່ານັ້ນກໍເຕັມໄປດ້ວຍຊົນຊາດທີ່ເປັນເຊື້ອສາຍໄທ ລາວຢູ່ຢ່າງນັ້ນ.
- ຈຳເດີມແຕ່ ໔໕ ປີກ່ອນຄິດຕະສັງກາດນັ້ນ ມາຮອດປີນີ້ ພຣະພຸດທະສາສນາກໍາເນີດຂຶ້ນມາແລ້ວໃນໂລກ ໒໕໙໙ປີ,(ນັບຮອດປີ ໒໕໔໔) ແນວທາງຄຳສອນຂອງພຣະພຸດທະສາສນາ ໄດ້ຂະຫຍາຍຕົວໄປສູ່ດິນແດນແວ້ນແຄວ້ນ ຕ່າງໆໃນໂລກ ໄດ້ກ່າຍເປັນສາສນາທີ່ສໍາຄັນ ແລະມີປະໂຫຍດຫຼວງຫຼາຍພາຍມາກຕໍ່ຈິດວິນຍານຂອງມວນມະ ນຸດສະຍະຊາດ,
- ການເຂົ້າມາຂອງພຣະພຸດທະສາສນາໃນອະນຸພາກພື້ນນີ້ນັ້ນ ປະຫວັດສາດໃນຍຸກຂອງຕໍານານ ທີ່ປະກົດຕົວ ໃນເລື່ອງອຸຣັງຄະນິທານໄດ້ຢັ້ງຢືນວ່າພຣະພຸດທະສາສນາ ເຂົ້າມາຍັງນະຄອນສີໂຄຕະປຸຣະ ໃນປີ ພ.ສ ໘ ຫຼັງຈາກ ພຣະພຸດທະເຈົ້າປະຣິນິພານແລ້ວ ໘ ປີ, ຕໍ່ຈາກນັ້ນພຸດທະສາສນາກໍໄດ້ປະກົດຕົວໃນນະຄອນຈັນທະບູຣີ ໃນປີ ພ.ສ 236, ໃນຫຼັກຖານຕໍານານດຽວກັນຍັງໄດ້ກ່າວເຖິງນະຄອນລາວະຣັດຖະດ້ວຍ, ນອກຈາກນີ້ສຸວັນນະ ຄມ ຄໍາ ແລະຊຽງດົງຊຽງທອງ ກໍປາກົດຫຼັກຖານພຸດທະສາສນາ ໃນຍຸກຕໍ່ເນື່ອງ ແລະສືບທອດກັນນັ້ນ

- ຕາມການຄົ້ນຄວ້າຢັ້ງຢືນຂອງນັກປະຫວັດສາດສາສນາໄດ້ຍອມຮັບເປັນເອກະສັນວ່າ ພຣະພຸດທະສາສນາເຂົ້າ ມາສູ່ດິນແດນນີ້ແລ້ວ ເຖິງ ໒ ຍຸກ ຄື ຍຸກສີໂຄຕະປຸຣະ ແລະຍຸກຈັນທະບູຣີ ກ່ອນທີ່ຍຸກແຫ່ງປະຫວັດສາດຂອງ ຊາດລາວຈະປະກົດຕົວຢ່າງເດັ່ນຊັດ ໃນປີ ພ.ສ ໑໙໐໒ ຫຼັງຈາກທີ່ພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ສາະຖາປານາມະຫາອານາຈັກລ້ານຊ້າງໃຫ້ເຂັ້ມແຂງ ແລະກວ້າງກວ້າງຂວາງນັ້ນ, ພຣະພຸດທະສາສນານິກາຍ ເຖຣະວາດ ລັດທິລັງກາວົງ ກໍໄດ້ເຂົ້າມາແທນທີ່ສາສນາພຸດ ແບບເດີມ ແລະຕັ້ງໝັ້ນໃນນະຄອນຊຽງດົງຊຽງທອງ ແລ້ວກໍແຜ່ຂະຫຍາຍໃນຂອບເຂດຣາຊະສີມາແຫ່ງອານາຈັກລ້ານຊ້າງຢ່າງກວ້າງຂວາງ.

- ນັບແຕ່ນັ້ນມາທາງມະຫາອານຈັກລ້ານຊ້າງ ແລະຫົວເມືອງໃນກໍາກັບລ້ານຊ້າງ ໄດ້ຍອມຮັບນັບຖືພຣະພຸດທະ ສາສນາຢ່າງເປັນເອກະສັນ ເຖິງເຊິ້ງເຮົາເຫັນໄດ້ຈາກຫຼັກຖານທາງຮູບປະທັມ ແລະນາມະທັມ ທີ່ປະກົດຕົວໃນວິ ຖີຊີວິດຂອງຊາວລ້ານຊ້າງ ຫຼືຊາວລາວເຮົາເລື້ອຍມາຕາບເທົ້າປັດຈຸບັນ, ສະນັ້ນ ວິຖີຊີວິດຈອງຊາວພຸດລາວນັ້ນ ຈຶ່ງແບບແຜນ ແລະບໍຣິບົດເຕັມໄປດ້ວຍແບບແຜນພຸດທະສາສນິກະຊົນ ໃນຮອບ ໑໒ ເດືອນຂອງປີໜຶ່ງ ຊາວລາວ ໄດ້ມີຮີດຄອງຂອງຕົນ ໑໒ ຮີດຄອງທີ່ເຮົາຮຽກວ້າຮີດສິບສອງດ ຮີດສິບສອງນີ້ລ້ວນແຕ່ແມ່ນຮີດທາງພຸດທະ ສາສນາ ໄດ້ກາຍເປັນແມ່ແບບທາງວັດທະນະທັມລາວ ສະນັ້ນຈຶ່ງເວົ້າໄດ້ຢ່າງທະນົງອົງອາດວ່າ ຄົນລາວເປັນຊາວ ພຸດ.

- ພຸດທະສາສນາ ເປັນສາສນາຂອງຊາດລາວ ຄົນລາວໄດ້ຕິດພັນກັບພຸດທະສາສນາມາຕັ້ງແຕ່ກໍາເນີດຊາດ, ໃນວິ ຖີຊີວິດຂອງຄົນລາວກໍເຊັ່ນດຽວກັນ ນັບແຕ່ມື້ເກີດຄົນຮອດມື້ຕາຍ ນັບແຕ່ຕື່ນຈົນຮອດເຂົ້ານອນ ລ້ວນແຕ່ແມ່ນ ປະຕິບັດຮີດຂອງຕົນຕາມແບບແຜນພຣະພຸດທະສາສນາ, ບໍ່ວ່າຍາມປະເທດຊາດຈະເລີນຮຸ່ງເຮືອງ ຫຼືປະເທດ ຊາດຕົກຢູ່ໃນພາວະຍຸ້ງຍາກ ຊາວລາວບໍ່ໄດ້ປະລະວັດວາພຸດທະສາສນາ.

- ໂດຍສະເພາະແລ້ວຮອດວັນເພັງເດືອນ ໖ ຫຼືວ່າເດືອນວິສາຂະບູມາດນັ້ນ ຊາວພຸດລາວທົ່ວປະເທດ ບໍ່ວ່າ ບ້ານນອກ ແລະໃນເມືອງ ບໍ່ວ່າບ້ານນນ້ອຍ ຫຼືບ້ານໃຫຍ່ ຊາວພຸດລາວ ໄດ້ພາກັນລັ່ງໄຫຼເຂົ້າໄປສູ່ວັດ ເພື່ອເຮັດ ບຸນວິສາຂາບູຊາ ດ້ວຍການຕັ້ງບາດ ສັງຄະທານ ແລະກິດຈະກັມຕ່າງໆຕາມທ້ອງຖິ່ນ ໂດຍບໍ່ໄດ້ນັດໝາຍກັນ ຫຼືອອກບັດຂ່າວບັດເຊີນ ເໝືອນກັບປາງບຸນອື່ນໆນອກຈາກໃນຮີດ ໑໒, ກິດຈະກັມນີ້ ສໍາລັບຊາວພຸດລາວແລ້ວ ຖືວ່າເປັນສະຕິຂອງສັງຄົມໄປເລີຍ, ດັ່ງເຮົາຈະສັງເກດໄດ້ ຢູ່ບ້ານນອກຂອກຄາເມ ຈະບໍ່ມີປະຕິທິນ ຜູ້ເຖົ້າຊາວ ບ້ານເຂົາຈະເບິ່ງເດືອນ ແລ້ວນັບມືເອົາ ເຂົາຈະຮູ້ໂລດວ່າວັນຕໍ່ໄປຂ້າງຂ້າງເປັນວັນສິນ, ຕົກຕອນບ່າຍແລ້ວ(ປັດ ຈຸບັນຍັງ ປະຕິບັດກັນຢູ່ໃນບາງໝູ່ບ້ານສັງຄົມຊົນນະບົດ) ເຖົ້າແກ່, ໜູ່ມສາວ, ບາງຜ່ອງກໍໄປແຫ່ຕົ້ນກັນຫຼອນໃສ່ ຫົວວັດຕ່າງໆທີ່ເຄີຍພົວພັນກັນມາກ່ອນ ໃນຂອບເຂດໃກ້ຄຽງ, ອອກປ່າໄປຫາເກັບດອກໄມ້ ຕົກຕອນແລງຄໍ່າ ແລ້ວລົງວັດໄປວຽນທຽນ ຟັງທັມ ທີວັດຈົນເດີກ, ສໍາລັບພຣະສົງເອງ ກໍມີກິດຈະກັມລົງອຸໂປສົດ, ໃນວັນນີ້ ບາງທ້ອງຖິ່ນ ກໍໄດ້ຈັດງານສູດດວງເມືອງ ແລະວັນນີ້ ກໍເປັນວັນເອົາພຣະທີ່ເອົາລົງສົງແຕ່ວັນສັງຂານລ່ວງພຸ້ນ ສ່ວນໜຶ່ງຍັງປະໄວ້ທີ່ຮ້ານສົງ ເອົາຂຶ້ນສູ່ສາລາ ວິຫານ ແລະສິມ ວັນນີ້ ຈຶ່ງໄດ້ຊື່ໜຶ່ງອີກວ່າວັນເອົາພຣະຂຶ້ນ.

- ຮີດເດືອນຫົກ ທີ່ປາກົດໃນຮີດ ໑໒ ເດືອນນັ້ນ ເປັນປະເພນີຂອງຊົນຊາດລາວ ທີ່ສືບທອດມາເປັນປະເພນີ ແລະ ກາຍເປັນໜຶ່ງໃນວັດທະນະທັມຂອງຊາດລາວ ໄດ້ສືບທອດ ປະຕິບັດມາບໍ່ຂາດໄລຍະ ປັດຈຸບັນນີ້ບ້ານເມືອງລາວ ຕົກເຂົ້າຍຸກພັດທະນາ ປະຊາຊົນໃຜໆກໍພໍຢູ່ພໍກິນດ້ານເສດຖະກິດ ບຸນວິສາຂາບູຊາກໍໄດ້ສືບທອດປະຕິບັດມາ ທຸກໆປີບໍ່ໄດ້ຂາດ ມາໄລຍະຫຼັງໆນີ້ ບຸນໃນຮີດ ໑໒ ລວມທັງບຸນວິສາຂະບູຊາເຫັນ ວ່າປະຊາຊົນຍິ່ງເພິ່ມຂຶ້ນ ຊັກໃຊ້.

- ການສະຫຼອງວັນວິສາຂາບູຊາ ທີ່ຈັດຂຶ້ນທີ່ເດິ່ນພຣະທາດຫຼວງນີ້ ຖືວ່າເປັນຈັດຂຶ້ນຕາມກົດບັດສະຫະປະຊາຊາດ ເພື່ອສະຫຼອງການທີ່ອົງການສະຫະປະຊາຊາດ ໄດ້ກຳນົດ ໃຫ່້ວັນວິສາຂະບູຊາ ເປັນວັນສໍາຄັນສາກົນຂອງໂລກ ນັບແຕ່ປີ ໑໙໙໙ ເປັນຕົ້ນມາ, ຢ່າງໃດກໍຕາມ ການຈັດບຸນວິສາຂະບູຊາແບບໃຫຍ່ໆ ແລະທາງການເຊັ່ນນີ້ ບໍ່ແມ່ນ ວ່າ ຈະຈັດຂຶ້ນຄັ້ງນີ້ເປັນຄັ້ງແຮກ ໃນນະຄອນຫຼວງວຽງຈັນແມ່ນຈັດຂຶ້ນມາແລ້ວແຕ່ປີ ໒໐໐໔ ເປັນຕົ້ນມາ ແຕ່ຈັດທີ່ ວັດເທບນິມິດທາດຝຸນ ແລະຈັດຂຶ້ນໃນລະດັບກໍາແພງນະຄອນ ແຕ່ມາຮອດປີນີ້ ແມ່ນວ່າທາງສູນກາງອົງການ ພຸດທະສາສນາ ແລະລັດຖະບານ ສປປ.ລາວ ໄດ້ສ້າງຫໍທັມມະສະກາສໍາເລັດ ແລະເດີ່ນກໍກວ້າງແລ້ວ ຈຶ່ງຈັດຂຶ້ນ ຄັ້ງນີ ເປັນຄັ້ແຮກ ທີ່ຈັດໃນລະດັບປະເທດ.

- ຢ່າງໃດກໍຕາມ ວັນວິສາລະບູຊານັ້ນ ຊາວລາວຮູ້ຈັກມາແຕ່ເສະໄໝອານາຈັກລ້ານຊ້າງພຸ້ນ ການເຮັດບຸນໃນວັນ ດັ່ງກ່າວແມ່ນ ເພື່ອສະຫຼອງເຫດການໃຫຍ່ 3 ເຫດການ ກ່ຽວກັບຊີວິດອົງສົມເດັດພຣະສັມມາສັມພຸດທະເຈົ້າ ຄື:

1. ວັນປະສູດ
2. ວັນຕັດສະຮູ້
3. ວັນປະຣິນິພພານ

- ທັງສາມວັນນີ້ ນັບວ່າເປັນວັນມະຫັດສະຈັນ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ເຊິ່ງເປັນສາດສະດາ ເອກຂອງໂລກ ເຊິ່ງຫາສາດສະດາໃດ ຫຼືບຸກຄົນໃດໃນໂລກສະເໝີເໝືອນໄດ້, ຄວນທີ່ຊາວພຸດລາວ ແລະຊາວ ພຸດທົ່ວໂລກ ຈົ່ງທໍາບຸນກຸສົນ ແລະສ້າງຄວາມຖວາຍແດ່ອົງສົມເດັດພຣະສັມມາສັມພຸດທະເຈົ້າຂອງເຮົາເຖີ້ນ ເພື່ອ ຄວາມສະຫວັດສະດີ ເພື່ອຕັ້ງຕົນຢູ່ໃນຄວາມບໍ່ປະໝາດເຖີ້ນ ສາທຸ ສາທຸ ສາທຸ ອະນຸໂມທາມິ.